ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈັດງານພົບປະອົງການຄຸ້ມຄອງວຽກງານສື່ມວນຊົນ, ສື່ມວນຊົນລາວ ແລະ ສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດ ນາມປະຈຳລາວ ຄັ້ງທຳອິດ ໃນວັນທີ 17 ມິຖຸນາ 2025 ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສະ ຖານທູດ ກັບບັນດາອົງການຂ່າວສານ ກໍຄື ອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດ ນາມ ປະຈໍາລາວ.
ໃນໂອກາດນີ້, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້, ມີຄວາມໝາຍຄວາມສຳຄັນໃນການແລກປ່ຽນບົດຮຽນກ່ຽວກັບວຽກສື່ມວນຊົນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ທັງເປັນການປະກອບສ່ວນຮັດແໜ້ນນໍ້າໃຈ, ການພົວພັນສະໜິດຕິດແໜ້ນລະຫວ່າງສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມ ປະຈຳ ສປປ ລາວ ກັບບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ ແລະ ອົງການສື່ມວນຊົນຂອງລາວ, ທັງເປັນໂອກາດປຶກສາຫາລື ບັນດາມາດຕະການສືບຕໍ່ປະສານສົມທົບ ຢ່າງແໜ້ນແຟ້ນກວ່າເກົ່າ ໃນວຽກງານໂຄສະນາ, ກໍານົດທິດຫາງສຽງ ແລະ ອື່ນໆ.
ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ໄດ້ກ່າວວ່າ: ໄລຍະຜ່ານມາ ພັກ, ລັດຖະບານຫວຽດນາມ ໄດ້ຊ່ວຍເຫລືອກໍ່ສ້າງບຳລຸງຊັບພະຍາກອນມະ ນຸດຂອງ ສປປ ລາວ, ຈັດຝຶກອົບຮົມໄລຍະສັ້ນ, ໄລຍະຍາວໃຫ້ພະນັກງານວິຊາການ ແລະ ການນຳ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ໃນນັ້ນ, ກໍໄດ້ຊ່ວຍເຫລືອກໍ່ສ້າງສື່ມວນຊົນຂອງ ສປປ ລາວ ດ້ານຄວາມຮູ້ຄວາມສາມາດ, ດ້ານເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ. ບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ, ເຂົ້າສູ່ລວງເລິກ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາຂອງສອງຝ່າຍໃຫ້ນັບມື້ມີປະສິດທິຜົນຍິ່ງຂຶ້ນ; ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ວິຊາການ, ຂໍ້ມູນຂ່າວສານທີ່ກ່ຽວ ຂ້ອງເຖິງວຽກງານສອງຝ່າຍ ຕາມແຜນການຮ່ວມມືຂອງສອງກົມການເມືອງສອງພັກ ໄດ້ຕົກລົງຮັບຮອງເອົາ. ອົງການສື່ມວນຊົນຂອງລາວ ແລະ ຫວຽດນາມ ກໍໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ເຊັ່ນ: ໜັງສືພິມປະຊາຊົນ ຮ່ວມມືກັບ ໜັງສືພິມ ເຢິນເຢິນ; ວາລະສານອະລຸນໃໝ່ ຮ່ວມມືກັບ ວາລະສານກົງສ້ານ(ວາລະສານກອມມູນິດ) ຫວຽດນາມ; ສຳນັກຂ່າວສານປະເທດລາວ ຮ່ວມມືກັບ ສຳນັກຂ່າວ ສານຫວຽດນາມ; ໂທລະພາບແຫ່ງຊາດລາວ ຮ່ວມມືກັບ VTV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມມືກັບ ວິທະຍຸແຫ່ງຊາດ ຫວຽດນາມ(VOV).

ໃນການພົບປະຄັ້ງນີ້, ຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ບຸກຄົນຄື: ສະຫາຍ ໂດ້ບ໋າແທ່ງ ນັກຂ່າວ ສໍານັກຂ່າວສານຫວຽດນາມ ປະຈໍາລາວ ແລະ ສະຫາຍ ຫງວຽນຫງອກເຟືອງ ຫົວໜ້າສຳນັກ ງານຜູ້ຕາງໜ້າ ໂທລະພາບແຫ່ງຊາດຫວຽດນາມ(VTV) ປະຈໍາລາວ. ພ້ອມກັນນັ້ນ, ກໍຈະມອບໃບຍ້ອງຍໍຂອງທ່ານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ສໍານັກງານຜູ້ຕາງໜ້າຂອງອົງການສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄື: ສຳນັກຂ່າວສານຫວຽດນາມ, ໜັງສືພິມ ເຢິນເຢິນ, ໂທລະພາບແຫ່ງຊາດຫວຽດນາມ ແລະ ວິທະຍຸແຫ່ງຊາດ ຫວຽດນາມ ປະຈໍາລາວ ທີ່ມີຜົນງານໃນການປະສານສົມທົບຢ່າງມີປະສິດທິຜົນກັບ ສະຖານທູດຫວຽດນາມ ປະຈໍາລາວ ໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດອີກດ້ວຍ.
ຂ່າວ: ສຸກສະຫວັນ
ພາບ: ສໍານັກຂ່າວສານຫວຽດນາມປະຈໍາລາວ