ວິທະຍຸສາກົນແຫ່ງ ສປ ຈີນ, ໃນກອງປະຊຸມຖະແຫງຂ່າວ ທີ່ຈັດຂຶ້ນ ໃນວັນທີ 9 ກໍລະກົດນີ້, ທ່ານ ເອໂກ ຊູຢັດໂນ ຮອງຫົວໜ້າວຽກງານ ກູ້ໄພ ກົມກູ້ໄພ ແຫ່ງຊາດ ອິນໂດເນເຊຍ ກ່າວວ່າ: ໜ່ວຍກູ້ໄພ ໄດ້ພົບເຫັນສົບ ຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 12 ຄົນ ຫລັງຈາກ ບັນທຸກຜູ້ໂດຍສານ ແລະ ພະນັກງານ ທັງໝົດ65ຄົນ ໂດຍອີງຕາມ ການພິຈາລະນາ ດ້ານມະນຸດສະທຳ ແລະ ການຊີ້ນຳ ຂອງກົມກູ້ໄພ ແຫ່ງຊາດ, ການຊ່ວຍເຫລືອກູ້ໄພ ຈະແກ່ຍາວອອກໄປອີກ 3 ວັນ ແລະ ຈະຂະຫຍາຍຂອບເຂດກູ້ໄພຫລາຍຂຶ້ນ.ພາຍຫລັງ ກຳປັ່ນໂດຍສານລຳນີ້ ຂອງອິນໂດເນເຊຍ ຫລົ້ມຢູ່ຊ່ອງແຄບບາຫລີ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ