ວິທະຍຸສາກົນແຫ່ງ ສປ ຈີນ, ອາຊຽນ ເປັນຄູ່ການຄ້າໃຫຍ່ ອັນດັບທີ 1 ຂອງ ສປ ຈີນ, ຍອດມູນຄ່າ ການຄ້າ ລະຫວ່າງ ສປ ຈີນ-ອາຊຽນ ບັນລຸເຖິງ 3.020 ຕື້ຢວນ, ເພີ່ມຂຶ້ນ 9,1%, ກວມເອົາ ຍອດມູນຄ່າ ການຄ້າ ກັບຕ່າງປະເທດ ຂອງ ສປ ຈີນ ເຖິງ 16,8%. ໃນນັ້ນ, ສປ ຈີນ ໄດ້ສົ່ງອອກ ສິນຄ້າ ໄປຍັງ ປະເທດ ສະມາຊິກ ອາຊຽນ ບັນລຸເຖິງ 1.900 ຕື້ຢວນ, ເພີ່ມຂຶ້ນ 13,5% ແລະ ໄດ້ນຳເຂົ້າ ສິນຄ້າ ຈາກປະເທດ ສະມາຊິກ ອາຊຽນ ບັນລຸເຖິງ 1.120 ຕື້ຢວນ, ເພີ່ມຂຶ້ນ 2,3%. ຫລັງຈາກ ຕົວເລກສະຖິຕິທີ່ ອົງການ ພາສີຈີນ ປະກາດ ເມື່ອບໍ່ດົນມານວ່າ: ໃນ 5 ເດືອນທຳອິດ ຂອງປີ 2025, ຍອດມູນຄ່າ ການຄ້າ ຂາເຂົ້າ-ຂາອອກ ສິນຄ້າຈີນ ບັນລຸເຖິງ 17.940 ຕື້ຢວນ, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຍອດມູນຄ່າ ການສົ່ງອອກ ສິນຄ້າ ມີເຖິງ 10.670 ຕື້ຢວນ, ເພີ່ມຂຶ້ນ 7,2% ແລະ ການນຳເຂົ້າສິນຄ້າ 7.270 ຕື້ຢວນ, ຫລຸດລົງ 3,8%.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ