ໃນຕອນເຊົ້າວັນທີ 15 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານ ໄດ້ໄຂກອງປະຊຸມເປີດກວ້າງ ຄັ້ງທີ I ປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຕໍ່ຫົວຂໍ້ສຳຄັນ ດັ່ງນີ້:
1. ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈຳນວນໜຶ່ງ ຄື: (1) ລາຍງານສະ ພາບພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ 2025 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ; ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກ ໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ແຜນການຜັນຂະຫຍາຍ ບັນດາມະຕິຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ພົວພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ສະພາແຫ່ງຊາດສັງລວມ; (2) ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ, ທັງສະເໜີມາດຕະການຮັບມື ຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ (ການສ້າງຕັ້ງ ຫຼື ຍົກລະດັບດ່ານຊາຍແດນ); (3) ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ; (4) ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ ແລະ ສະເໜີທິດທາງແກ້ໄຂ ໃນ 6 ເດືອນທ້າຍປີ.

2. ການລາຍງານ ກ່ຽວກັບ: (1) ຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ; (2) ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີ ຂອງສະຫະລັດອາເມລິກາ ຕໍ່ ສປປ ລາວ 40%; (3) ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງ ລາຄານໍ້າມັນເຊື້ອໄຟ; ການສົ່ງອອກສິນຄ້າລະດູຝົນ; ການປະຕິບັດກອງທຶນ ສົ່ງເສີມການຜະລິດສິນຄ້າຢູ່ ສປປ ລາວ.
3. ສະເໜີແຜນ ແລະ ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງ ທີ່ເປັນບູລິມະສິດ ໃນປີ 2026 ແລະ ປີຕໍ່ໆໄປ ລວມທັງ ກົນໄກການປະຕິບັດ ກອງທຶນທາງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ສະພາບການຈັດຕັ້ງປະ ຕິບັດວຽກງານສຳຄັນ ໃນປີ 2025 ຂອງທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະມ້ວນທ້າຍສະໄໝ ແລະ ການສ້າງຂະບວນການສະ ເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ), ການປັບປຸງກົງຈັກການຈັດຕັ້ງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຢູ່ພາຍໃນປະເທດພວກເຮົາ ກໍ່ເກີດມີສະພາບຝົນຕົກໜັກຢູ່ຫຼາຍແຂວງ ເກີດມີສະພາບນໍ້າຖ້ວມ ແລະ ນໍ້າປ່າໄຫຼຊຸ ເຮັດໃຫ້ມີຜູ້ເສຍຊີວິດ ຢູ່ບາງແຂວງ, ບວກກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານ ມີຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ. ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນການແກ້ໄຂບັນຫາຕ່າງໆ ໂດຍສະເພາະ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສໍາເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມຈຳນວນໜຶ່ງ ສາມາດບັນລຸໄດ້ຕາມແຜນ, ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງປະເທດເຮົາ ນັບມື້ໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.