Tuesday, July 22, 2025
Homeຂ່າວພາຍໃນບົດບາດແມ່ຍິງລາວໄດ້ຮັບການເຊີດຊູສູງຂຶ້ນໃນສັງຄົມລາວ, ເວທີສາກົນ ແລະ ພາກພື້ນ

ບົດບາດແມ່ຍິງລາວໄດ້ຮັບການເຊີດຊູສູງຂຶ້ນໃນສັງຄົມລາວ, ເວທີສາກົນ ແລະ ພາກພື້ນ

ປັດຈຸບັນ, ບົດບາດເອື້ອຍນ້ອງແມ່ຍິງລາວ ໄດ້ຮັບການເຊີດຊູສູງຂຶ້ນໃນສັງຄົມລາວ, ເວ ທີສາກົນ ແລະ ພາກພື້ນ ເຊິ່ງ ພັກ ແລະ ລັດຖະບານ ສ້າງເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າ ມີຊີວິດການເປັນຢູ່ດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ແມ່ຍິງລາວຫລາຍທ່ານໄດ້ບຸກບືນ ແລະ ພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດເທົ່າທຽມກັບເພດຊາຍ, ກາຍເປັນການນໍາຂັ້ນສູງຂອງພັກ, ລັດ, ທັງໄດ້ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆທັງຢູ່ພາຍໃນ ແລະ ບັນດາປະເທດເພື່ອນມິດໃນໂລກ, ສາມາດຕັດສິນບັນຫາສຳຄັນຕ່າງໆໃນຫລາຍເວທີ.

ທ່ານ ນາງ ໂພສີ ໄຊຍະສອນ ນັກທຸລະກິດຍິງ ໄດ້ໃຫ້ສໍາພາດໃນໂອກາດຄົບຮອບ 70 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ເມື່ອບໍ່ດົນມານີ້, ໂດຍທ່ານໄດ້ຍົກໃຫ້ເຫັນ ພາລະບົດບາດ, ຄວາມສຳຄັນຂອງແມ່ຍິງ ຕໍ່ຄອບຄົວ ເປັນຕົ້ນ ການເບິ່ງແຍງດູແລພໍ່-ແມ່, ເປັນຄົນສຳຄັນໃນການສຶກສາອົບຮົມ, ເບິ່ງແຍງລູກເຕົ້າ ໃຫ້ກາຍເປັນຄົນດີ, ເຮັດວຽກເຮືອນ ແລະ ສ້າງບັນຍາກາດທີ່ອົບອຸ່ນໃຫ້ກັບຄອບຄົວ ກໍຄື ສາມີ ແລະ ລູກ, ສາມາດເວົ້າໄດ້ວ່າ ເບື້ອງຫລັງຄວາມສໍາເລັດຂອງຄອບຄົວ ລ້ວນແຕ່ມີແມ່ຍິງ ທີ່ເປັນແຮງຊຸກດັນ ແລະ ເປັນກຳລັງໃຈສໍາຄັນ. ນອກຈາກນີ້, ແມ່ຍິງໄດ້ປະກອບສ່ວນຊ່ວຍສັງຄົມດ້ານຕ່າງໆ, ແມ່ຍິງຈຳນວນໜຶ່ງ ໄດ້ປະຕິບັດໜ້າທີ່ເປັນການນໍາເພດຍິງ, ພະນັກງານລັດຖະກອນ ໃນອົງການ ຈັດຕັ້ງພັກ-ລັດ ຄຽງບ່າຄຽງໄຫລ່ອ້າຍນ້ອງຊາຍ ຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ທ່ານ ນາງ ໂພສີ ໄຊຍະສອນ ຍັງໃຫ້ຮູ້ອີກວ່າ: ແມ່ຍິງລາວ ໃນປັດຈຸບັນ, ຕ້ອງພັດທະນາຕົນເອງທຸກດ້ານ, ໃຫ້ມີຄວາມຮູ້, ຄວາມສາມາດ, ບໍ່ຢຸດທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງ, ຕ້ອງເປັນແມ່ຍິງທີ່ທັນສະໄໝ, ກ້າຄິດ, ກ້າສະແດງອອກ. ໃນຄະນະດຽວກັນ, ກໍໃຫ້ຮັກສາຮີດຄອງປະເພນີ, ນິ້ມນວນ ອ່ອນຫວານ, ອ່ອນໂຍນ ແຕ່ບໍ່ອ່ອນແອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments