Saturday, June 14, 2025
Homeຂ່າວການເມືອງສສຊ ເຂດ 13 ສະເໜີໃຫ້ລັດຖະບານແກ້ໄຂຫລາຍບັນຫາຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

ສສຊ ເຂດ 13 ສະເໜີໃຫ້ລັດຖະບານແກ້ໄຂຫລາຍບັນຫາຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະ ພາແຫ່ງຊາດຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປະກອບຄຳຄິດເຫັນໃສ່ບົດລາຍງານຂອງລັດຖະບານ ແລະ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂຫລາຍບັນຫາຢ່າງມີຈຸດສຸມ ໂດຍສະເພາະແມ່ນບັນຫາທີ່ເປັນຂໍ້ຄົງຄ້າງທີ່ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດໃນປັດ ຈຸບັນ. ການປະກອບຄຳຄິດເຫັນຂອງ ສສຊ ໂດຍລວມແມ່ນເຫັນດີເປັນເອກະພາບຕໍ່ຜົນສຳເລັດທີ່ລັດຖະບານຍາດມາໄດ້ໃນໄລຍະຜ່ານມາ.

ທ່ານ ສັນຍາ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ສະຫວັນນະເຂດ ໄດ້ປະກອບຄຳເຫັນວ່າ: ຕະຫລອດໄລຍະຜ່ານມາລັດຖະບານໄດ້ມີຄວາມພະ ຍາຍາມເຖິງວ່າຈະພົບບັນຫາສະພາບຫຍຸ້ງຍາກຫລາຍດ້ານກໍຕາມ, ແຕ່ລັດ ຖະບານກໍມີຄວາມຕັ້ງໃຈໃນການຄຸ້ມຄອງ ຊຸກຍູ້ ນຳພາ-ຊີ້ນຳ ໃນການພັດ ທະນາເສດຖະກິດ-ສັງຄົມ ເຊິ່ງມາຮອດປັດຈຸບັນເຫັນວ່າສະພາບເສດຖະກິດຄ່ອຍໆດີຂຶ້ນ. ຄຽງຄູ່ກັນນີ້, ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມ ການຫັນເປັນທັນສະໄໝໃນວຽກງານການເກັບຄ່າທຳນຽມ ແລະ ຄ່າບໍລິການ ເຫັນວ່າຍັງມີອັນຊັກຊ້າ, ອັດຕາການເກັບຄ່າທຳນຽມຕ່າງໆ ທີ່ໄດ້ນຳໃຊ້ມາແຕ່ປີ 2021 ມາຮອດປັດຈຸບັນ 5 ປີແລ້ວ. ສະນັ້ນ, ສະເໜີລັດຖະບານພິຈາລະນາທົບທວນຄືນອັດຕາທີ່ໃຊ້ໃນປັດຈຸບັນເໝາະສົມແລ້ວບໍ່? ເນື່ອງຈາກວ່າປັດຈຸບັນມີຫລາຍສະພາບທີ່ມີການຫັນປ່ຽນໂດຍສະເພາະອັດຕາແລກປ່ຽນທີ່ເພີ່ມສູງຂຶ້ນແຕ່ຄ່າທຳນຽມຍັງເກັບຄືເກົ່າ, ປັດຈຸບັນຢູ່ເຂດລຽບຕາມຊາຍແດນ ມີການນຳເຂົ້າມາຈາກຕ່າງປະເທດຫລາຍພໍສົມຄວນ. ສະນັ້ນ, ໄດ້ສົ່ງຜົນເຮັດໃຫ້ລາຄາເຂົ້າຢູ່ພາຍໃນປະເທດລາຄາຕໍ່າລົງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊາວນາ,ຂໍໃຫ້ພາກສ່ວນກ່ຽວຂ້ອງກວດເບິ່ງຄວາມບໍ່ສົມດູນລະຫວ່າງຜູ້ຮັບຊື້ເຂົ້າ ແລະ ຊາວນາ; ພ້ອມກັນນັ້ນ ເພື່ອກຽມພ້ອມຮອງຮັບດ້ານຜົນຜະລິດ ເຂົ້າ ຂອງປະຊາຊົນ ເພື່ອຫລຸດຜ່ອນການເອົາປຽບຈາກພໍ່ຄ້າຄົນກາງ, ຫລຸດຜ່ອນການຂາຍເຂົ້າອອກຕ່າງປະເທດທີ່ບໍ່ຖືກລະບຽບ ແລະ ຮັກສາເຂົ້າໄວ້ບໍລິໂພກພາຍໃນໃຫ້ພຽງພໍ ແລະ ສະເໜີໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງກວດກາຊຸກຍູ້ບັນດາຫົວໜ່ວຍທຸລະກິດທີ່ເກັບຊື້ຜົນຜະ ລິດຂອງປະຊາຊົນ ເປັນຕົ້ນ ແມ່ນ ມັນຕົ້ນ, ສາລີ ແລະ ອື່ນໆ ເພື່ອບໍ່ໃຫ້ມີ ການເອົາປຽບດ້ານລາຄາລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ໃຫ້ລາຄາສົມເຫດສົມ ຜົນ.

ນອກຈາກນີ້, ສະເໜີໃຫ້ລັດຖະບານສຸມໃສ່ກໍ່ສ້າງຊັບພະຍາກອນມະ ນຸດເຖິງແມ່ນວ່າໄລຍະຜ່ານມາລັດຖະບານຈະມີຄວາມພະຍາຍາມສ້າງຫລາຍກໍຕາມ, ແຕ່ວ່າຍັງບໍ່ທັນສ້າງໄດ້ພະນັກງານທີ່ມີຄຸນນະພາບສູງຫລາຍເທົ່າທີ່ຄວນ ອີງຕາມຄວາມເປັນຈິງແລ້ວຢູ່ແຕ່ລະຂະແໜງການລ້ວນແລ້ວແຕ່ມີພະນັກງານທີ່ມີຄວາມຮູ້ຄວາມສາມາດສູງ, ແຕ່ພະນັກ ງານດັ່ງກ່າວບໍ່ໄດ້ນຳມາໃຊ້ເທົ່າທີ່ຄວນ. ສະນັ້ນ, ສະເໜີໃຫ້ລັດຖະບານຄົ້ນຄວ້າຍົກເງິນເດືອນໃຫ້ແກ່ພະນັກງານທີ່ມີຄວາມຮູ້ຄວາມສາມາດສູງເຮັດວຽກຢ່າງປະ ສິດທິພາບ ມີຄວາມຮັບຜິດຊອບສູງກວ່າພະນັກງານທີ່ເຮັດວຽກທົ່ວໄປຈະເປັນການກະຕຸ້ນໃຫ້ພະນັກງານມີການພັດທະນາຕົນເອງກາຍເປັນພະນັກ ງານທີ່ເກ່ັງໃນອະນາຄົດ.

ໂດຍ: ມາລີດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments