Tuesday, June 17, 2025
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ສັງຄົມສົງເຄາະ ສະບັບສ້າງໃໝ່

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ສັງຄົມສົງເຄາະ ສະບັບສ້າງໃໝ່

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະ ພາແຫ່ງຊາດ, ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍສັງຄົມສົງເຄາະ(ສະບັບສ້າງໃໝ່). ຫລັງຈາກນັ້ນ, ບັນດາສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍພ້ອມກັນຄົ້ນຄວ້າ, ປະກອບຄຳຄິດເຫັນໃສ່ ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອຄົບຖ້ວນ, ສົມບູນ, ຮັດກຸມ.

ໃນໂອກາດນີ້, ທ່ານ ນາງ ແກ້ວ ຈັນທະມີໄຊ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍວຽກສັງຄົມສົງເຄາະ ເຊິ່ງເປັນໜຶ່ງໃນນະໂຍບາຍດ້ານມະນຸດສະທຳຂອງພັກ, ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີການສັງຄົມ ເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະ ເຊິ່ງໄດ້ມີການຈັດຕັ້ງປະຕິບັດ ແຕ່ໄລຍະການປະຕິວັດຊາດ ປະຊາທິປະໄຕ ເປັນ ຕົ້ນມາ ໂດຍເຮັດບົດບາດໃນການເບີກຈ່າຍວັດຖຸພັນໃຫ້ນັກຮົບ, ພະນັກງານ-ພາລະກອນ ແລະ ປະຊາ ຊົນບັນດາເຜົ່າ ທີ່ປະສົບຄວາມຫຍຸ້ງຍາກ. ຢ່າງໃດກໍດີ, ບັນຫາສັງຄົມກໍມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດຳລົງຊີວິດ ຂອງປະຊາຊົນມີການປ່ຽນແປງ ເຮັດໃຫ້ປະຊາຊົນ ຈຳນວນບໍ່ໜ້ອຍ, ບໍ່ສາມາດປັບຕົວຕໍ່ກັບການປ່ຽນແປງ ໂດຍສະເພາະຜູ້ທຸກຍາກ, ຜູ້ດ້ອຍໂອກາດ.

ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫລືອ, ການບໍລິການທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາ ຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການ ໃນການດຳລົງຊີວິດທີ່ຈຳເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມ ໃນວຽກສັງຄົມສົງເຄາະ ຍັງຈຳກັດ, ບໍ່ລວມສູນ ເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫລືອສັງຄົມສົງເຄາະ ຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫລືອ, ການບໍລິການຕ່າງໆຕໍ່ປະຊາຊົນກຸ່ມເປົ້າໝາຍ ຍັງແມ່ນລັກສະນະເປັນໃຫ້ການຊ່ວຍເຫລືອ ບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄຳປຶກສາ, ຄໍາແນະນໍາທັກສະການດຳລົງຊີວິດ ໃນເວລາທີ່ມີການຜະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍອັນເນື່ອງຈາກ ນັກວິຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານ ເຂົ້າໃສ່ວຽກສັງຄົມສົງເຄາະນີ້ຍັງຈໍາກັດ.

ຮ່າງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ປະກອບມີ 10 ພາກ, 8 ໝອດ ແລະ 62 ມາດຕາພາຍ ຫລັງຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າ ຈະເຮັດໃຫ້ມີເຄື່ອງມືການຄຸ້ມຄອງວຽກສັງຄົມສົງເຄາະ ທີ່ມີຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະ ຢູ່ພາຍໃນ ແລະ ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງ ການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານ ສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫລາຍຂຶ້ນ; ການຈັດສັງົບປະມານ ທີ່ເປັນໝາກຜົນຂອງການພັດທະນາ ເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກວ່າເກົ່າເຊິ່ງຈະເຮັດໃຫ້ກຸ່ມເປົ້າໝາຍ ໄດ້ຮັບການພັດທະນາ ຢ່າງເປັນລະບົບ ແລະ ມີຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາ ກົນຕໍ່ລະບົບປົກປ້ອງສັງຄົມ ກໍຄື ວຽກງານສັງຄົມສົງເຄາະ, ການຮຽນ-ການສອນ ໃນການສ້າງນັກສັງ ຄົມສົງເຄາະດີຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments