ໃນຕອນບ່າຍວັນທີ 6 ກໍລະກົດ 2025, ທີ່ສະໂມສອນແຂວງສາລະວັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ ໄດ້ໃຫ້ກຽດເປັນປະທານກອງປະຊຸມທາບທາມບຸກຄະລາກອນ ທີ່ເຂົ້າສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2); ມີສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ພາຍໃນແຂວງ ກໍ່ຄື ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປັນຕົ້ນ: ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານງົບປະມານ. ຫຼັງຈາກນັ້ນ, ສະຫາຍ ກໍໄດ້ສືບຕໍ່ຜ່ານມາດຖານ, ເງື່ອນໄຂ ຂອງຄະນະບໍລິຫານງານພັກແຂວງ ແລະ ມາດຕະຖານຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານຄະນະກວດກາພັກແຂວງ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ນຳໄປຄົ້ນຄວ້າ, ເລືອກເຟັ້ນເອົາຄະນະບໍລິຫານງານແຂວງ (ຊຸດໃໝ່) ໃຫ້ໄດ້ຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ທີ່ໄດ້ກຳນົດໄວ້ ເຊິ່ງໂດຍອີງໃສ່ ກົດລະບຽບ ພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ແລະ ຄຳແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 504/ຄກສພ ແມ່ນມີມາດຕະຖານ-ເງື່ອນໄຂ 5 ດ້ານ ຄື: 1). ດ້ານຄຸນທາດການເມືອງ; 2). ດ້ານຄຸນສົມບັດ ສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດ; 3). ດ້ານຄວາມຮູ້-ຄວາມສາມາດ; 4). ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ; ແລະ 5). ດ້ານສຸຂະພາບ.

ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ແລະ ມີຄຳເຫັນກ່ອນການທາບທາມບຸກຄະລາກອນ ເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2) ໃນບາງບັນຫາ ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ທັງຮັບປະກັນໃຫ້ມີລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ ຢ່າງສົມເຫດສົມຜົນ, ລວມທັງ ຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ກໍ່ຕ້ອງໃຫ້ສົມສ່ວນຢ່າງເໝາະສົມ. ນອກຈາກນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງໄດ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງ ທາບທາມບຸກຄະລາກອນເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນການລົງຄະແນນສຽງທາບທາມ ໂດຍຂາດຄວາມຮັບຜິດຊອບ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີເຊິ່ງກັນ ແລະ ກັນ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະພາໃຫ້ເກີດມີການເສື່ອມເສຍຕໍ່ບົດບາດການນຳພາຂອງພັກ.
ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍ່ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2).
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.