ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)
ເພື່ອສືບຕໍ່ນຳພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ຊຶ່ງໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນ້ອງນັກຮົບ. ນັບແຕ່ຫົວທີທີ່ ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ.
ພາຍໃຕ້ການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ທາງດ້ານການເມືອງ – ເສດຖະກິດ, ວັດທະນະທຳ – ສັງຄົມ ແມ່ຍິງລາວກໍໄດ້ຮັບການປົກປ້ອງ ຍົກສູງບົດບາດ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.
ຕະຫຼອດໄລຍະທີ່ຜ່ານມາ ຈົນມາຮອດປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າພວກເຮົາໄດ້ມີຜົນງານອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ເວົ້າສະເພາະ ເອື້ອຍນ້ອງແມ່ຍິງກະຊວງສາທາລະນະສຸກ ກໍແມ່ນພາກສ່ວນໜຶ່ງທີ່ໄດ້ປະກອບສ່ວນໃນການເບິ່ງແຍງດູແລສຸຂະພາບ ບັນດາການນໍາ, ນັກຮົບປະຕິວັດ, ປະຊາຊົນລາວບັນດາເຜົ່າຜ່ານຜ່າລູກປືືນ, ລູກລະເບີດຂອງພວກຈັກກະພັດ ໃນສະໝາມຮົບຢ່າງພິລະອາດຫານ. ເອື້ອຍນ້ອງແມ່ຍິງແພດໝໍ ທັງປິ່ນປົວສຸຂະພາບ, ທັງຕໍ່ສູ້ ແລະ ທັງເພີ່ມພູນຜະລິດຜົນ. ເອື້ອຍນ້ອງແມ່ຍິງແພດໝໍໄດ້ຮັບການຍົກຍ້ອງ ເປັນແພດປະຕິວັດ ແພດປະຊາຊົນ ແລະ ໄດ້ເປັນບຸກຄົນດີເດັ່ນຮັບຫຼຽນກ້າຫານ, ຫຼຽນໄຊ, ຫຼຽນກາຫຼາຍຮ້ອຍຄົນ.
ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດດັ່ງກ່າວເອື້ອຍນ້ອງແມ່ຍິງລາວ ເວົ້າລວມ ເວົ້າສະເພາະ ແມ່ນເອື້ອຍນ້ອງແມ່ຍິງຂະແໜງການສາທາລະນະສຸກ ຊຶ່ງຜ່ານມາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ ຈະສືບຕໍ່ເຮັດຫຼ້ອນໜ້າທີ່ຂອງຕົນສຸມທຸກເຫື່ອແຮງສະຕິປັນຍາເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຊຶ່ງໄດ້ກຳນົດໄວ້ໃນແນວທາງນະໂບຍາຍ, ແຜນຍຸດທະສາດ, ແຜນງານ, ໂຄງການແຕ່ລະໄລຍະ.
ເນື່ອງໃນວັນທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າຕາງໜ້າເອື້ອຍນ້ອງແມ່ຍິງຂະແໜງການສາທາລະນະສຸກ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳພາ – ຊີ້ນຳອັນສະຫຼາດສ່ອງໃສຂອງພັກ ຊຶ່ງຍາມໃດກໍໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ.
ຂໍສະແດງຄວາມເອກອ້າງທະນົງໃຈຕໍ່ການນຳເພດຍິງຮຸ່ນກໍ່ຕັ້ງ ແລະ ຮຸ່ນອາວຸດໂສທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຕັ້ງ ແລະ ເສີມຂະຫຍາຍມູນເຊື້ອ ສະຫະພັນແມ່ຍິງລາວ ຈົນເຕີບໃຫຍ່ຂະຫຍາຍຕົວຄືດັ່ງປັດຈຸບັນນີ້.
ແມ່ຍິງລາວ ໃນຂະແໜງການສາທາລະນະສຸກຈະສືບຕໍ່ສູ້ຊົນຮ່ວມກັບແມ່ຍິງລາວໃນທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພິເສດແມ່ນ ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ມີຈັນຍາບັນ-ຈັນຍາທຳ ທີ່ມີຄຸນະພາບ ແລະ ທົ່ວເຖິງ ແກ່ປະຊາຊົນ ແລະ ປົກປັກຮັກສາ ເສີມຂະຫຍາຍ 5 ຄຸນລັກສະນະຂອງແມ່ຍິງລາວຄື:
1) ແມ່ຍິງມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານ, ມີນໍ້າໃຈປະຢັດສັດທ່ຽງ (ເຮັດວຽກໄຮ່ການນາຫຼັງສູ້ຟ້າໜ້າສູ້ດິນ, ເຂັນຝ້າຍຕໍ່າຫູກ, ການໃຊ້ຈ່າຍກໍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກຫຼານ.
2) ມີຄວາມບໍລິສຸດຜຸດຜ່ອງ, ຮັກລູກແພງຜົວ, ຍອມທົນທຸກທົນຍາກ, ຍອມເສຍສະຫຼະເພື່ອຄວາມສຸກຂອງຄອບຄົວລູກຜົວ.
3) ມີນໍ້າໃຈເອື້ອເຟື້ອເຜື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ.
4) ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ.
5) ມີກິລິຍາມາລະຍາດ ສຸພາບອ່ອນຫວານ, ຮັກສາມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ.
ພ້ອມກັນນັ້ນກໍຈະຕັ້ງໜ້າປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ພັດທະນາຕົນເອງໃຫ້ ມີຄຸນສົມບັດ ມີຄວາມຮູ້ຄວາມສາມາດັ່ງຄໍາເວົ້າຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃນໂອກາດໂອ້ລົມໃນກອງປະຊຸມໃຫຍ່ຄັ້ງທີ IIX ຜູ້ແທນແມ່ຍິງລາວທົ່ວປະເທດ “ຈົ່ງພັດທະນາຕົນເອງໃຫ້ກາຍເປັນ ລູກສາວຜູ້ປະເສີດຂອງພັກ”
ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດແດ່ທ່ານຜູ້ນຳພັກ-ລັດ; ພະນັກງານອາວຸໂສ ເອື້ອຍນ້ອງແມ່ຍິງທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ ມີຄວາມສຳເລັດໃນໜ້າທີ່ວຽກງານປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.