Home ຂ່າວໜ້າໜຶ່ງ ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈໍາປີ 2025 ພັກ-ລັດຖະບານ ຖືເອົາແມ່ຍິງ ເປັນກຳລັງກອງແຮງສໍາຄັນໜຶ່ງໃນຍຸກແຫ່ງການປ່ຽນແປງໃໝ່

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈໍາປີ 2025 ພັກ-ລັດຖະບານ ຖືເອົາແມ່ຍິງ ເປັນກຳລັງກອງແຮງສໍາຄັນໜຶ່ງໃນຍຸກແຫ່ງການປ່ຽນແປງໃໝ່

0
10

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2025 ຈັດຂື້ນໃນລະຫວ່າງວັນທີ 15-16 ກໍລະກົດ2025 ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ ທ່ານ ສິນນາວາ ສຸພານຸວົງ ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ສະເເດງຄວາມຮູ້ສຶກວ່າ: ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສໍາຄັນທີ່ສຸດ ເນື່ອງຈາກວ່າບັນດາສະມາຊິກລັດຖະບານ ໄດ້ພ້ອມກັນຄົ້ນຄວ້າເປີກສາຫາລືໃນຫລາຍບັນຫາສໍາຄັນ ໂດຍສະເພາະການເເກ້ໄຂບັນຫາເຄັ່ງຮ້ອນທີ່ເກີດຂື້ນໃນສັງຄົມ ເປັນຕົ້ນ: ການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄາສີນຄ້າເເພງ, ການເພີ່ນຂື້ນອັດຕາພາສີນໍາເຂ້າ-ສົ່ງອອກຂອງບາງປະເທດຕໍ່ລາວ ລວມເຖິງການເເກ້ໄຂບັນຫາການປັບຂື້ນລາຄາໄຟຟ້າທີ່ເພີ່ມສູງຂຶ້ນ ເພື່ອຊອກຫາທາງອອກຮ່ວມກັນ ລະຫວ່າງຜູ້ຜະລິດ ເເລະ ຜູ້ຊົມໃຊ້ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here