Monday, June 9, 2025
Homeຂ່າວໜ້າໜຶ່ງປະທານສະພາແຫ່ງຊາດເຈາະຈີ້ມ6 ຄຳຖາມ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ

ປະທານສະພາແຫ່ງຊາດເຈາະຈີ້ມ6 ຄຳຖາມ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIX ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ເພື່ອເປັນບ່ອນອີງໃຫ້ບັນດາ ສສຊ ໄດ້ປະກອບຄໍາເຫັນຢ່າງມີຈຸດສຸມ, ຖືກທິດ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາໃນປັດຈຸບັນ.

ທ່ານ ປະທານສະພາແຫ່ງຊາດ ໄດ້ເນັ້ນ 6 ຄໍາຖາມເຈາະຈີ້ມ ຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ6ເດືອນຕົ້ນປີ 2025ຕິດພັນການຈັດຕັ້ງປະຕິບັດ 2ວາລະແຫ່ງຊາດແລະການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ຄືດັ່ງນີ້:

1.ຜ່ານການຮັບຟັງການລາຍງານຂອງລັດຖະບານບັນດາທ່ານເຫັນວ່າຖືກຕ້ອງ, ຄົບຖ້ວນແລະສອດຄ່ອງກັບສະພາບຕົວຈິງແລ້ວຫຼືບໍ່?ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ6ເດືອນຕົ້ນປີ 2025ມີຜົນສໍາເລັດທີ່ພົ້ນເດັ່ນຄືແນວໃດ?ໂດຍສະເພາະບັນດາຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ (ສະບັບເລກທີ153/ສພຊ, ລົງວັນທີ 12ທັນວາ2024) ມີຕົວຊີ້ບອກທີ່ຈະແຈ້ງຊັດເຈນແລ້ວຫຼືບໍ?ສາເຫດທີ່ພາໃຫ້ບໍ່ບັນລຸຄາດໝາຍມີຄືແນວໃດ?,ມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງກໍສະເໜີໃຫ້ລັດຖະບານຊີ້ແຈງແລະອະທິບາຍຕື່ມ.

2.ຕໍ່ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດປະຈໍາປີ2025ສະເໜີໃຫ້ຜູ້ແທນກອງປະຊຸມມີຄໍາເຫັນຕື່ມກ່ຽວກັບຜົນສໍາເລັດແລະຄວາມຄືບໜ້າຂອງໂຄງການຕ່າງໆໃນແຕ່ລະເຂດເລືອກຕັ້ງມີຄືແນວໃດ?ຍັງມີບັນຫາໃດທີ່ຍັງຄົງຄ້າງ?ສະເໜີໃຫ້ທ່ານສະມາຊິກສະພາແຫ່ງຊາດມີຄໍາເຫັນຕື່ມຢາກໃຫ້ລັດຖະບານສຸມໃສ່ຂະແໜງການແລະທ້ອງຖິ່ນໃດເປັນບູລິມະສິດ?ໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດແນໃສ່ຮັບປະກັນປະສິດທິພາບ, ປະສິດທິຜົນແລະຍຸຕິທໍາ.

3.ການຈັດຕັ້ງປະຕິບັດນະໂຍບາຍແລະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນເພື່ອດຶງດູດການລົງທຶນເອກະຊົນໄດ້ຮັບຜົນສໍາເລັດຄືແນວໃດ?ໂດຍສະເພາະການແກ້ໄຂຂອດອຸດຕັນດ້ານເງິນເຟີ້, ອັດຕາແລກປ່ຽນ, ການສ້າງສະພາບແວດລ້ອມການລົງທຶນ, ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງແລະທ້ອງຖິ່ນຈະແຈ້ງຊັດເຈນດີແລ້ວຫຼືບໍ່? ການເກັບພັນທະເຂົ້າງົບປະມານຂອງລັດຕາມກົດໝາຍແລະສັນຍາການລົງທຶນ, ການແກ້ໄຂຜົນກະທົບດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມຈາກໂຄງການລົງທຶນເອກະຊົນເປັນແນວໃດ?ມີບັນຫາໃດທີ່ຍັງຄົງຄ້າງ, ສະເໜີໃຫ້ທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ.

4.ຜ່ານການລາຍງານຂອງລັດຖະບານທີ່ຕິດພັນກັບການຈັດຕັ້ງປະຕິບັດ 2ວາລະແຫ່ງຊາດໂດຍສະເພາະບັນດາແຜນວຽກຈຸດສຸມຕາມມະຕິກອງປະຊຸມສະພາແຫ່ງຊາດເປັນຕົ້ນການສົ່ງເສີມການຜະລິດທົດແທນການນໍາເຂົ້າແລະການສົ່ງອອກເປັນສິນຄ້າ, ການຂຸດຄົ້ນແຮ່ທາດແລະເງິນຄຣິບໂຕ, ການສືບຕໍ່ປະຕິຮູບລັດວິສາຫະກິດ, ການຫັນເປັນທັນສະໄໝໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ການແກ້ໄຂໜີ້ສິນສາທາລະນະແລະໜີ້ສິນການລົງທຶນລັດເຫັນໄດ້ຜົນສໍາເລັດຄືແນວໃດ? ຍັງມີບັນຫາໃດທີ່ຍັງຄົງຄ້າງ, ສະເໜີໃຫ້ທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ.

5.ການຊີ້ນໍາຂອງລັດຖະບານໃນການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າແລະລາຄາສິນຄ້າເພີ່ມສູງຂຶ້ນທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າໃນໄລຍະຜ່ານມາໄດ້ມີຜົນສໍາເລັດຄືແນວໃດ?ບັນດາທ່ານ ສສຊ ເຫັນວ່າຖືກຕ້ອງແລະສອດຄ່ອງແລ້ວຫຼືບໍ່? ຖ້າຫາກເຫັນວ່າຍັງບໍ່ທັນສອດຄ່ອງເໝະສົມສະເໜີໃຫ້ບັນດາທ່ານມີຄໍາເຫັນຕື່ມ, ໂດຍສະເພາະອີງໃສ່ການຕິດຕາມກວດກາຕົວຈິງຂອງບັນດາທ່ານຜູ້ແທນຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

6.ໃນການກໍານົດທິດທາງ, ວຽກງານຈຸດສຸມແລະມາດຕະການ6 ເດືອນທ້າຍປີໃຫ້ບັນລຸຄາດໝາຍທີ່ລັດຖະບານກໍານົດມານັ້ນ, ທ່ານຄິດວ່າຖືກຕ້ອງ, ເໝາະສົມແລ້ວຫຼືບໍ່?ໂດຍສະເພາະບັນດາຄາດໝາຍທີ່ມີຄວາມຄືບໜ້າໜ້ອຍແລະມີຄວາມສ່ຽງຈະບໍ່ບັນລຸ, ລັດຖະບານຄວນມີມາດຕະການເພີ່ມເຕີມຄືແນວໃດເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ຕາມຄາດໝາຍທີ່ກໍານົດໃນມະຕິກອງປະຊຸມສະພາແຫ່ງຊາດ?ຫຼືບັນດາທ່ານຄວນສະເໜີບັນຫາໃດເພີ່ມຕື່ມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments