ໃນຕອນເຊົ້າວັນທີ 10 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານວາງສະແດງສິນຄ້າ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ເຊິ່ງຈັດໂດຍສູນກາງສະຫະພັນແມ່ຍິງລາວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ສິນລະວົງ ຄຸດໄພທູນ, ປະທານ ສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານປະທານປະ ເທດ, ທ່ານ ນາງ ວັນດາລາ ສີພັນດອນ ພັນລະຍາທ່ານ ນາຍົກລັດຖະມົນຕີ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍບັນດາທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຜູ້ຕາງໜ້າອົງການຈັດຕັ້ງສະຫະພັນແມ່ຍິງ ບັນດາກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ລາຍງານຕໍ່ພິທີໃຫ້ຮູ້ວ່າ ການຈັດງານໃນຄັ້ງນີ້ ແມ່ນໜຶ່ງໃນຫຼາຍກິດຈະກຳທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ເພື່ອຫວນຄືນມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນ ເຊື້ອ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ. ພາຍໃນງານຄັ້ງນີ້ ໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ປີ່ນອ້ອມ ເປັນຕົ້ນ: ການຈັດປາຖະກະຖາຫວນຄືນມູນເຊື້ອແມ່ຍິງລາວ ໃນພາລະກິດປົດປ່ອຍຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ ໃນຫົວຂໍ້: “ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວ” ເຊິ່ງຈະປາຖະກະຖາໂດຍ ອາດີດການນໍາຂອງສະຫະພັນແມ່ຍິງລາວ; ຈັດສໍາມະນາ ໃຫ້ຄວາມຮູ້ທາງດ້ານວິຊາການໃນຫຼາຍຫົວຂໍ້ເຊັ່ນ: “ແມ່ຍິງກັບການຮັກສາສຸຂະພາບ” (ການໃຫ້ຄວາມຮູ້ ກ່ຽວກັບການປ້ອງກັນ ແລະ ປິ່ນປົວມະເຮັງເຕົ້ານົມ ແລະ ມະເຮັງປາກໝົດລູກ), “ແມ່ຍິງກັບວັດທະນະທຳ”, “ແມ່ຍິງກັບການກໍ່ຕັ້ງທຸລະກິດ”, “ແມ່ຍິງກັບສິ່ງແວດລ້ອມ”, “ການປົກປ້ອງແມ່ຍິງ ແລະ ໄວໜຸ່ມ”, “ການປົກປ້ອງສິດຊັບສິນທາງປັນຍາ” ແລະ ຫົວຂໍ້ອື່ນໆ,
ພ້ອມນັ້ນ ກໍມີກິດຈະກໍາຊົມການສະແດງສິນລະປະ ແລະ ການເດີນແບບອາພອນບັນດາເຜົ່າ ຂອງເຍົາວະຊົນ; ເປີດຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ກໍຄືຄົນເຈັບ ທີ່ຕ້ອງການເລືອດຢູ່ໂຮງໝໍຕ່າງໆ ໃນທົ່ວປະເທດ ພາຍໃຕ້ ຄໍາຂວັນ: “70 ປີ ມີໄຊ ຮ່ວມໃຈໃຫ້ເລືອດ ຊ່ວຍຊີວິດ” ເຊິ່ງໄດ້ປຸກລະດົມສະມາຊິກ ສະຫະ ພັນແມ່ຍິງກະຊວງ- ອົງການ, ນະຄອນຫຼວງວຽງຈັນ, ບັນດາຫົວໜ່ວຍທຸລະກິດ ແລະ ມວນຊົນທົ່ວໄປ; ຮັບບໍລິການກວດຕາ ໂດຍບໍ່ເສຍຄ່າ ແລະ ໃຫ້ຄໍາປຶກສາ ກໍລະນີທີ່່ມີບັນຫາທາງສາຍຕາ ໂດຍທ່ານໝໍທີ່ມີຄວາມຊ່ຽວຊານສະເພາະດ້ານ; ຈັດງານຕະຫຼາດນັດ ເພື່ອວາງສະແດງຜົນງານການເຄື່ອນໄຫວດ້ານຕ່າງໆ ຂອງສະຫະພັນແມ່ຍິງບັນດາກະຊວງ, ອົງການ ຈຳນວນ 13 ພາກສ່ວນ (44 ຮ້ານ); ພ້ອມທັງ ຮ້ານວາງສະແດງຜະລິດຕະພັນຂອງສະຫະພັນແມ່ຍິງ ແຂວງ ແລະ ນະຄອນຫຼວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າຂາຍເພດຍິງ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ມາວາງຈໍາໜ່າຍຜະລິດຕະພັນ ທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ລວມມີ 2,000 ກວ່າລາຍການ ເຊັ່ນ: ປະເພດສີນຄ້າຫັດຖະກໍາ ມີ: ຜະລິດຕະພັນເຄື່ອງຈັກສານ, ຜ້າຝ້າຍ, ຜ້າໄໝ, ເສື້ອ, ສິ້ນ, ຜ້າບ່ຽງ-ຜ້າປູໂຕະ, ກະເປົາຜ້າ-ກະເປົາຫວາຍ, ເຄື່ອງໃຊ້ສອຍ, ຂອງທີ່ລະນຶກອື່ນໆ ລວມມີ 106 ຮ້ານ; ປະເພດອາຫານ ມີ: ເຂົ້າຕົ້ມ, ເຂົ້າໜົມຫວານ, ຊີິ້ນແຫ້ງ, ປາແຫ້ງ, ເຄື່ອງດື່ມ ແລະ ຜັກສົດ, ໝາກໄມ້ສົດ ລວມມີ 31 ຮ້ານ ເຊິ່ງມີການປຸງແຕ່ງ ແລະ ແປຮູບຜະລິດຕະພັນແບບປະດິດສ້າງ ປະສົມປະສານຕາມຍຸກສະໄໝ ແຕ່ຍັງຄົງຮັກສາຄວາມເອກະລັກຂອງທ້ອງຖິ່ນ ໃຫ້ມີມູນຄ່າເພີ່ມໃຫ້ກາຍເປັນສິນຄ້າ ທີ່ສາມາດຂາຍ-ຈຳໜ່າຍທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ນຳມາວາງສະແດງ ແລະ ຈຳໜ່າຍ ເພື່ອໃຫ້ມວນຊົນ, ແຂກຄົນ ທີ່ມາທ່ຽວຊົມ ໄດ້ຈັບຈ່າຍ-ຊື້ ເພື່ອໃຊ້ສອຍ, ເປັນຂອງຝາກ-ຂອງຕ້ອນ ແລະ ອື່ນໆ.

ນອກຈາກເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີແລ້ວ, ອີກດ້ານໜຶ່ງ ແມ່ນເພື່ອສ້າງກິດຈະກຳດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ຫຼາຍຂຶ້ນ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ນັບມື້້ມີການເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຫຼາຍຂຶ້ນເປັນກ້າວໆ. ການຈັດງານໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 07 ວັນ ນັບແຕ່ວັນທີ 07-13 ກໍລະກົດ 2025.
ຫຼັງຈາກນັ້ນ, ນາຍົກລັດຖະມົນຕີ ແລະ ບັນດາການນຳຂັ້ນສູງ ທີ່ເຂົ້າຮ່ວມພິທີ ກໍ່ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອເປີດພິທີຢ່າງເປັນທາງການ, ພ້ອມທັງ ຢ້ຽມຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າ ພາຍໃນງານ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.