Home ຂ່າວຕ່າງປະເທດ ສປ ຈີນ ພິທີລະນຶກໄຊຊະນະສົງຄາມຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ຄົບຮອບ 80 ປີ

ສປ ຈີນ ພິທີລະນຶກໄຊຊະນະສົງຄາມຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ຄົບຮອບ 80 ປີ

0
6

ວິທະຍຸສາກົນແຫ່ງ ສປ ຈີນ ວັນ​ທີ 24 ມິ​ຖຸ​ນາ​ນີ້, ຫ້ອງການຖະ​ແຫລງ​ຂ່າວລັດ​ຖະ​ບານ​ຈີນ ​ໄດ້​ຈັດ​ກອງ​ປ​ະ​ຊຸມຖະ​ແຫລງ​ຂ່າວ, ທ່ານ ຮູ​ເຮີ​ພີງ, ຮອງ​ຫົວ​ໜ້າ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ກ່າວ​ວ່າ​: ການ​ຈັດພິ​ທີ​ລະ​ນຶກ​ໄຊ​ຊະ​ນະ ​ສົງ​ຄາມ​ຕໍ່​ຕ້ານ​ການ​ຮຸກ​ຮານ​ ຂອງ​ຍີ່​ປຸ່ນ ຄົບຮອບ 80 ປີ ເພື່ອ​ໄວ້​ອາໄລ​ແກ່​ວິ​ລະ​ຊົນ​ທີ່​ເສຍ​ສະຫລະ​ຊີ​ວິດ ແລະ ​ເລືອດ​ເນື້ອ​ຢ່າງ ​ອົງ​ອາດ​ກ້າ​ຫານ​ໃນ​ສົງ​ຄາມ ແລະ​ ການ​ປະ​ກອບ​ສ່ວນ ​​ຂອງ​ປະ​ຊາ​ຊົນ​ ທັງ​ປວງເຂົ້າ​ໃນ​ການ​ຕໍ່​ຕ້ານການ​ຮຸກ​ຮານ​ ຂອງ​ຍີ່​ປຸ່ນ ເປັນ​ການ​ປະ​ກາດ​ກ້ອງ​ເຖິງຫລັກ​ໝັ້ນ ແລະ​ ຄວາມ​ຕັດ​ສິນ​ໃຈ​ ຂອງ​ປະ​ຊາ​ຊົນ​ຈີນ ​ທີ່​ຈະ​ເດີນ​​ຕາມ​ເສັ້ນ​ທາງ ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ ແລະ​ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here