ໃນວັນທີ 15 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເຂົ້າຢ້ຽມຂໍ່ານັບ ໃນໂອກາດທີ່ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງວັນທີ 14-18 ກໍລະ ກົດ 2025.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໜາກຜົນຂອງການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ລະຫວ່າງ ອົງການໄອຍະການສູງສຸດ ຂອງສອງປະເທດນັບແຕ່ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ສະບັບທໍາອິດໃນປີ 2014 ເປັນຕົ້ນມາ, ສອງອົງການໄດ້ມີການພົບປະແລກປ່ຽນຄະນະຜູ້ແທນ ເພື່ອແລກປ່ຽນບົດຮຽນນໍາກັນຢ່າງເປັນປົກກະຕິ, ພ້ອມນີ້ ສອງອົງການໄອຍະການສູງສຸດ ຍັງໄດ້ລົງນາມ ແລະ ຈັດຕັ້ງບົດບັນທຶກຄວາມເຂົ້າໃຈ(MOU) ວ່າດ້ວຍການຮ່ວມມືສອງຝ່າຍ ສະບັບລົງວັນທີ 1 ກໍລະກົດ 2024 ໃຫ້ປະກົດຜົນເປັນຈິງໄດ້ເປັນຢ່າງດີ ເຊິ່ງສະແດງອອກມື້ນີ້ບັນດາສະຫາຍ ຈະໄດ້ພ້ອມກັນຈັດກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ໃນຫົວຂໍ້ “ການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດຢ່າງມີປະສິດທິຜົນ” ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ແລະ ໃນຄັ້ງຕໍ່ໄປໃນປີ 2027 ຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ທີ່ຣາຊະອານາຈັກກໍາປູເຈຍ, ຖືເປັນບາດກ້າວທີ່ສໍາຄັນຢ່າງຍິ່ງ ໃນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໜັ້ນຄົງຍາວນານ ໃນໄລຍະປີ 2023-2027 ໃຫ້ປະກົດຜົນເປັນຈິງໃນຂົງເຂດຍຸຕິທໍາ ເພື່ອຮ່ວມກັນໃນການແກ້ໄຂບັນຫາ ອາຊະຍາກໍາຂ້າມຊາດ ໂດຍສະເພາະບັນຫາຢາເສບຕິດ ເຊິ່ງເປັນສິ່ງທ້າທາຍຕໍ່ຄວາມສະຫົງບສຸກ ແລະ ການພັດທະນາຂອງສອງປະເທດ ກໍຄື ຂອງພາກພື້ນເປັນຢ່າງດີ.

ລັດຖະບານ ແລະ ປະຊາຊົນລາວ ຂໍຢືນຢັນການສະໜັບສະໜູນຢ່າງເຕັມທີ່ ຕໍ່ການຮ່ວມມືໃນຂົງເຂດຍຸຕິທໍາຂອງສອງປະເທດ. ຫັວງຢ່າງຍິ່ງວ່າ ສອງອົງການໄອຍະການ ຈະສືບຕໍ່ເພີ່ມທະວີການຮ່ວມມືໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເປັນເສົາຄໍ້າທີ່ເຂັ້ມແຂງ ໃນການປົກຄອງລັດດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ ແລະ ສິດຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນສອງປະເທດ; ຂໍໃຫ້ສອງອົງການ ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການສະກັດກັ້ນ ແລະ ປາບປາມອາຊະຍາກໍາຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ ແລະ ບັນຫາອື່ນໆ ໂດຍຜ່ານການຮ່ວມມືຍຸຕິທໍາ ໂດຍສະເພາະ ໃນບັນດາແຂວງທີ່ມີຊາຍແດນຕິດຈອດກັນໃຫ້ມີປະສິດທິຜົນສູງຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັງຄົມ ທີ່ປົກຄອງດ້ວຍກົດໝາຍທີ່ເຂັ້ມແຂງ ແລະ ຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ປະຊາ ຊົນ, ເຮັດໃຫ້ຊາຍແດນຂອງສອງປະເທດເປັນຊາຍແດນແຫ່ງສັນຕິພາບ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.
ໂອກາດດຽວກັນ, ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້, ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ ເປັນຕົ້ນ ແມ່ນການຂະຫຍາຍການຮ່ວມມື ແລະ ການ ເຄື່ອນໄຫວວຽກງານ ອົງການໄອຍະການຂອງສອງປະເທດ ກໍາປູເຈຍ-ລາວ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນແມ່ນການພັດປ່ຽນຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ການພັດທະນາຂົງເຂດວຽກງານໄອຍະການ ຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ.
ຕອນທ້າຍ, ທ່ານປະທານປະເທດ ຍັງໄດ້ອວຍພອນ ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການມາເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.