Tuesday, June 10, 2025
Homeທຸລະກິດທາງລົດໄຟ ລາວ-ຈີນ ຊຸກຍູ້ການພັດທະນາອຸດສາຫະກຳທີ່ມີເອກະລັກຢູ່ລຽບຕາມທາງລົດໄຟ

ທາງລົດໄຟ ລາວ-ຈີນ ຊຸກຍູ້ການພັດທະນາອຸດສາຫະກຳທີ່ມີເອກະລັກຢູ່ລຽບຕາມທາງລົດໄຟ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອໝາກຖົ່ວລຽນ ຈາກໄທຖືກຂົນສົ່ງອອກນອກປະເທດດ້ວຍຂະບວນລົດໄຟຕູ້ແຊ່ເຢັນ ຕາມ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ເມື່ອໝາກມ່ວງສົດ ຈາກລາວ ເຂົ້າສູ່ຕະຫລາດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ, ເມື່ອເມັດກາເຟ ຈາກລາວ ຖືກຂົນສົ່ງໄປຈຳໜ່າຍຢູ່ເອີຣົບ ໂດຍຜ່ານທາງລົດໄຟດັ່ງກ່າວ, ທາງລົດໄຟ ລາວ-ຈີນ ນອກຈາກໄດ້ລື່ນກາຍລັກສະນະທີ່ເປັນສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຢ່າງດຽວເທົ່ານັ້ນ, ຫາກຍັງໄດ້ກາຍເປັນ “ສາຍເຊື່ອມຕໍ່ທີ່ເປັນຄຳ” ເພື່ອຊຸກຍູ້ສົ່ງເສີມການພັດທະນາອຸດສາຫະກຳທີ່ມີເອກະລັກຢູ່ລຽບຕາມທາງລົດໄຟສາຍນີ້. ທາງລົດໄຟທີ່ບັນຈຸວິໄສທັດແຫ່ງການຮ່ວມມືຂອງພາກພື້ນສາຍນີ້, ພວມຊຸກຍູ້ການພັດທະນາເສດຖະກິດຂອງປະເທດທີ່ຢູ່ລຽບຕາມເສັ້ນທາງລົດໄຟຢ່າງມີຄຸນນະພາບສູງດ້ວຍພະລັງຂັບເຄື່ອນທີ່ແຂງແຮງ.

ທາງລົດໄຟ ລາວ-ຈີນ ໄດ້ສ້າງ “ຊ່ອງທາງດ່ວນ” ໃຫ້ແກ່ອຸດສາຫະກຳໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້. ໝາກຖົ່ວລຽນ ຈາກໄທ ເປັນໝາກໄມ້ທີ່ໄດ້ຮັບຄວາມນິຍົມຊົມຊອບຫລາຍ, ຍ້ອນການຂົນສົ່ງທາງທະເລໃຊ້ເວລາດົນ ແລະ ສິ້ນເປືອງຫລາຍ, ທັງຜະເຊີນກັບ ຄ່າຂົນສົ່ງສູງ ແລະ ຄວາມສ່ຽງດ້ານຄຸນນະພາບ, ຜູ້ບໍລິໂພກຕ້ອງໃຊ້ຈ່າຍຫລາຍຈຶ່ງໄດ້ຊິມລົດຊາດ. ນັບແຕ່ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟ ລາວ-ຈີນ ເປີດບໍລິການເປັນຕົ້ນມາ, ເວລາການຂົນສົ່ງໄດ້ຫລຸດລົງຢ່າງຫລວງຫລາຍ, ຕົ້ນທຶນໃນການຂົນສົ່ງໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ໄດ້ຫລຸດລົງ 60% ເມື່ອທຽບໃສ່ການຂົນສົ່ງທາງບົກແບບດັ້ງເດີມ, ສະເລ່ຍແລ້ວລາຄາໃນຕະຫລາດພາຍໃນປະເທດຈີນ ໄດ້ຫລຸດລົງ 30%, ຢູ່ໃນຮ້ານໝາກໄມ້ໃນຕົວເມືອງຕ່າງໆ ເຊັ່ນ: ນະຄອນຫລວງປັກກິ່ງ ນະຄອນຊຽງໄຮ້ ແລະອື່ນໆໄດ້ຈັດຊື້ໝາກຖົ່ວລຽນ ຈາກອາທິດລະ 2 ເທື່ອ ເພີ່ມຂຶ້ນເປັນການຈັດຊື້ທຸກມື້, ເຮັດໃຫ້ຜູ້ບໍລິໂພກຫລາຍກວ່າເກົ່າສາມາດໄດ້ກິນໝາກຖົ່ວລຽນ ຕາມໃຈມັກ, ໝາກໄມ້ທີ່ປະລິມານການຜະລິດໜ້ອຍ ແລະ ບໍ່ຄ່ອຍເຫັນໃນຕະຫລາດ ເຊັ່ນ: ໝາກມັງຄຸດ ໝາກລຳໄຍ ແລະອື່ນໆກໍໄດ້ກາຍເປັນໝາກໄມ້ທີ່ຜູ້ບໍລິໂພກທົ່ວໄປຂອງຈີນ ມັກກິນເລື້ອຍໆໃນປັດຈຸບັນນີ້.

ນີ້ໄດ້ເຮັດໃຫ້ ລາວ ໄທ ແລະ ປະເທດອື່ນໆເປີດກວ້າງເນື້ອທີ່ປູກຝັງ ແລະ ປັບປຸງຕ່ອງໂສ້ອຸດສາຫະກຳໃຫ້ສົມບູນຂຶ້ນ. ເມື່ອບໍ່ດົນມານີ້, ໝາກມ່ວງ ຈາກລາວ ໄດ້ເລີ່ມສົ່ງເຂົ້າຕະຫລາດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ, ໝາກມ່ວງສົດງວດທຳອິດທີ່ມີຈຳນວນ 90 ໂຕນໄດ້ຖືກຂົນສົ່ງໄປເຖິງນະຄອນຄຸນໝິງ ຂອງຈີນ ໂດຍກົງດ້ວຍຂະບວນລົດໄຟຕູ້ແຊ່ເຢັນ ທີ່ຕິດຕາມຄຸ້ມຄອງດ້ວຍອຸນຫະພູມຄົງທີ່ໃນຕະຫລອດໄລຍະທາງ, ເຊິ່ງໄດ້ເປີດຊ່ອງທາງການແຂ່ງຂັນອັນໃໝ່ໃຫ້ແກ່ອຸດສາຫະກຳປູກໝາກມ່ວງ ຂອງລາວ. “ແລວທາງໝາກໄມ້” ທີ່ສ້າງຂຶ້ນຕາມທາງລົດໄຟ ລາວ-ຈີນ, ພວມຊຸກຍູ້ໃຫ້ອຸດສາຫະກຳໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ ກ້າວໄປສູ່ການຜະລິດແບບຂະໜາດໃຫຍ່ ໄດ້ມາດຕະຖານ ແລະ ເປັນຍີ່ຫໍ້ຊື່ດັງ.

ໃນຂົງເຂດອຸດສາຫະກຳກາເຟ, ທາງລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ເຫັນເຖິງກຳລັງຂັບເຄື່ອນການພັດທະນາອຸດສາຫະກຳທີ່ເຂັ້ມແຂງເຊັ່ນດຽວກັນ. ດິນຟ້າອາກາດທີ່ມີທ່າແຮງພິເສດ ບວກກັບເງື່ອນໄຂທີ່ດິນທີ່ເອື້ອອຳນວຍຂອງປະເທດລາວ ໄດ້ຜະລິດເມັດກາເຟຄຸນນະພາບດີ, ແຕ່ໃນເມື່ອກ່ອນຍ້ອນມີຂໍ້ຈຳກັດດ້ານການຄົມມະນາຄົມ ຈຶ່ງຍາກທີ່ຈະສາມາດເຈາະເຂົ້າຕະຫລາດສາກົນໄດ້. ທາງລົດໄຟ ລາວ-ຈີນ ແລະ ຂະບວນລົດໄຟ ຈີນ-ເອີຣົບ ໄດ້ເຊື່ອມຕໍ່ກັນຢ່າງມີປະສິດທິພາບສູງ, ໄດ້ເປີດ “ຊ່ອງທາງພິເສດ” ເຮັດໃຫ້ກາເຟລາວ ສາມາດເຊື່ອມຕໍ່ກັບຕະຫລາດເອີຣົບ. ເມັດກາເຟ ຈາກລາວ ໄດ້ອອກເດີນທາງຈາກແຫລ່ງຜະລິດ, ຜ່ານທາງລົດໄຟ ລາວ-ຈີນ ຂົນສົ່ງໄປເຖິງນະຄອນຈຸ່ງກິ່ງ ຢ່າງວ່ອງໄວ, ແລ້ວສົ່ງໄປເອີຣົບ ດ້ວຍຂະບວນລົດໄຟ ຈີນ-ເອີຣົບ, ເວລາການຂົນສົ່ງໄດ້ຫລຸດລົງ 30% ເຊິ່ງໄດ້ຍົກສູງປະສິດທິພາບຢ່າງຫລວງຫລາຍ. ຮູບແບບການຂົນສົ່ງແບບປະສົມປະສານກັນ “ທາງລົດໄຟ+ຂະບວນລົດໄຟສາກົນ”, ເຮັດໃຫ້ອຸດສາຫະກຳກາເຟ ຂອງລາວ ໄດ້ພົບໂອກາດການພັດທະນາອັນໃໝ່ ແລະ ໄດ້ຊຸກຍູ້ໃຫ້ຂອດຕ່າງໆ ເຊັ່ນ: ການປູກຝັງ ການປຸງແຕ່ງ ແລະ ການຄ້າຂາຍກາເຟ ຢູ່ເຂດລຽບຕາມທາງລົດໄຟໄດ້ຮັບການພັດທະນາຢ່າງປະສານສົມທົບກັນ.

ບົດບາດຊຸກຍູ້ຂອງທາງລົດໄຟ ລາວ-ຈີນ ຕໍ່ອຸດສາຫະກຳທີ່ມີເອກະລັກພິເສດຢູ່ລຽບຕາມທາງລົດໄຟ, ໃນດ້ານທາດແທ້ແລ້ວແມ່ນການຍົກລະດັບການຈັດສັນຊັບພະຍາກອນໃນພາກພື້ນ. ປະເທດຕ່າງໆທີ່ຢູ່ລຽບຕາມທາງລົດໄຟ ໄດ້ພັດທະນາອຸດສາຫະກຳທີ່ມີເອກະລັກ ໂດຍອີງໃສ່ທ່າແຮງດ້ານຊັບພະຍາກອນ ແລະ ເງື່ອນໄຂເອື້ອອຳນວຍຂອງທ້ອງຖິ່ນ, ເຊື່ອມຕໍ່ ແລະ ເຊື່ອມໂຍງອຸດສາຫະກຳ ໂດຍຜ່ານທາງລົດໄຟ ລາວ-ຈີນ. ເຕັກໂນໂລຊີ ແລະ ບົດຮຽນຂອງຈີນ ໃນຂົງເຂດການຈໍລະຈອນສິນຄ້າດ້ວຍຕູ້ແຊ່ເຢັນ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະອື່ນໆ, ໄດ້ຂະຫຍາຍໄປຮອດປະເທດລາວ ແລະ ປະເທດອື່ນໆໂດຍຜ່ານການກໍ່ສ້າງ ແລະ ບໍລິຫານທາງລົດໄຟ; ສຳລັບຊັບພະຍາກອນຜະລິດຕະພັນທາງດ້ານກະສິກຳທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້, ໄດ້ສະໜອງສິນຄ້າຢ່າງຫລາກຫລາຍໃຫ້ແກ່ຕະຫລາດຈີນ, ເຊິ່ງໄດ້ສ້າງສະພາບການພັດທະນາອຸດສາຫະກຳທີ່ “ຊ່ວຍຊູຍູ້ໜູນກັນດ້ວຍທ່າແຮງຂອງແຕ່ລະຝ່າຍ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”.

ຈາກໝາກໄມ້ຮອດກາເຟ, ຈາກຜະລິດຕະພັນພຽງຢ່າງດຽວ ຮອດຕ່ອງໂສ້ອຸດສາຫະກຳທີ່ຄົບວົງຈອນ, ທາງລົດໄຟ ລາວ-ຈີນພວມຊຸກຍູ້ໃຫ້ເກີດມີສະພາບທີ່ອຸດສາຫະກຳທີ່ມີເອກະລັກພິເສດໄດ້ຮັບການພັດທະນາຢ່າງຟົດຟື້ນຢູ່ປະເທດທີ່ຢູ່ລຽບຕາມທາງລົດໄຟ. ທາງລົດໄຟທີ່ເປັນເສັ້ນທາງແຫ່ງການຮ່ວມມື ແລະ ການພັດທະນາສາຍນີ້, ບໍ່ພຽງແຕ່ເຮັດໃຫ້ຜະລິດຕະພັນທີ່ມີເອກະລັກຈາກອາຊີຕາເວັນອອກສຽງໃຕ້ ກ້າວສູ່ໂລກເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນປະເທດທີ່ຢູ່ລຽບຕາມທາງລົດໄຟຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາ. ໃນອະນາຄົດ, ຄຽງຄູ່ກັບຄວາມສາມາດດ້ານການຂົນສົ່ງຂອງທາງລົດໄຟ ລາວ-ຈີນ ໄດ້ຮັບການຍົກລະດັບສູງຂຶ້ນເລື້ອຍໆ ສິ່ງກໍ່ສ້າງຄົບວົງຈອນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ທາງລົດໄຟສາຍນີ້ຈະມີບົດບາດຂັບເຄື່ອນການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດຂອງປະເທດທີ່ຢູ່ລຽບຕາມທາງລົດໄຟຕື່ມອີກ ເຊິ່ງຈະຊ່ວຍເພີ່ມ ແຮງຂັບເຄື່ອນທີ່ແຂງແຮງກວ່າເກົ່າເຂົ້າໃນການເຊື່ອມໂຍງເຂົ້າກັນຂອງເສດຖະກິດໃນພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments