Friday, June 27, 2025
Homeຂ່າວໜ້າໜຶ່ງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສໍາເລັດ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສໍາເລັດ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 9 ມິຖຸນາ ແລະ ໄດ້ປິດລົງໃນວັນທີ 26 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ, ມີບັນດາການນຳຂັ້ນສູງພັກ, ລັດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ພະນັກງານອາວຸໂສບຳນານ ພ້ອມແຂກ ຖືກເຊີນເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ປິດກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງຕໍ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມທຸກພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 15 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດສືບຕໍ່ມີການພັດທະນາຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສຳຄັນຈຳນວນໜຶ່ງ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ທີ່ໄດ້ນຳໃຊ້ທຸກທ່າແຮງ ແລະປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 4,5%; ການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2025; ອັດຕາເງິນເຟີ້ມີທ່າອ່ຽງຫລຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ກຳນົດເພດານແຜນລາຍຮັບງົບປະມານ ໃຫ້ສອດຄ່ອງກັບທ່າແຮງຕົວຈິງ; ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມກົດໝາຍ, ຫລຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ; ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຂົ້າຫາແຫລ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດ ໃຫ້ຫລາຍຂຶ້ນ, ມີນະໂຍບາຍສົ່ງເສີມທີ່ຊັດເຈນ; ກຳນົດລາຍການສິນຄ້າ ທີ່ຜະລິດໄດ້ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ມີມາດຕະການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ; ສືບຕໍ່ດໍາເນີນການປະຕິຮູບລັດວິສາຫະກິດ ໃຫ້ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ; ເອົາໃຈໃສ່ການຫັນເປັນທັນສະໄໝໃນການເກັບລາຍຮັບໃຫ້ເປັນລະບົບຄົບຊຸດ, ລວມສູນ, ສາມາດເຊື່ອມຕໍ່ກັບທຸກຂະແໜງການ.

ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ການຈັດສັນເຂດການຜະລິດ, ກໍານົດເຂດປູກຝັງ, ເຂດລ້ຽງທີ່ເປັນມູນເຊື້ອ ແລະ ທ່າແຮງຂອງປະຊາຊົນ; ສົ່ງເສີມການຜະລິດເປັນກຸ່ມ, ການສ້າງສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫລ່ງທຶນ ແລະ ຕະຫລາດ, ສົ່ງເສີມພາກເອກະຊົນໃນການຜະລິດຝຸ່ນ, ປຸຍ ແລະ ອາຫານສັດ ແລະ ມີມາດຕະການຈຳກັດການນຳເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການຜະລິດໃນລະດູແລ້ງ; ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ມີມາດຕະການເດັດຂາດ ຕໍ່ການບຸກລຸກທຳລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ, ມີການປະເມີນຜົນກະທົບຕໍ່ສີ່ງແວດລ້ອມ ແລະ ມີມາດຕະການ ຢ່າງເຂັ້ມງວດ ຕໍ່ຜູ້ກະທໍາຜິດ ແລະ ລະເມີດກົດໝາຍ.

ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ເປ່ເພ ໂດຍສະເພາະ ໃນເຂດຫ່າງໄກສອກຫລີກ-ຊົນນະບົດ, ເສັ້ນທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ, ທາງຫລວງແຫ່ງຊາດ, ໂຄງການຟື້ນຟູໄພພິບັດສຸກເສີນ, ໂຄງການການກໍ່ສ້າງຕ້ານເຈື່ອນ, ການຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ຢ່າງເຂັ້ມງວດ, ເດັດຂາດ ໂດຍສະເພາະຕໍ່ຜູ້ປະກອບການທີ່ບັນທຸກນໍ້າໜັກເກີນ; ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດກາປະເມີນຜົນໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດ ຕໍ່ບັນດາບໍລິສັດ ທີ່ບໍ່ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ.

ກອງປະຊຸມສະເໜີໃຫ້ລັດຖະບານພິຈາລະນາ ປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ ເພາະມີຜົນກະທົບໂດຍກົງຕໍ່ສັງຄົມ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ; ສະເໜີໃຫ້ຢຸດຕິການພິຈາລະນາໂຄງການແຮ່ທາດໃໝ່ທຸກປະເພດ, ຮີບຮ້ອນປະເມີນໂຄງການທີ່ໄດ້ຮັບອະນຸຍາດ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ມີປະສິດ ທິຜົນ; ຢຸດຕິໂຄງການ ປະເພດ C ແລະ C, ກວດກາຄືນກົນໄກການເກັບລາຍຮັບ ຈາກໂຄງການພັດທະນາດ້ານແຮ່ທາດ ເຂົ້າງົບປະມານແຫ່ງລັດ.

ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີການແກ້ໄຂບັນຫາສະພາບການປະລະການຮຽນ, ປັບປຸງຄຸນນະພາບການສຶກສາ, ຕິດຕາມ, ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່; ເພີ່ມຄວາມເຂັ້ມງວດ, ເດັດຂາດ ໃນການຄຸ້ມຄອງຮ້ານບັນເທີງ; ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ຕອບສະໜອງໄດ້ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດ ຊາດ.

ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕາມຄາດໝາຍ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ກອງປະຊຸມໄດ້ປະກອບຄຳເຫັນ ຢ່າງກົງໄປກົງມາ ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງ ທີ X (2026-2030) ເຊິ່ງກອງປະຊຸມ ເຫັນດີເປັນເອກະພາບ ໂດຍພື້ນຖານຕໍ່ການສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX(2021-2025), ເຖິງຢ່າງໃດກໍຕາມຜູ້ແທນ ຍັງສະແດງຄວາມເປັນຫ່ວງ ຕໍ່ບາງບັນຫາ ເປັນຕົ້ນ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ບໍ່ທັນລະອຽດຈະແຈ້ງ, ການພັດທະນາຕາມທິດ 3 ສ້າງ ຍັງບໍ່ທັນປະຕິບັດຢ່າງຕໍ່ເນື່ອງ, ການປະຕິບັດກົດໝາຍຍັງບໍ່ເຂັ້ມງວດ ແລະ ການຕິດຕາມກວດກາຍັງບໍ່ທັນໂລ່ງລ່ຽນ; ພ້ອມກັນນັ້ນ, ບັນດາຜູ້ແທນ ໄດ້ສະເໜີບາງຄຳເຫັນ ຕໍ່ການວາງແຜນການ ເປັນຕົ້ນ ໃຫ້ຄົ້ນຄວ້າຄືນວິໄສທັດ ແລະ ຍຸດທະສາດຂອງການພັດທະນາ ໃຫ້ເປັນເອກະສານສະເພາະ ແລະ ກວດກາຄືນຄວາມສອດຄ່ອງການກຳນົດເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ບອກຂອງແຕ່ລະແຜນການ, ແຜນງານຈຸດສຸມ ໃຫ້ຈະແຈ້ງ ແລະ ຊັດເຈນ.

ກອງປະຊຸມ ສະເໜີໃຫ້ກຳນົດເອົາຂະແໜງກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະສິກຳ ເປັນບູລິມະສິດ, ຜັນຂະຫຍາຍແນວທາງການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ດ້ວຍບາດກ້າວບຸກທະລຸໂດຍຕິດພັນກັບເສດຖະກິດດີຈິຕອນໃຫ້ຈະແຈ້ງ, ຄົ້ນຄວ້າທ່າແຮງໃນການສ້າງລາຍຮັບ ຈາກໂຄງການລົງທຶນຂະໜາດໃຫຍ່; ການສ້າງຂະແໜງໄຟຟ້າ ແລະ ພະລັງງານທົດແທນ ເພື່ອສະໜອງຕອບໃຫ້ແກ່ການພັດທະນາແລະ ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ເໝາະສົມ; ສ້າງແຜນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ການກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ແຂວງຕ່າງໆ ຢ່າງມີຈຸດສຸມ, ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນການຈັດສັນປ່າໄມ້ ແລະ ທີ່ດິນໃຫ້ເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບ ເພື່ອສະດວກໃນການຄຸ້ມຄອງທີ່ດິນ; ພ້ອມກັນນັ້ນ, ໃຫ້ສືບຕໍ່ຄົ້ນຄວ້າປັບປຸງບາງເນື້ອໃນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ ແລະ ເປັນລະບົບ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ ເຊິ່ງກອງປະຊຸມ ເຫັນດີໃນດ້ານຫລັກການ ຕໍ່ນະໂຍບາຍດັ່ງກ່າວ ຕາມການສະເໜີຂອງລັດຖະບານ, ເປັນຄວາມຄິດລິເລີ່ມທີ່ດີໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນສະພາບປະເທດເຮົາ ທີ່ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ແຕ່ບັນດາທ່ານສະມາຊິກສະພາແຫ່ງຊາດ ມີຄວາມເປັນຫ່ວງ ແລະ ສະເໜີໃຫ້ຈັດຕັ້ງປະຕິບັດເປັນໂຄງການແບບທົດລອງ ຫລື ໂຄງການຕົວແບບ ໂດຍສຸມໃສ່ເສັ້ນທາງສຳຄັນຈຳນວນໜຶ່ງ, ມີການກຳນົດໄລຍະເວລາຈັດຕັ້ງປະຕິບັດທີ່ຊັດເຈນ, ມີການຕິດຕາມກວດກາຢ່າງເປັນປົກກະຕິ,ຫລັງຈາກນັ້ນ ຈິ່ງມີການຖອດຖອນບົດຮຽນຜົນໄດ້ ແລະ ຜົນເສຍ ຕໍ່ການນຳໃຊ້ນະໂຍບາຍດັ່ງກ່າວ.

ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ເຊິ່ງກອງປະຊຸມ ໄດ້ເຫັນດີເປັນເອກະພາບ ຕໍ່ເນື້ອໃນບົດລາຍງານຂອງລັດຖະບານ, ແຕ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນຫາດັ່ງກ່າວ ມີປະສິດ ທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດໃຫ້ປະເທດຊາດ, ກອງປະຊຸມສະເໜີໃຫ້ລັດຖະບານມີການກວດກາ ແລະ ປະເມີນຄືນການດໍາເນີນໂຄງການພະລັງ ງານໄຟຟ້າ ແລະ ມີມາດຕະການ ຢ່າງເຂັ້ມງວດ ຕໍ່ກັບໂຄງການທີ່ໄດ້ຮັບອະນຸຍາດແຕ່ບໍ່ມີການພັດທະນາ ຫລື ດຳເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ໃຫ້ມີແຜນການລະອຽດໃນການກຳນົດເຂດພັດທະນາພະລັງງານໄຟຟ້າ ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ, ພະລັງ ງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ; ໃຫ້ມີການແບ່ງຂັ້ນຄຸ້ມຄອງຢ່າງລະອຽດ, ຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ມີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດພັນທະດ້ານການເງິນ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະ ຊາດ; ໃຫ້ຄົ້ນຄວ້າກຳນົດອັດຕາອາກອນກຳໄລ, ຄ່າພາກຫລວງຈາກໂຄງການພະລັງງານໄຟຟ້າ ແລະ ຫລຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງມາດຕາ ຂອງກົດໝາຍ ທີ່ພົວພັນກັບພັນທະດ້ານພາສີ ແລະ ອາກອນຕ່າງໆ ເຊິ່ງຈະເຮັດໃຫ້ລັດຖະບານເສຍລາຍຮັບ.

ໃຫ້ລັດຖະບານມີການພິຈາລະນາ ຄົ້ນຄວ້າຄືນກ່ຽວກັບໂຄງສ້າງລາຄາໄຟຟ້າ ເພື່ອແກ້ໄຂຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງພະນັງງານ-ລັດຖະກອນ ກໍຄື ຜູ້ປະກອບການ. ວາງແຜນການພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບການພັດທະນາ ຂອງຂະແໜງການ ທີ່ກ່ຽວຂ້ອງ; ພິຈາລະນາການລົງທຶນ ແລະລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງໃຫ້ເປັນລະບົບ; ສືບຕໍ່ຄົ້ນຄວ້າປັບປຸງຍຸດທະສາດການພັດທະນາພະລັງງານໄຟຟ້ານໍ້າຕົກ ໃຫ້ມີຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າການຫລຸດຜ່ອນ ກ້າວໄປເຖິງການຢຸດຕິການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ ໂດຍສະເພາະແມ່ນຂະໜາດນ້ອຍ ແລະ ຫັນໄປສູ່ພະລັງງານທົດແທນໃນຮູບແບບອື່ນ; ປະເມີນຄືນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໂດຍສະເພາະ ກົດໝາຍ ວ່າດ້ວຍໄຟຟ້າໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ໃຫ້ສ້າງ ແລະ ຍົກລະດັບບຸກຄະລາກອນ ໃນຂະແໜງການໄຟຟ້າ ໃຫ້ເປັນມືອາຊີບ ເພື່ອຮອງຮັບຄວາມພ້ອມດ້ານຕ່າງໆໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະຖືກສົ່ງຄືນມອບໃຫ້ລັດຖະບານ ພາຍຫລັງສິ້ນສຸດອາຍຸສັນຍາສຳປະທານໂຄງການ.

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳທຸກພາກສ່ວນໃນສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ເຊິ່ງສ້າງລາຍຮັບໃຫ້ຜູ້ປະກອບທຸລະກິດການທ່ອງທ່ຽວ ເຊິ່ງສາມາດສ້າງວຽກເຮັດງານທຳ, ປະກອບສ່ວນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ແຕ່ເຖິງຢ່າງໃດກໍຕາມ ຜູ້ແທນຍັງສະແດງຄວາມເປັນຫ່ວງ ແລະ ສະເໜີໃຫ້ເອົາໃຈໃສ່ບາງດ້ານເພີ່ມຕື່ມ ເປັນຕົ້ນ ໃຫ້ສືບຕໍ່ສ້າງ, ປັບປຸງນິຕິກຳ ແລະ ນະໂຍບາຍຕ່າງໆ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນ, ຄົ້ນຄວ້າກຳນົດບັນດາຈຸດສຸມແຫລ່ງທ່ອງທ່ຽວ ທີ່ເປັນບຸລິມະສິດ ຕິດພັນກັບການທ່ອງທ່ຽວທຳມະຊາດ, ປະຫວັດ ສາດ, ວັດທະນະທໍາອັນດີງາມ ແລະ ວິຖີຊີວິດ ຂອງປະຊົນບັນດາເຜົ່າ ແລະ ອື່ນໆ; ຄົ້ນຄ້ວາ ພິຈາລະນານະໂຍບາຍຍົກເວັ້ນວິຊາເຂົ້າ ສປປ ລາວ ສຳລັບນັກທ່ອງທ່ຽວ; ສ້າງ, ປັບປຸງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ການບໍລິການດ້ານຕ່າງໆ ໃຫ້ມີຄຸນນະພາບດີຂຶ້ນ, ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂລະບົບການບໍລິການດ້ານການທ່ອງທ່ຽວ ໃຫ້ມີຄວາມຮັບປະກັນ, ສະດວກວ່ອງໄວ ສ້າງຄວາມປະທັບໃຈ ແລະ ດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວປະເທດເຮົາໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ, ສະເໜີການບຳລຸງສ້າງບຸກຄະລາກອນ ກ່ຽວກັບການນຳທ່ຽວ ໃຫ້ເປັນມືອາຊີບ, ສືບຕໍ່ໂຄສະນາເຜີຍແຜ່ວຽກງານການທ່ອງທ່ຽວ ໂດຍຜ່ານສື່ຕ່າງໆໃຫ້ກວ້າງຂວາງ ແລະ ປັບປຸງກົນໄກການປະສານສົມທົບກັບທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ຄຸ້ມຄອງ ເປັນເອກະພາບທົ່ວປະເທດໃນວຽກງານທ່ອງທ່ຽວ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ມີຄວາມປອດໄພ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະຫລຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ ເຊິ່ງກອງປະຊຸມຕີລາຄາສູງ ຕໍ່ ການສະຫລຸບຕີລາຄາວຽກງານການໂຄສະນາ ເຜີຍແຜ່ກົດໝາຍ ແລະ ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ຈັດຕັ້ງປະຕິ ບັດການໂຄສະນາ ເຜີຍແຜ່ກົດໝາຍ ຢ່າງແຂງແຮງ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຕື່ມໃນການຊີ້ນຳບັນດາກະຊວງ, ອົງການທີ່ເປັນເຈົ້າຂອງກົດໝາຍ ເພີ່ມທະວີການໂຄສະນາ ເຜີຍແຜ່ກົດໝາຍ ໃຫ້ເຂົ້າເຖິງເປົ້າໝາຍຕ່າງໆ ໂດຍສະເພາະ ປະຊາຊົນເຂດຫ່າງໄກສອກຫລີກ; ສະເໜີໃຫ້ມີການກໍ່ສ້າງ, ຍົກລະດັບບຸກຄະລາກອນກ່ຽວຂ້ອງ ໃຫ້ມີຄວາມຊຳນິຊຳນານ ແລະ ເປັນມືອາຊີບ, ຄັດເລືອກເອົາເນື້ອໃນ-ຮູບການ ທີ່ຈະນໍາລົງໄປເຜີຍແຜ່ໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ເໝາະສົມກັບເປົ້າໝາຍຕ່າງໆ; ສະເໜີໃຫ້ຄົ້ນຄວ້າເພີ່ມງົບປະມານໃສ່ວຽກງານໂຄສະນາ ເຜີຍແຜ່ກົດໝາຍ ແລະ ການສ້າງປຶ້ມຄູ່ມື ເພື່ອເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ ແນໃສ່ສ້າງສະຕິເຄົາລົບກົດໝາຍຂອງສັງຄົມໃຫ້ສູງຂຶ້ນ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.

ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ການສະຫລຸບຕີລາຄາການເຄື່ອນໄຫວວຽງກງານຂອງສະພາແຫ່ງຊາດ ໃນໄລຍະຜ່ານມາ; ກອງປະຊຸມ ສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບ, ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ; ສູ້ຊົນໃຫ້ການຕົກລົງບັນຫາສຳຄັນພື້ນຖານຂອງຊາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ. ຊຸກຍູ້ການໂຄສະ ນາເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ, ເອົາໃຈໃສ່ການຕິດຕາມກວດກາ ແລະ ຊຸກຍູ້ການແກ້ໄຂຜົນການຕິດຕາມກວດກາ ບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ບັນຫາຜົນກະທົບ ຕໍ່ ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ, ບັນຫາຢາເສບຕິດ ແລະ ອື່ນໆ; ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມຂັດຂ້ອງ, ຂໍ້ສະເໜີຕ່າງໆຂອງປະຊາຊົນແລ້ວ ນໍາມາຄົ້ນຄວ້າຮ່ວມກັບບັນດາອົງ ການອຳນາດລັດ ເພື່ອຊອກຫາວິທີພິຈາລະນາແກ້ໄຂ; ເອົາໃຈໃສ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ແລະ ກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ III.

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການທາບ ທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X, ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານ, ຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມບັນດາກົດໝາຍທີ່ຈະສ້າງໃໝ່ ແລະຈະປັບປຸງໃນ 5 ປີຕໍ່ໜ້າ ເພື່ອໃຫ້ມີຄວາມພ້ອມເປັນເອກະພາບແຕ່ຫົວທີຕາມຂັ້ນຕອນ ຂອງກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ໃຫ້ສອດຄ່ອງ ກັບແນວທາງຂອງພັກ, ລັດຖະທຳ ມະນູນ ສະບັບປີ 2025. ພ້ອມກັນນີ້, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນຳກະຊວງ, ອົງການທີ່ກ່ຽວ ຂ້ອງ ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍໃນຄວາມຮັບຜິດຊອບຂອງຕົນ; ເພີ່ມທະວີການປະສານສົມທົບກັບກຳມາທິການທີ່ກ່ຽວ ຂ້ອງຂອງສະພາແຫ່ງຊາດ ເພື່ອກວດກາຄວາມພ້ອມສຸດທ້າຍ ຂອງກົດໝາຍ ກ່ອນຈະດຳເນີນການສະເໜີຕາມຂັ້ນຕອນ ແລະ ສາມາດນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນປີ 2026.

ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ. ໃນນີ້, ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍ ສັງຄົມສົງເຄາະ; ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ; ກົດໝາຍວ່າດ້ວຍ ສາ ມັນສຶກສາ; ກົດໝາຍວ່າດ້ວຍ ການປູກຝັງ ແລະ ກົດໝາຍສະບັບປັບປຸງ 5 ສະບັບຄື: ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ; ກົດໝາຍວ່າດ້ວຍ ອາກອນລາຍໄດ້; ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະ ທານ ແລະ ກົດໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ໂດຍມີການພິຈາລະນາຮັບຮອງເອົາ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

10 ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄຳຊັກຖາມ ຂອງທ່ານນາຍົກລັດຖະມົນຕີ ແລະ ບັນດານທ່ານໃນຄະນະລັດຖະບານ ທັງໝົດ 6 ທ່ານ ເຊິ່ງເປັນບັນຫາເຄັ່ງຮ້ອນຂອງສັງຄົມ.

ກອງປະຊຸມ ໄດ້ຮັບຟັງການລາຍງານຂອງທ່ານເລຂາທິການສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງຂອງກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນການຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບໍານານຂອງສະມາຊິກລັດຖະບານ ຈຳນວນ 13 ທ່ານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ.

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນລວມຍອດສະຕິປັນຍາ, ການໃຊ້ສິດປະຊາທິປະໄຕ ກໍຄື ຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນຳພາຂອງພັກ ແລະ ລັດເຮົາໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມກໍຍ້ອນມີການຊີ້ນຳຢ່າງໃກ້ຊິດຈາກ ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ບັນດາກະຊວງ, ອົງການ ແລະ ຂະແໜງການກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງກວ້າງຂວາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments