ໃນວັນທີ 4 ມິຖຸນາ 2025 ທີ່ທໍານຽບລັດຖະບານ ນະຄອນຫລວງແຄນເບີຣາ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ ທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.
ໂອກາດນີ້, ທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບ ອົດສະຕຣາລີ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນສູ່ອົດສະຕຣາລີ. ທ່ານຜູ້ສຳເລັດຣາຊະການ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍ ຕະຫລອດໄລຍະຫລາຍກວ່າ 7 ທົດສະຫວັດ ແຫ່ງການພົວພັນການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ; ທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນຕົ້ນປີ 2024 ກໍຄື ການຮ່ວມມືກັນໃນຂອບພາກພື້ນ ໂດຍສະເພາະແມ່ນອາຊຽນ ແລະ ຂອບການຮ່ວມມືຫລາຍຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານທູດ ຈາຕຸລົງ ບົວສີສະຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບໝາຍ ໃຫ້ປະຕິບັດໜ້າທີ່ ຢູ່ອົດສະຕຣາລີ ເພື່ອປະກອບສ່ວນສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ມີມາຫລາຍກວ່າ 70 ປີ ກໍຄືການເປັນຄູ່ຮ່ວມມືຮອບດ້ານທີ່ໄດ້ຮັບການຍົກລະດັບຂຶ້ນ ໃນເດືອນ ມີນາ 2024 ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ ການຊ່ວຍເຫລືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລ ຍະຜ່ານມາ, ລວມທັງການປະຕິບັດໜ້າທີ່ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ 2021-2024 ແລະ ປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ກໍຄື ການຮ່ວມມືໃນຂອບຫລາຍຝ່າຍອື່ນໆ.
ສອງປະເທດ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 15 ມັງກອນ 1952, ຊຶ່ງປີ 2025 ນີ້ ຄົບຮອບ 73 ປີ ແລະ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 6 ມີນາ 2024.