ພິທີເຊັນສັນຍາສຳປະທານ (CA) ຂອງໂຄງການຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ICD ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ວົງສະຫວັນ ໂລຈິສຕິກ ຈຳກັດຜູ້ດຽວ, ບໍລິສັດ ດາວສະຫວັນ ຈຳກັດ ແລະ ບໍລິສັດ ທະວີສັກ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ໂດຍການລົງນາມລະຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ຜູ້ຕາງໜ້າຈາກບໍລິສັດດັ່ງກ່າວ.
ການເຊັນສັນຍາສໍາປະທານ ໃນຄັ້ງນີ້, ເພື່ອຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍນິຕິບຸກຄົນພາກເອກະຊົນ ເປັນຜູ້ລົງທຶນກໍ່ສ້າງ, ດໍາເນີນງານ ແລະ ມອບໂອນໃຫ້ແກ່ລັດຖະບານ ໃນເວລາສິ້ນສຸດອາຍຸສຳປະທານ ເຊິ່ງໂຄງການດັ່ງກ່າວ, ແມ່ນເອກະຊົນລົງທຶນ 100%. ໃນນັ້ນ, ກິດຈະກຳຫລັກປະກອບມີ: ຊັ່ງນໍ້າໜັກລົດບັນທຸກ ຕູ້ສິນຄ້າ, ຄ່ຽນຖ່າຍສິນຄ້າ, ສາງເກັບມ້ຽນສິນຄ້າແບບຄົບວົງຈອນ, ລານເກັບ ຕູ້ສິນຄ້າ, ບັນຈຸຫຸ້ມຫໍ່-ແຍກ, ຈັດສົ່ງສິນຄ້າ ແລະ ບ່ອນພັກສິນຄ້າ.
ສຳລັບ ເນື້ອທີ່ສໍາປະທານ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ຈະເຮັດໜັງສືສະເໜີຫາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ຢັ້ງຢືນແຜນວາດຂອບເຂດເນື້ອທີ່ສໍາປະທານໂຄງການດັ່ງກ່າວ ມາຍັງກົມສົ່ງເສີມການລົງທຶນ ເພື່ອເປັນຂໍ້ມູນລາຍງານລັດຖະບານ ແລະ ເປັນເອກະສານຄັດຕິດ ສັນຍາສຳປະທານ (CA) ເຊິ່ງອາຍຸ ຂອງສັນຍາສໍາປະທານ ແມ່ນ 50 ປີ.