ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 4 ມິຖຸນານີ້, ຖະແຫລງການ ສະບັບໜຶ່ງ ຂອງທຳນຽບຂາວ ສ.ອາເມລິກາ ລະບຸວ່າ: ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ຫ້າມບໍ່ໃຫ້ ພົນລະເມືອງຈາກ 12 ປະເທດ ລວມມີ: ອາຟະການິສະຖານ, ມຽນມາ,ຊາດ,ກົງໂກ,ກິເນ,ອີຣິເຕຣຍ,ໄຮຕິ,ລີບີ,ໂຊມາລີ,ຊູດັງ,ເຢເມນ ແລະ ອີຣານ ເຂົ້າໄປ ສ.ອາເມລິກາ ໃນສະຖານະ ຊາວອົບພະຍົບ ຫລື ບໍ່ແມ່ນ ຊາວອົບພະຍົບ ກໍ່ຕາມ. ນອກນີ້, ທ່ານ ໂດນັນ ທຣຳ ຍັງໄດ້ປະກາດ ມາດຕະການ ຈຳກັດ ຕໍ່ພົນລະເມືອງ ຈາກ 7 ປະເທດ ລວມທັງ ບູຣູນດີ, ສປປ ລາວ, ກູບາ,ເວເນຊູເອລາ,ເຊຍຣາເລອອນ,ໂຕໂກ ແລະ ເຕັກເມນິສະຖານ ເຂົ້າໄປ ສ.ອາເມລິກາ. ມາດຕະການ ດັ່ງກ່າວ ແມ່ນເພື່ອປົກປ້ອງ ຄວາມໝັ້ນຄົງ ແຫ່ງຊາດ ຂອງ ສ.ອາເມລິກາ. ອີງຕາມ ຖະແຫລງການ, ມາດຕະການດັ່ງກ່າວ ຈະມີການກຳນົດ ຍົກເວັ້ນ ພິເສດ ຕໍ່ບຸກຄົນ ທີ່ມີວີຊາ ໃນປັດຈຸບັນ, ວີຊາບາງປະເພດ ແລະ ບຸກຄົນ ທີ່ສອດຄ່ອງກັບ ຜົນປະໂຫຍດ ແຫ່ງຊາດ ຂອງ ສ.ອາເມລິກາ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ