ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ, ຊັບໃນດິນສິນໃນນໍ້າ, ແຕ່ຊັບພະຍາກອນທຳມະຊາດເຫຼົ່ານັ້ນນັບມື້ບົກແຫ້ງລົງດ້ວຍນ້ຳມືຂອງມະນຸດ ຈຶ່ງເຮັດໃຫ້ສັດນ້ຳ-ສັດປ່າຫຼາຍຊະນິດຫຼຸດໜ້ອຍຖອຍລົງ ແລະ ສັດຫຼາຍຊະນິດໃກ້ຈະສູນພັນ.
ປັດຈຸບັນປະເທດເຮົາມີຊະນິດພັນສັດປ່າ ຫຼາຍກວ່າ 1,000 ຊະນິດ ແລະ ປາພື້ນເມືອງຫຼາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາ ລາ, ແຮດ, ໝີ, ເມີຍ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ອື່ນໆ. ສັດດັ່ງກ່າວແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດູນຂອງລະບົບນິເວດ ໃນທໍາມະຊາດ, ເປັນມໍຣະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດລາວເຮົາ. ສະນັ້ນ, ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ປວງຊົນລາວທັງຊາດໃນການປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າທີ່ເປັນມູນມໍລະດົກຂອງຊາດລາວໃຫ້ມີຄວາມອຸດົມສົມບູນຕະຫຼອດໄປນັ້ນ, ພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ. ວັນສໍາຄັນດັ່ງກ່າວນີ້ກໍກົງກັບວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.
ໃນແຕ່ລະປີລັດຖະບານໄດ້ຈັດກິດຈະກໍາຕ່າງໆເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸ ຊົນຮຸ່ນຫຼັງກໍຄືທົ່ວສັງຄົມໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ – ສັດປ່າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດປົກປັກຮັກສາລະບົບນິເວດໃຫ້ມີຄວາມສົມດູນ ແລະ ຍືນຍົງ.
ໄລຍະຜ່ານມາ, ລັດຖະບານໄດ້ມີແນວທາງນະໂຍບາຍທີ່ເໝາະສົມໃນການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ປົກປັກຮັກສາສັດນ້ຳ-ສັດປ່າ ໂດຍໄດ້ສ້າງກົດໝາຍວ່າດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ ເພື່ອປົກປ້ອງສັດນ້ຳ – ສັດປ່າທີ່ຫວງຫ້າມ. ຂະນະດຽວກັນກໍໄດ້ມີການສົ່ງເສີມໃຫ້ມີການລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າເພື່ອເພີ່ມຈຳນວນສັດດັ່ງກ່າວໃຫ້ຫຼາຍຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ຫຼຸດຜ່ອນການທຳມາຫາກິນທີ່ນຳໃຊ້ຊັບພະຍາກອນທຳມະຊາດແບບບໍ່ຍືນຍົງ, ຟຸ່ມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ. ນອກນັ້ນ ລັດຖະບານຍັງສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າ ເພື່ອປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ.
ປັດຈຸບັນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍານວນ 50 ກວ່າແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນຫຼາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 300 ກວ່າແຫ່ງ, ສາມາດສະໜອງແນວພັນປາໃຫ້ສັງຄົມໄດ້ໂດຍພື້ນຖານປະມານ 290 ລ້ານໂຕ (ສະໜອງໄດ້ກວ່າ 73% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍພັນສັດປ່າຫຼາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫຼາຍຊະນິດ, ທົ່ວປະເທດມີວັງສະຫງວນປາຫຼາຍກວ່າ 1,100 ວັງ, ໃນນັ້ນ ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 1 ເຂດ.
ການປ່ອຍສັດນ້ຳ-ສັດປ່າຄືນສູ່ທຳມະຊາດ ແມ່ນເປັນການປູກຈິດສຳນຶກໃຫ້ທຸກພາກສ່ວນທົ່ວສັງຄົມຮັບຮູ້ການສ້າງຄັງອາຫານຢູ່ໃນທໍາມະຊາດ, ທັງເຫັນໄດ້ຄວາມສຳຄັນການອະນຸລັກສັດນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າທຳມະຊາດ, ຄືນຈໍານວນປະຊາກອນສັດນ້ຳ-ສັດປ່າ ໃຫ້ຫຼາຍຂຶ້ນ.
ດັ່ງນັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນປົກປັກຮັກສາອະນຸລັກສັດນໍ້າ-ສັດປ່າ ເພື່ອຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດ ໃນທໍາມະຊາດ ຊຶ່ງເປັນມໍຣະດົກອັນລ້ຳຄ່າໃຫ້ຄົງຢູ່ກັບພວກເຮົາຕະຫຼອດໄປ.