ໃນໄລຍະຜ່ານມາ, ລັດຖະບານ ໄດ້ເພີ່ມທະວີ ຊຸກຍູ້ສົ່ງເສີມຢ່າງແຂງແຮງ ກ່ຽວກັບການຜະລິດສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ການຜະລິດພືດສະບຽງອາຫານ ເຊິ່ງສາມາດປະຕິບັດໄດ້ ໃນເນື້ອທີ່ 146.520 ເຮັກຕາ, ລື່ນແຜນການ 136.630 ເຮັກຕາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນຂະນະທີ່ ການສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະລັດ ເທົ່າກັບ 65% (ແຜນການຕາມສະພາຮັບຮອງ 1.500 ລ້ານໂດລາສະຫະລັດ).
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ນີ້ວ່າ: ລັດຖະບານ ກໍຄື ຂະແໜງ ການກ່ຽວຂ້ອງ ໄດ້ສໍາເລັດການເຈລະຈາສົ່ງອອກສິນຄ້າກະສິກຳ ໄປ ສປ ຈີນ ໄດ້ຫລາຍລາຍການ ເປັນ ຕົ້ນ ການສົ່ງອອກ ປາສະຫວາຍ ໄດ້ 442 ໂຕນ, ໝາກມ່ວງ 90 ໂຕນ ແລະ ຄາດວ່າ ໃນປີ 2025 ນີ້, ຈະສົ່ງອອກໝາກມ່ວງ ໄດ້ ປະມານ 1.500 ໂຕນ. ພ້ອມນີ້, ຍັງໄດ້ສໍາເລັດການເຈລະຈາສົ່ງອອກສິນຄ້າ ກະສິກຳອື່ນໆ ໄປປະເທດຕ່າງໆ ໄດ້ທັງໝົດ 74 ລາຍການ ແລະ ພວມດໍາເນີນຂັ້ນຕອນການສົ່ງເຂົ້າ ສານໄປປະເທດບຣູໄນ, ເຈລະຈາສັນຍາສົ່ງອອກ ເຂົ້າສານ ໄປປະເທດບັງກາເລດ 200.000 ໂຕນຕໍ່ປີ ແລະ ເຈລະຈາການສົ່ງອອກ ຊີ້ນແຊ່ແຂງ ແລະ ຜະລິດຕະພັນຊີ້ນ ໄປ ສປ ຈີນ ຕິດພັນກັບເລັ່ງກໍ່ສ້າງໂຮງງານຂ້າສັດທັນສະໄໝ.
ຄຽງຄູ່ກັນນີ້, ລັດຖະບານ ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ ເຊິ່ງສາມາດປະຕິບັດໄດ້ ໃນເນື້ອທີ່ 84.715 ເຮັກຕາ, ໄດ້ຮັບຜົນຜະລິດ 423.830 ໂຕນ, ເທົ່າກັບ 94% ຂອງແຜນການ (450.000 ໂຕນ), ທຽບໃສ່ປີຜ່ານມາ ຫລຸດລົງ ປະມານ 3.000 ໂຕນ, ເນື່ອງຈາກວ່າ ປະຊາຊົນ ຫັນໄປປູກພືດຊະນິດອື່ນຫລາຍຂຶ້ນ ເຊັ່ນ: ໝາກໂມ, ຖົ່ວເຫລືອງ, ພືດຜັກ, ສາລີຫວານ ແລະ ອື່ນໆ. ພ້ອມກັນນີ້, ລັດຖະບານ ຍັງໄດ້ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະນຸ ມັດຜ່ານມາ ໂດຍໄດ້ອອກຄຳສັ່ງ ສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025. ປັດຈຸບັນ, ພວມສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ, ຢ່າງເຂັ້ມງວດ ໂດຍໄດ້ມອບໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງ ສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ລົງກວດກາແກ້ໄຂ ເຊິ່ງສາມາດອາຍັດພາຫະນະ ແລະ ອຸປະກອນໃນການຂຸດຄົນແຮ່ທາດ ໄດ້ຈໍານວນຫລາຍສົມຄວນ, ພ້ອມທັງ ໄດ້ປະຕິບັດມາດຕະ ການໂຈະການພິຈາລະນາໂຄງການໃໝ່ ສໍາລັບ ແຮ່ໂລຫະ ຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄໍາ, ແຮ່ທາດຫາຍາກ ແລະ ແຮ່ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດຕໍ່ໂຄງການທີ່ລະເມີດສັນຍາ, ການລາຍງານຂໍ້ມູນຜົນການຜະລິດ ບໍ່ຖືກກັບ ຄວາມເປັນຈິງ ແລະ ອື່ນໆ.