ວັນທີ 16 ກໍລະກົດ 2025, ໄດ້ມີພິທີເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50,4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ. ພິທີຈັດຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ບຸນມີ ຄໍາພິທູນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຄໍາ ນິລາວົງ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ, ທ່ານ ຫວໍ ວັນ ຫາຍ (Vo Van Hai) ຜູ້ອໍານວຍການໃຫຍ່ ບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ. ມີການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາຫ້ອງວ່າການແຂວງ, ການນໍາ ແລະ ພະນັກງານວິຊາການຂະແໜງສົ່ງເສີມການລົງທຶນ ເຂົ້າຮ່ວມເປັນສັກຂີພະຍານ.
ພະແນກແຜນການ ແລະ ການລົງທຶນແຂວງ ລົງນາມໂດຍ ທ່ານ ບຸນມີ ຄໍາພິທູນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ລົງນາມໂດຍທ່ານ ຫວໍ ວັນ ຫາຍ ຜູ້ອໍານວຍການບໍລິສັດ. ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ ຄໍາ ນີລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ. ໂຄງການປູກກາເຟ, ຖົ່ວລຽນ ແລະ ບຸເບີຣີ ໃນເນື້ອທີ່ 50,4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ຂອງບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ຂອງໂຄງການ ໃນວັນທີ 7 ພຶດສະພາ 2025, ຜ່ານມາບໍລິສັດໄດ້ປະຕິບັດ ພັນທະຢ່າງຖືກຕ້ອງຄົບຖ້ວນຕາມບົດບັນທຶກຄວາມເຂົ້າໃຈ ຈົນກ້າວມາເຖິງການເຊັນສັນຍາສໍາປະທານໃນຄັ້ງນີ້ ເຊິ່ງບໍລິສັດໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຕາມເງື່ອນໄຂບົດບັນທຶກຄວາມເຂົ້າໃຈໄດ້ເປັນຢ່າງດີ ເຮັດໃຫ້ສາມາດສໍາເລັດໄດ້ໂດຍໄວ ນັບແຕ່ວັນທີ່ເຊັນບົດບັນທຶກຄວາມເຂົ້າໃຈ ເຖິງປັດຈຸບັນ. ຜູ້ລົງທຶນແມ່ນບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ, ຮູບແບບການລົງທຶນ ຕ່າງປະເທດ 100% ຈາກ ສສ ຫວຽດນາມ, ທຶນຈົດທະບຽນທັງໝົດ 3 ລ້ານໂດລາສະຫະລັດ. ຈຸດປະສົງ ກໍເພື່ອຮັບປະກັນດ້ານສະບຽງອາຫານ - ໂພຊະນາການ ທັງເປັນສິນຄ້າພາຍໃນ ແລະ ສົ່ງອອກ ຕາມທິດປູກຝັງທັນສະໄໝ, ສະອາດ, ປອດໄພ, ໃສ່ໃຈຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງ.

ການເຊັນສັນຍາ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ 822/ຈຂ.ຈສ, ວັນທີ 14 ກໍລະກົດ 2025 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນສັນຍາສຳປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ກັບ ບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.