Tuesday, July 22, 2025
Homeຂ່າວໜ້າໜຶ່ງຄະນະຜູ້ແທນອົງການກວດສອບແຫ່ງລັດ ເຂົ້າຢ້ຽມຂໍ່ານັບ ປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ເຂົ້າຢ້ຽມຂໍ່ານັບ ປະທານສະພາແຫ່ງຊາດຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບ ອົງການກວດສອບແຫ່ງລັດ ສສ ຫວຽດ ນາມ ລະຫວ່າງວັນທີ 16-20 ກໍລະກົດ 2025 ນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ (ອກສລ) ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ.

ໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ອົງການກວດສອບແຫ່ງລັດຂອງ ສປປ ລາວ ທີ່ເດີນທາງມາເຄື່ອນໄຫວວຽກງານຢູ່ ສສ ຫວຽດນາມ ໃນຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໂດຍສະເພາະສອງອົງການກວດສອບ ແຫ່ງລັດຫວຽດ ນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ອວຍພອນໃຫ້ຄະນະຜູ້ແທນ ອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ຈົ່ງປະສົບຄວາມສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ພ້ອມກັນນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ຕາງໜ້າຄະນະຜູ້ແທນ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງປະທານສະພາແຫ່ງຊາດຫວຽດນາມໃນຄັ້ງນີ້, ພ້ອມຢືນຢັນຈະຕັ້ງໜ້າເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ລາວ-ຫວຽດ ນາມ ທີ່ມີມາແຕ່ດົນນານໃຫ້ໄດ້ຮັບການເສີມຂະຫຍາຍແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໄລຍະຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້, ໄດ້ພົບປະກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ໂດຍໄດ້ຮັບການຕ້ອນຮັບຂອງ ສະຫາຍ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ເຊິ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບ ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດຕັ້ງປະຕິບັດ ຄໍາແນະນໍາຜົນຂອງການກວດສອບ.

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນລາວ ກໍໄດ້ເດີນທາງໄປຢ້ຽມຢາມອົງການກວດສອບ ປະຈໍາເຂດ 4 ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ເຊິ່ງການພົບປະສອງຝ່າຍໃນຄັ້ງນີ້, ເປັນຂີດໝາຍສໍາຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2022 ແນໃສ່ຊຸກຍູ້ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການ ກວດສອບແຫ່ງລັດຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເສີມຂະຫຍາຍສາຍພົວພັນ ທາງການທູດຄົບຮອບ 63ປີ (05/09/1962-05/09/2025).

ການພົບປະສອງຝ່າຍຄັ້ງນີ້, ຄະນະຜູ້ແທນແຕ່ລະຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືທີ່ພົ້ນເດັ່ນຂອງວຽກງານການກວດສອບ ໂດຍສະເພາະວຽກງານໂຄງການປັບປຸງບໍລິຫານອົງການກວດສອບແຫ່ງລັດ ຫັນເປັນທັນສະໄໝ(E-Office) ທີ່ໄດ້ຮັບທຶນການຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ກໍຄື ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນປີ 2024, ປຶກສາຫາລືກ່ຽວກັບແຜນກິດຈະກຳ ຮ່ວມມືສອງຝ່າຍໄລຍະກາງແຕ່ປີ 2026-2028. ພ້ອມກັນນັ້ນ, ກໍໄດ້ແລກປ່ຽນບົດຮຽນດ້ານວິຊາການ ຄື: ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດ ຕັ້ງປະຕິບັດຄໍາແນະນໍາການກວດສອບ. ການພົບປະຄັ້ງນີ້, ໄດ້ຕີລາຄາ ແລະ ເອກະພາບສູງຕໍ່ແຜນການຮ່ວມມື 2026-2028 ໂດຍມອບໃຫ້ກົມຮ່ວມມືສອງອົງການປະສານສົມທົບກັນ ເພື່ອສ້າງແຜນກິດ ຈະກຳລະອຽດ.

ຂ່າວ: ອກສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments