ໃນການສໍາມະນາພິເສດ ໃນຫົວຂໍ້ “ສົ່ງເສີມການເຄື່ອນໄຫວການຄ້າເອເລັກໂຕຣນິກຂ້າມຊາຍແດນຫວຽດນາມລາວ” ພາຍໃຕ້ແນວຄິດ “ຮ່ວມເດີນທາງກັບວິສາຫະກິດໃນຍຸກດີຈິຕອນ” ທີ່ຈັດຂຶ້ນຢູ່ສູນການຄ້າລາວ-ໄອເຕັກ, Unitel ຜູ້ນຳດ້ານການໃຫ້ບໍລິການໂທລະຄົມມະນາຄົມຂອງ ສປປ ລາວ ໄດ້ນຳສະເໜີບົດບາດສໍາຄັນໃນການຂັບເຄື່ອນລະບົບນິເວດດີຈິຕອນ ຜ່ານແອັບພລິເຄຊັນ LaoApp ທີ່ສະແດງໃຫ້ເຫັນເຖິງທ່າແຮງໃນການເປັນກົນໄກສໍາຄັນໃນການເຊື່ອມຕໍ່ ແລະ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດຂ້າມແດນ, ພ້ອມນໍາສະເໜີລະບົບນິເວດດີຈິຕອນທີ່ມີLaoApp ເປັນສູນກາງ ແລະ ແພລັດຟອມການຄ້າເອເລັກໂຕຣນິກ Laoshop ເຊິ່ງເປັນໂອກາດອັນດີສໍາລັບທຸລະກິດຫວຽດນາມໃນການເຂົ້າເຖິງ ແລະ ນໍາສິນຄ້າອອກສູ່ຕະຫລາດລາວໄດ້ຢ່າງວ່ອງໄວ.ນອກນັ້ນ, LaoApp ຍັງແມ່ນແອັບພລິເຄຊັນລວມສູນ (Super App) ທີ່ຮວບຮວມເອົາຫລາຍບໍລິການທີ່ຈຳເປັນມາໄວ້ໃນບ່ອນດຽວ. ດ້ວຍວິໄສທັດທີ່ຈະເປັນສູນກາງດີຈິຕອນ ສຳລັບຊາວລາວ, LaoApp ໄດ້ຖືກພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນ, ການບໍລິການ ແລະ ການເຊື່ອມຕໍ່ຕ່າງໆໄດ້ຢ່າງງ່າຍດາຍ ແລະ ມີປະສິດທິພາບ. LaoApp ຍັງຖືກອອກແບບມາເພື່ອເປັນເຄື່ອງ ມືທີ່ຫລາກຫລາຍ, ເຮັດໃຫ້ຜູ້ໃຊ້ງານສາມາດຈັດການກັບສິ່ງຕ່າງໆໃນຊີວິດປະຈໍາວັນ ໄດ້ຢ່າງສະດວກ ເປັນຕັ້ນ ດ້ານການສື່ສານ: ເປັນຊ່ອງທາງການສື່ສານທີ່ມີປະສິດທິພາບ, ອາດຈະລວມເຖິງການແລກ ປ່ຽນຂໍ້ມູນ ແລະ ການເຮັດວຽກຮ່ວມກັນ; ດ້ານຂໍ້ມູນຂ່າວສານ: ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນ, ໂຊຊ້ຽວມີເດຍ ແລະ ຂ່າວສານຕ່າງໆໄດ້ຢ່າງວ່ອງໄວ ແລະ ອື່ນໆອີກຫລາກຫລາຍ.

ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດ ນາມ ປະຈຳ ສປປ ລາວ ໄດ້ເນັ້ນເຖິງຄວາມໝາຍຍຸດທະສາດ ຂອງການຄ້າເອເລັກໂຕຣນິກຂ້າມພົມແດນ ວ່າ: ການຄ້າເອເລັກໂຕຣນິກຂ້າມພົມແດນ ຄືເສັ້ນທາງທີ່ສັ້ນທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ ສໍາລັບວິສາຫະກິດຂອງສອງປະເທດ ໂດຍສະເພາະວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອສາມາດນໍາເອົາຜະລິດຕະພັນ ແລະ ສິນຄ້າຂອງຕົນໄປເຖິງຜູ້ບໍລິໂພກຂອງຕະຫລາດປະເທດເພື່ອນບ້ານໄດ້ໂດຍກົງ, ກ້າວຂ້າມຂໍ້ຈໍາກັດດ້ານພູມສາດ ແລະ ຕົ້ນທຶນ.

ງານສຳມະນາດັ່ງກ່າວ, ໄດ້ຮວບຮວມເອົາຜູ້ແທນຫລາຍກວ່າໜຶ່ງຮ້ອຍຄົນ, ລວມມີຜູ້ວາງນະໂຍ ບາຍ, ຜູ້ຊ່ຽວຊານ ແລະ ຜູ້ນຳດ້ານທຸລະກິດຂອງທັງສອງປະເທດ ເພື່ອເປັນບາດກ້າວສຳຄັນໃນການສ້າງຄວາມຮ່ວມມືທີ່ມີທ່າແຮງດ້ານເສດຖະກິດດີຈິຕອນ.