ໂດຍໄດ້ຮັບການມອບໝາຍຈາກຄະນະພັກ-ຄະນະບັນຊາກະຊວງ ປກສ, ທ່ານ ພົຈວ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການກະຊວງ ໄດ້ນໍາພາຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 25 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ (25th SOMTC and Its Related Meetings), ເຊິ່ງທັງໝົດປະກອບມີ 13 ກອງປະຊຸມ, ຈັດຂຶ້ນໃນລະຫວ່າງ ວັນທີ 23 – 27 ມິຖຸນາ 2025 ທີ່ ປູຕາຈາຢາ, ປະເທດ ມາເລເຊຍ.
ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ປ່ຽນທັດສະນະກ່ຽວກັບສະພາບອາດຊະຍາກຳ ແລະ ຄວາມພະຍາຍາມລະດັບຊາດ, ພາກພື້ນ ແລະ ສາກົນ ໃນການຕ້ານອາຊະຍາກໍາຂ້າມຊາດ ໃນ 8 ຂົງເຂດບຸລິມາສິດຂອງອາຊຽນ ເຊັ່ນ: ການລັກລອບຄ້າຢາເສບຕິດ, ການຄ້າມະນຸດ, ການລັກລອບນໍາຄົນເຂົ້າ-ອອກເມືອງ, ອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ການກໍ່ການຮ້າຍ, ການລັກລອບຄ້າອາວຸດເສິກ, ການລັກ ລອບຄ້າສັດປ່າ ແລະ ໄມ້ຫ່ວງຫ້າມ, ແລະ ການຟອກເງິນ.

ບັນດາປະເທດສະມາຊິກອາຊຽນ ເຫັນວ່າ ບັນຫາອາຊະຍາກໍາຂ້າມຊາດທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ພາກພື້ນໃນປະຈຸບັນ ແມ່ນອາຊະຍາກໍາຢາເສບຕິດ, ທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ ແລະ ການຄ້າມະນຸດ, ເຊິ່ງບັນຫາເລົ່ານີ້ນັບມື້້ມີຄວາມຮຸ່ນແຮງ ແລະ ສະຫຼັບລັບສັບຊ້ອນຂຶ້ນເລື່ອຍໆ.
ກອງປະຊຸມໄດ້ເປັນເອກະພາບກັນໃນ 4 ບັນຫາສຳຄັນ ເຊັ່ນ:
(1) ມີຄວາມຈຳເປັນທີ່ສຸດ ທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມືພາຍໃນອາຊຽນ ແລະ ຮ່ວມມືກັບປະເທດຄູ່ເຈລະຈາ ເພື່ອພ້ອມກັນແກ້ໄຂໄພຂົ່ມຂູ່ດັ່ງກ່າວ ຜ່ານການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ການສ້າງຄວາມອາດສາມາດລວມທັງການອອກມາດຕະການຮັບມືທີ່ສອດຄ່ອງກັບສະພາບການຕົວຈິງ.
(2) ຕໍ່ການສະເໜີໃຫ້ ຕີມໍແລັດສະແຕ, ໃນນາມຜູ້ສັງເກດ, ເຂົ້າເປັນພາຄີສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການກໍ່ການຮ້າຍ ແລະ ສົນທິສັນຍາວ່າດ້ວຍການຕ້ານການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ເພື່ອກະກຽມຄວາມພ້ອມໃນການເຂົ້າເປັນປະເທດສະມາຊິກອາຊຽນສົມບູນ;

(3) ຕໍ່ກັບການສະເໜີການສ້າງກົນໄກກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍການຕ້ານການຟອກເງິນ ສໍາລັບເປັນເວທີໃຫ້ແກ່ການປຶກສາຫາລື ແລະ ຄົ້ນຄວ້າທິດທາງການຮ່ວມມືໃນລະດັບພາກພື້ນ;
(4) ຕໍ່ກັບເນື້ອໃນຮ່າງຖະແຫຼງການ 7 ສະບັບ ທີ່ຕິດພັນກັບວຽກງານຕ້ານການຟອກເງິນ, ການໄລ່ຊອກ-ໄລ່ຈັບ, ການຕ້ານການກໍ່ການຮ້າຍ, ການຕ້ານການລັກລອບນໍາຄົນເຂົ້າ-ອອກເມືອງ, ແລະ ການຕ້ານອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ເຊິ່ງຈະສືບຕໍ່ສະເໜີຂໍການຮັບຮອງຈາກກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 19 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນຂັ້ນຕໍ່ໄປ.
ນອກຈາກ ການປະກອບສ່ວນຮ່ວມກັບບັນດາປະເທດສະມາຊິກອາຊຽນແລ້ວ, ຄະນະຜູ້ແທນ ສປປ ລາວ ໃນນາມປະທານ ແລະ ເຈົ້າພາບກອງປະຊຸມອາຊຽນຄັ້ງຜ່ານມາ ໄດ້ຂຶ້ນລາຍງານຜົນໄດ້ຮັບຈາກການນໍາອາຊຽນທົບທວນຄືນ 10 ຂົງເຂດວຽກງານບູລິມະສິດ ເພື່ອຕ້ານອາຊະຍາກໍາຂ້າມຊາດ, ເຊິ່ງເລີ່ມຕົ້ນນັບແຕ່ປີ 2024, ເປັນປະທານຮ່ວມກອງປະຊມເຈົ້າໜ້າທີ່ອາວຸໂສວ່າດ້ວຍຕ້ານອາຊະຍາກຳຂ້າມຊາດ ອາຊຽນ-ການາດາ ຄັ້ງທີ່ 13 ແລະ ໄດ້ພົບປະເຮັດວຽກສອງຝ່າຍກັບ ຄະນະຜຸ້ແທນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ອົດສະຕຣາລີ, ການາດາ, ແລະ ສ ເກົາຫຼີ ເພື່ອປຶກສາຫາລືວຽກງານທີ່ສອງຝ່າຍໃຫ້ຄວາມສົນໃຈ.
ທີ່ມາ: ໜັງສືພິມຄວາມສະຫງົບ