ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຈີ້ ຢຸງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 09-11 ກໍລະກົດ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2025, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ໂດຍມີຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ຈີ້ ຢຸງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງ ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ແລະ ການຫັນເປັນດີຈິຕອນ ເຂົ້າໃນທຸກຂະແໜງການ ໂດຍສະເພາະດ້ານການພັດທະນາເສດຖະກິດ. ສອງຮອງນາຍົກລັດຖະມົນຕີ ໄດ້ຮ່ວມກັນສະຫຼຸບຕີລາຄາສະພາບການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃນ 06 ເດືອນຕົ້ນປີຜ່ານມາ ຊຶ່ງເຫັນວ່າ ພາຍໃຕ້ການຊີ້ນໍາຂອງສອງພັກ-ສອງລັດ ລາວ-ຫວຽດນາມ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຂອງສອງຝ່າຍ ໄດ້ສືບຕໍ່ເປັນເຈົ້າການປະສານສົມທົບ ແລະ ຕັ້ງໜ້າຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2025 ບັນລຸໄດ້ໝາກຜົນ ແລະ ມີຄວາມຄືບໜ້າໃນທຸກຂົງເຂດ ເຊັ່ນ: ການຮ່ວມມືທາງດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ການກໍ່ສ້າງຊັບພະຍາກອນມະນຸດ, ດ້ານເສດຖະກິດ, ການຄ້າ, ບັນດາກິດຈະການ, ໂຄງການຮ່ວມມື-ລົງທຶນສອງຝ່າຍ ແລະ ບັນດາໂຄງການຊ່ວຍເຫຼືອລ້າຈາກພັກ-ລັດ ຫວຽດນາມ ຢູ່ ສປປ ລາວ. ພ້ອມນີ້, ສອງຝ່າຍຍັງໄດ້ພ້ອມກັນວາງທິດທາງການຮ່ວມມື ໃນ 06 ເດືອນທ້າຍປີ 2025 ໂດຍຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈໍາປີ 2025 ຂອງສອງລັດຖະບານ ເປັນຕົ້ນແມ່ນຊຸກຍູ້ບັນດາໂຄງການຈຸດສຸມທີ່ຍັງຄ້າງຄາ ກໍຄືບັນດາໂຄງການທີ່ຄາດຄະເນຈະສໍາເລັດໃນທ້າຍປີ 2025 ນີ້ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະການສືບຕໍ່ພັດທະນາພື້ນຖານໂຄງລ່າງ, ການສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ບັນດາໂຄງການຮ່ວມມືທີ່ສອງຝ່າຍມີທ່າແຮງ, ສືບຕໍ່ປະສານສົມທົບກັນສ້າງຮ່າງເອກະສານສັນຍາຮ່ວມມືທະວິພາຄີ ລະຫວ່າງ ລາວ-ຫວຽດນາມ ໄລຍະ 2026-2030 ແລະ ກະກຽມເນື້ອໃນກອງປະຊຸມຮ່ວມມືທະວິພາຄີ ຄັ້ງທີ 48 ປະຈໍາປີ 2026 ຂອງສອງຄະນະກໍາມະການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ.
ໃນໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
ໃນຂະນະດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະຮ່ວມກັບ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງຜູ້ນໍາສອງປະເທດ ໃຫ້ປະກົດຜົນເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ພາຍຫຼັງສໍາເລັດການພົບປະ, ສອງຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ ແລະ ຫວຽດນາມ ພ້ອມທັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານ ອະນຸສັນຍາ ສະບັບປັບປຸງການຊື້ຂາຍ ໄຟຟ້າ-ຖ່ານຫີນ ລາວ-ຫຽດນາມ ອີກດ້ວຍ.