ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕໍກັສ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຮົງກາຣີ ພ້ອມດ້ວຍຄະນະ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ຮົງກາຣີ ຕະຫຼອດໄລຍະຜ່ານມາ ນອກນັ້ນ ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ ການພົວພັນ ແລະ ການຮ່ວມມືອັນດີທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບ ຮົງກາຣີ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະ ສາດ ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້ ທ່ານທູດ ຮົງກາຣີ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຢືນຢັນ ທີ່ຈະເຮັດສຸດຄວາມສາມາດໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ການພົວພັນຮ່ວມມືໃນດ້ານຕ່າງໆ ທີ່ ສອງຝ່າຍ ມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ດ້ານການສຶກສາ, ກະສິກຳ, ການທ່ອງທ່ຽວ ແລະ ອຶ່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີສືບຕໍ່ສຶກສາຄວາມເປັນໄປໄດ້ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ສປປ ລາວ ສ້າງຕັ້ງສາຍພົວພັນການທູດກັບ ຮົງກາຣີ ໃນວັນທີ 12 ກັນຍາ 1962.