…….
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານ ກ່ຽວກັບການສະເໜີຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມີຖຸນານີ້ ທີ່ຫໍສະພາແຫ່ງຊາດ, ໂດຍພາຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ສັນຕິພາບ ພົມວິຫານ ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດ ໝາຍວ່າດ້ວຍອາກອນລາຍໄດ້(ສະບັບປັບປຸງ) ຊຶ່ງກົດໝາຍດັ່ງກ່າວປະກອບດ້ວຍ 9 ພາກ, 7ໝວດ 74 ມາດຕາ ໃນນີ້ປັບປຸງ 56 ມາດຕາ, ຍົກເລີກ 2 ມາດຕາ ແລະ ຮັກສາເນື້ອໃນເກົ່າ 18 ມາດຕາ. ພາຍຫຼັງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ໄດ້ຖືກຈັດຕັ້ງຜັນຂະຫຍາຍເປັນຕົ້ນມາ ກົດໝາຍດັ່ງກ່າວກໍໄດ້ເປັນເຄື່ອງມືໜຶ່ງທີ່ສໍາຄັນໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບສ່ວຍສາອາກອນ ໄລຍະຜ່ານມາສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດສະເລ່ຍໄດ້ປະມານ 40% ຂອງລາຍຮັບສ່ວຍສາອາກອນທັງໝົດ, ສໍາລັບ ປີ 2025 ການຈັດຕັ້ງປະຕິບັດຮອດວັນທີ 31 ພຶດສະພາ ສາມາດເກັບໄດ້ 7,967 ຕື້ກີບ ເທົ່າກັບ 53.8% ຂອງແຜນການທຽບໃສ່ໄລຍະດຽວປີຜ່ານມາ ເພີ່ມຂຶ້ນ 50%. ຈາກຜົນການເກັບລາຍຮັບໃນແຕ່ລະປີສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີບາດກ້າວທີ່ຂະຫຍາຍຕົວດີຂຶ້ນ ໂດຍສະເພາະການລົງທຶນ, ການຜະລິດ, ການຊື້-ຂາຍ, ການຊົມໃຊ້ຢູ່ພາຍໃນມີລັກສະນະເພີ່ມ, ຕໍ່ກັບສະພາບດັ່ງກ່າວການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ ໃນຄັ້ງນີ້ ເຫດຜົນເເມ່ນເພື່ອແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້ ໃນໄລຍະຜ່ານມາ ທັງເປັນການອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ປະກົດຜົນເປັນຈິງ; ຊຶ່ງບາງເນື້ອໃນ ແລະ ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຊັດເຈນ ແລະ ສອດຄ່ອງກັບການຈັດຕັ້ງ ປະຕິບັດວຽກງານຕົວຈິງ ທີ່ເປັນຊ່ອງວ່າງ ແນໃສ່ເຮັດໃຫ້ການເກັບອາກອນລາຍໄດ້ໃຫ້ສອດຄ່ອງ ກັບຫຼັກການຂອງສາກົນ ແລະ ສາມາດຈັດເກັບລາຍຮັບໄດ້ທຸກທຸລະກຳທີ່ເຄື່ອນໄຫວມີລາຍໄດ້ ຢູ່ ສປປ ລາວ ເເລະ ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ຈົດທະບຽນໃນຕະຫຼາດຫຼັກຊັບຫຼາຍຂຶ້ນ.
ຊຶ່ງການປັບປຸງເນື້ອໃນຂອງຮ່າງກົດໝາຍອາກອນລາຍໄດ້ ມີບາງມາດຕາທີ່ສໍາຄັນປັບປຸງໃໝ່ຄື: ມາດຕາ 3 ການອະທິບາຍຄໍາສັບ ໄດ້ກໍານົດເນື້ອໃນເພື່ອໃຫ້ສອດຄ່ອງກັບຫຼັກການ ຂອງສາກົນ ແລະ ເພື່ອໃຫ້ສາມາດຈັດເກັບລາຍຮັບໄດ້ທຸກທຸລະກຳທີ່ເຄື່ອນໄຫວທີ່ມີລາຍຮັບ ຢູ່ ສປປ ລາວ ເປັນຕົ້ນແມ່ນ ລາຄາໂອນ, ບໍລິສັດຂ້າມຊາດ;ມາດຕາ 12 ແລະ ມາດຕາ 13 ໄດ້ກໍານົດໃຫ້ນິຕິບຸກຄົນທີ່ຢູ່ໃນກຸ່ມບໍລິສັດຂ້າມຊາດ ທີ່ນອນລາຍຮັບປະຈໍາປີຕາມເງື່ອນໄຂຂອງ ອົງການເພື່ອການຮ່ວມມື ແລະ ພັດທະນາເສດຖະກິດ ຕ້ອງເສຍອາກອນກຳໄລຂັ້ນຕໍ່າ 15%; ມາດຕາ 16 ຜູ້ເສຍອາກອນກໍາໄລ ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ໃຫ້ຈົດທະບຽນ ໃນຕະຫຼາດຫຼັກຊັບໃຫ້ຫຼາຍຂຶ້ນ ເປັນຕົ້ນ ມາດຕາ 16 ຂໍ້ 2.3 ໂດຍໃຫ້ປະຕິບັດອັດຕາ ສິບ ສ່ວນຮ້ອຍ (10%) ສໍາລັບບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ເປັນໄລຍະເວລາ ສິບປີ ນັບແຕ່ ວັນຈົດທະບຽນ ເປັນຕົ້ນໄປ. ຫຼັງຈາກນັ້ນ ໃຫ້ປະຕິບັດຕາມອັດຕາອາກອນກຳໄລ ທີ່ປະກາດໃຊ້ໃນ ແຕ່ລະໄລຍະ; ມາດຕາ 26 – ມາດຕາ 30 ອາກອນກໍາໄລຂອງຈຸນລະວິສາຫະກິດ ໃຫ້ເສຍໃນອັດຕາ 5% ເພື່ອຊຸກຍູ້ ແລະ ສົ່ງເສີມ ໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ ຖືບັນຊີຕາມກົດໝາຍ ເພື່ອເປັນເງື່ອນໄຂໃຫ້ສາມາດເຂົ້າເຖິງແຫຼ່ງທຶນຈາກສະຖາບັນການເງິນຕ່າງໆໄດ້; ມາດຕາ 33 ລາຍໄດ້ທີ່ຖືກເສຍອາກອນ ແມ່ນໄດ້ກຳນົດເກັບອາກອນຈາກລາຍໄດ້ໃໝ່ ເປັນຕົ້ນ ລາຍໄດ້ຈາກການຂາຍສິນເຊື່ອກາກບອນ, ຜົນຜະລິດກະສິກຳ, ເຄື່ອງປ່າຂອງດົງຂອງບຸກຄົນທີ່ໄດ້ຮັບອະນຸຍາດ ແລະ ລາຍໄດ້ອື່ນໆ
ທ່ານ ລມຕ ໄດ້ກ່າວຕື່ມວ່າ:ພາຍຫຼັງກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານອາກອນລາຍໄດ້ ທັງສ້າງຄວາມເຊື່ອໝັ້ນໃຫ້ກັບບັນດາບໍລິສັດໃນການຈັດຕັ້ງປະຕິບັດສອດຄ່ອງຕາມຫຼັກການ ສາກົນກ່ຽວກັບການຈັດເກັບອາກອນລາຍໄດ້ ເປັນຕົ້ນ ການເກັບອາກອນກຳໄລຕໍ່າສຸດຈາກບັນດາ ບໍລິສັດຂ້າມຊາດ;ຮັບປະກັນການຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຈະແຈ້ງ, ຖືກຕ້ອງ, ຄົບຖ້ວນ, ໄດ້ໄວ, ໄດ້ເພີ່ມຂຶ້ນ, ທັນເວລາ ແລະ ສາມາດຕອບສະໜອງໄດ້ທາງດ້ານລາຍ ຈ່າຍງົບປະມານ.
ຈາກນັ້ນປະທານກອງປະຊຸມໄດ້ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນ ປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງແນໃສ່ເຮັດໃຫ້ມີເນື້ອໃນຂອງກົດໝາຍດັ່ງກ່າວຄົບຖ້ວນ, ຖືກຕ້ອງ ເພື່ຶອນຳໄປຈັດ ຕັ້ງປະຕິບັດ ໃຫ້ມີຄວາມແທດ
ເໝາະກັບສະພາບຄວາມເປັນຈິງ.