Home ຂ່າວໜ້າໜຶ່ງ ຜົນສຳເລັດການຮັບຮອງກົດໝາຍ 10 ສະບັບ ຂອງສະພາແຫ່ງຊາດ

ຜົນສຳເລັດການຮັບຮອງກົດໝາຍ 10 ສະບັບ ຂອງສະພາແຫ່ງຊາດ

0
4

ວັນທີ 26 ມິຖຸນາ 2025 ນີ້, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະ ທານກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳ ເລັດການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ດໍາເນີນແຕ່ວັນທີ 9 ມິຖຸນາ ເປັນຕົ້ນມາ. ກອງປະຊຸມໄດ້ຄົ້ນຄວ້າ ພິຈາລະ ນາຮັບຮອງເອົາເນື້ອໃນທີ່ສໍາຄັນຫລາຍບັນຫາ, ພິຈາລະນາປະກອບຄໍາເຫັນໃສ່ເນື້ອໃນຮ່າງກົດໝາຍ 10 ສະບັບ ຕາມແຜນເບື້ອງຕົ້ນ 8 ສະບັບ, ແຕ່ອີງຕາມຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ແລະ ຮີບດ່ວນ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເພີ່ມເຂົ້າຕື່ມອີກ 2 ສະບັບ ທັງໝົດ 10 ສະບັບ. ໃນນີ້, ມີກົດໝາຍ ສ້າງໃໝ່ 5 ສະບັບ ແລະ ກົດໝາຍປັບປຸງ 5 ສະບັບ.

ກົດໝາຍສ້າງໃໝ່ 5 ສະບັບປະກອບມີ: ຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ ເຊິ່ງແມ່ນອົງການໄອຍະການປະຊາຊົນສູງສຸດ ເປັນຜູ້ສະເໜີ ມີຜູ້ແທນເຂົ້າຮ່ວມທັງໝົດ 146 ທ່ານ, ຜູ້ແທນປະ ກອບຄໍາເຫັນທັງໝົດ 33 ທ່ານ, ຍິງ 8 ທ່ານ, ຄະແນນສຽງເຫັນດີ 140 ທ່ານ ກວມເອົາ 97,22%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,27% ແລະ ບໍ່ອອກສຽງ 0 ທ່ານ; ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ສະເໜີໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ, ປະກອບຄໍາເຫັນ 38 ທ່ານ, ຍິງ 10 ທ່ານ, ຄະແນນສຽງເຫັນດີ 143 ທ່ານ ກວມເອົາ 97,94%, ບໍ່ເຫັນດີ 2 ທ່ານ ກວມເອົາ 1,36% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0,68%; ຮ່າງກົດໝາຍວ່າດ້ວຍສາມັນສຶກສາ ສະເໜີໂດຍ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ແທນເຂົ້າຮ່ວມທັງໝົດ 149 ທ່ານ, ປະກອບຄໍາເຫັນ 35 ທ່ານ, ຍິງ 8 ທ່ານ, ຄະແນນສຽງເຫັນດີ 138 ທ່ານ ກວມເອົາ 92,61%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,04% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1,34%; ຮ່າງກົດໝາຍວ່າດ້ວຍການປູກຝັງ ສະເໜີໂດຍ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ, ປະກອບຄໍາ 34 ທ່ານ, ຍິງ 7 ທ່ານ, ຄະແນນສຽງເຫັນດີ 145 ທ່ານ ກວມເອົາ 97,97%, ບໍ່ເຫັນດີ 3 ທ່ານ ກວມເອົາ 2,02% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ສະເໜີໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຜູ້ແທນເຂົ້າຮ່ວມທັງໝົດ 142 ທ່ານ, ປະກອບຄໍາເຫັນ 37 ທ່ານ, ຍິງ 4 ທ່ານ, ຄະແນສຽງເຫັນດີ 132 ທ່ານ ກວມເອົາ 93,61%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,38% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%.

ກົດໝາຍປັບປຸງ ມີ 5 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ສະເໜີໂດຍ ສານປະຊາຊົນສູງສຸດ ມີຜູ້ແທນເຂົ້າຮ່ວມທັງໝົດ 149 ທ່ານ, ປະ ກອບຄໍາເຫັນທັງໝົດ 6 ທ່ານ, ຄະແນນສຽງເຫັນດີ 137 ທ່ານ ກວມເອົາ 91,94%, ບໍ່ເຫັນດີ 9 ທ່ານ ກວມເອົາ 6,04% ແລະ ບໍ່ອອກສຽງ 3 ທ່ານ ກວມເອົາ 2,01%; ຮ່າງກົດໝາຍວ່າດ້ວຍຢາ ແລະ ຜະ ລິດຕະພັນການແພດ ສະເໜີໂດຍ ກະຊວງສາທາລະນະສຸກ ມີຜູ້ແທນເຂົ້າຮ່ວມທັງໝົດ 142 ທ່ານ, ປະກອບຄໍາເຫັນ 19 ທ່ານ, ຍິງ 4 ທ່ານ, ຄະແນນສຽງເຫັນດີ 138 ທ່ານ ກວມເອົາ 97,18%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,81% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍຊົນລະ ປະທານ ສະເໜີໂດຍ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີຜູ້ແທນເຂົ້າຮ່ວມທັງໝົດ 141 ທ່ານ,ປະກອບຄໍາເຫັນ 11 ທ່ານ, ຍິງ 2 ທ່ານ, ຄະແນນສຽງເຫັນດີ 136 ທ່ານ ກວມເອົາ 97,14%, ບໍ່ເຫັນດີ 4 ທ່ານ ກວມເອົາ 2,85% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%; ຮ່າງກົດໝາຍວ່າດ້ວຍອາ ກອນລາຍໄດ້ ສະເໜີໂດຍກະຊວງການເງິນ ມີຜູ້ແທນເຂົ້າຮ່ວມ 142 ທ່ານ, ປະກອບຄໍາເຫັນ 19 ທ່ານ, ຍິງ 2 ທ່ານ, ຄະແນນສຽງເຫັນດີ 131 ທ່ານ ກວມເອົາ 92,25%, ບໍ່ເຫັນດີ 10 ທ່ານ ກວມເອົາ 7,04% ແລະ ບໍ່ອອກສຽງ 1 ທ່ານ ກວມ 0,7%; ຮ່າງກົດໝາຍວ່າດ້ວຍປ້າຍ ສະເໜີໂດຍ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນຜູ້ສະເໜີມີຜູ້ແທນເຂົ້າຮ່ວມ 143 ທ່ານ, ປະກອບຄໍາເຫັນ 10 ທ່ານ, ຍິງ 5 ທ່ານ, ຄະແນນສຽງເຫັນດີ 128 ທ່ານ ກວມເອົາ 89,51%, ບໍ່ເຫັນດີ 13 ທ່ານ ກວມເອົາ 9,09% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1,39%.

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 10 ສະບັບນີ້, ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດ ຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2025, ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາ ຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ສະກັດກັ້ນ ແລະ ຕ້ານບັນດາປາກົດ ການຫຍໍ້ທໍ້ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫລົ່ານັ້ນ ເຖິງວ່າໄດ້ຮັບ ຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ປະສານສົມທົບກັບກໍາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງເນື້ອໃນ ໃຫ້ສໍາເລັດສົມບູນ ເພື່ອລາຍງານຕໍ່ກອງຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ກ່ອນນໍາສະເໜີປະທານສະພາແຫ່ງຊາດ ພິຈາລະນາລົງລາຍເຊັນແລ້ວ ນໍາສະເໜີທ່ານປະທານປະເທດ ພິຈາລະ ນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here