ຕາມຂ່າວຈາກ CGTN, ເຮືອບິນໂດຍສານ ໂບອິງ-787ລຳໜຶ່ງ ຂອງບໍລິສັດ ການບິນ ຂອງອິນເດຍ ໄດ້ເກີດອຸບັດຕິເຫດຕົກ ພາຍຫລັງ ບິນຂຶ້ນຈາກ ລັດກູຈາຣັດ ທາງພາກຕາເວັນຕົກ ຂອງອິນເດຍ. ເຮືອບິນລຳດັ່ງກ່າວ ໄດ້ບັນທຸກ 242 ຄົນ. ນອກຈາກ ຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ ຍັງເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ຢູ່ພາກພື້ນດິນ ອີກດ້ວຍ. ຕາມຕົວເລກ ຂໍ້ມູນຫລ້າສຸດ ທີ່ເຈົ້າໜ້າທີ່ ຕຳຫລວດ ອິນເດຍ ເປີດເຜີຍໃຫ້ຮູ້ວ່າ: ອຸບັດຕິເຫດຄັ້ງນີ້ ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 290 ຄົນ. ທ່ານ ອາມິດ ຊາຣ ລັດຖະມົນຕີ ກະຊວງ ພາຍໃນອິນເດຍ ໄດ້ຢືນຢັນວ່າ: ຢູ່ເຮືອບິນທີ່ເກີດເຫດ ມີຜູ້ໂດຍສານ ລອດຊີວິດ ພຽງຄົນດຽວ, ພາກສ່ວນທີ່ກ່ຽວຂ້ອງ ພວມເກັບກຳຕົວຢ່າງ DNA ຂອງສະມາຊິກ ໃນຄົບຄົວຜູ້ໂດຍສານ ແລະ ຈຸບິນໃນເຮືອບິນ ດັ່ງກ່າວ ແລະຈະເປີດເຜີຍລາຍຊື່ຜູ້ເສຍຊີວິດ ພາຍຫລັງ ສຳເລັດການກວດກາDNA. ວັນທີ 13 ມິຖຸນານີ້, ກະຊວງ ການບິນ ພົນລະເຮືອນອິນເດຍ ໄດ້ປະກາດວ່າ ການຊອກຄົ້ນ ແລະ ຊ່ວຍເຫລືອ ຢູ່ສະຖານທີ່ເກີດອຸບັດຕິເຫດຄັ້ງນີ້ ໄດ້ສຳເລັດລົງແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ