ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຮາກັນ ຟີດານ (Hakan FIDAN), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ການພົບປະກັນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕວັກກີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 26 ມິຖຸນາ 1958 (ຄົບຮອບ 67 ປີ), ສະແດງອອກຄື ໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ພ້ອມນີ້, ສອງຝ່າຍ ຍັງປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ກະສິກໍາ, ສາທາລະນະສຸກ, ການສຶກສາ, ແຮງງານ ແລະ ສະຫວັດດີການສັງຄົມ, ລວມເຖິງການຮ່ວມມືລະຫວ່າງອົງການຈັດຕັ້ງສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືໃນຂອບຫຼາຍຝ່າຍ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.