ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໝູນວຽນມາຄົບຮອບອີກວາລະໜຶ່ງ, ເຊິ່ງປີນີ້ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນາໆພັນ. ສໍາລັບປີນີ້ສາທາລະນະລັດເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນທີ່ວ່າ“ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”.
ສໍາລັບ ສປປ ລາວ ພວກເຮົາກໍ່ໄດ້ຮ່ວມກັບປະເທດຕ່າງໆໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານລາວ ໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມທີ່ເຊື່ອມໂຊມສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດຂອງມວນມະນຸດ ແລະ ສິ່ງທີ່ມີຊີວິດຢູ່ໃນໂລກ; ເພື່ອປ້ອງກັນໄພພິບັດ ແລະ ປັບຕົວເຂົ້າກັບກັບສະພາບການປ່ຽນແປງດິນຟ້າອາກາດ, ເຊິ່ງໃນປີນີ້ ສປປ ລາວ ໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມຄື “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”.
ພີ່ນ້ອງຮ່ວມຊາດທີ່ຮັກແພງ,
ປັດຈຸບັນປະຊາກອນໂລກໃນທຸກພາກພື້ນກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກການເຊື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດແລະນໍາໃຊ້ຜະລິດຕະພັນທີ່ຜະລິດ ແລະ ຫຸ້ມຫໍ່ດ້ວຍປລາສຕິກເພີ່ມຂຶ້ນ ໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາ ລວມທັງ ສປປ ລາວ, ເຊິ່ງເປັນການສ້າງຂີ້ເຫຍື້ອສິ່ງເສດເຫຼືອທີ່ເປັນພິດເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫຼ້າສຸດເຫັນວ່າການນຳໃຊ້ປລາສຕິກໃນທົ່ວໂລກ ໄດ້ມີການເພີ່ມຂຶ້ນຫຼາຍເທົ່າໂຕຈາກ6.8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024, ໃນນັ້ນມີພຽງແຕ່ 9% ຖືກນຳມາໃຊ້ຄືນໃໝ່,12% ແມ່ນນຳໄປຈູດເຜົາ ແລະ79% ແມ່ນຖືກນໍາໄປຝັງດິນໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ. ສິ່ງເສດເຫຼືອຈາກປລາສຕິກມີການຍ່ອຍສະຫຼາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີ. ບັນຫາຂີ້ເຫຍື້ອປລາສຕິກສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະ ການຈູດເຜົາ ໄດ້ກໍ່ໃຫ້ເກີດມົນລະພິດທາງອາກາດ, ດິນ ແລະ ນໍ້ານັບມື້ນັບຫຼາຍ ແລະ ຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນດັ່ງທີ່ພວກເຮົາພວມປະເຊີນນໍາກັນດັ່ງທຸກມື້ນີ້.
ປະຊາຊົນລາວສ່ວນຫຼາຍຍັງມີຄວາມຊິນເຄີຍ ໃນການນຳໃຊ້ປລາສຕິກເຂົ້າໃນການດຳລົງລົງຊີວິດປະຈຳວັນນັບມື້ມີຈຳນວນເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນແລະການທໍາລາຍຢ່າງຖືກວິທີຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ໃນສະພາບການດັ່ງທີ່ກ່າວມານີ້,ລັດຖະບານກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການແລະນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.
ຕໍ່ສະພາບການດັ່ງກ່າວ, ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດກ່ຽວກັບການຄຸ້ມຄອງປລາສຕິກ ຂອງ ສປປ ລາວ ປີ2024-2030 ໄປພ້ອມກັບການຜັນຂະຫຍາຍມາເປັນລະບຽບການ, ຄູ່ມືແນະນໍາເພື່ອຄວບຄຸມ, ຫຼຸດຜ່ອນແລະກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍ່ໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆເປັນຕົ້ນ: ການສຶກສາ, ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອແກ້ໄຂບັນຫາມົນລະພິດປລາສະຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ. ນອກຈາກນັ້ນກໍມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ,ອົງການຈັດຕັ້ງສັງຄົມເພື່ອປູກຈິດສໍານຶກໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງແລະຫຼຸດຜ່ອນມົນລະພິດຈາກປລາສະຕິກ ກໍ່ຄືການປະກອບສ່ວນແກ້ໄຂຮ່ວມກັນກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະ ຍຶນຍົງ. ເຊິ່ງເປັນລະບົບເສດຖະກິດເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າເສດຖະກິດ-ສັງຄົມທີ່ຈະເລີນຮຸ່ງເຮືອງ ກັບການມີສິ່ງແວດລ້ອມທີ່ດີແມ່ນຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຄົມໂລກ ແລະ ປະຊາຊົນລາວທັງຊາດ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ
ປະຊາຊົນລາວເຮົາມີປະເພນີ-ວັດທະນາທຳອັນເປັນມູນເຊື້ອອັນດີງາມ ໃນການດໍາລົງຊີວິດທີ່ຕິດພັນກັບທໍາມະຊາດ ແລະ ວັດສະດຸໃນທຳມະຊາດນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ, ຢາປົວພະຍາດ, ເຄື່ອງໃຊ້ປະຈໍາວັນ ເປັນຕົ້ນຜະລິດຕະພັນທາງເລືອກຈາກໃບໄມ້, ຕົ້ນໄມ້. ສະນັ້ນ, ເນື່ອງໃນໂອກາດວັນສິ່ງແວດລ້ອມປີນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ພວກເຮົາພ້ອມໃຈກັນກັບຄືນມານຳໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າຂອງຊາດລາວເຮົາ ເພື່ອເປັນການສົ່ງເສີມຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກທີ່ບໍ່ທຳລາຍສິ່ງແວດລ້ອມ, ເພື່ອເຮັດໃຫ້ການປະຕິບັດຄາດໝາຍການຫຼຸດຜ່ອນນຳໃຊ້ປລາສຕິກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມລາວ ເປັນເຈົ້າການໃນການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ແລະ ປະຕິບັດ 3 ຫຼັກການຄື: (1) ຫຼຸດປະລິມານການນຳໃຊ້, (2) ນຳກັບມາໃຊ້ຄືນ, (3) ນໍາໄປຜະລິດຄືນໃໝ່, ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ ເພື່ອສ້າງປະເທດລາວໃຫ້ກາຍເປັນປະເທດທີ່ຂຽວສະອາດງາມຕາ.
ທ້າຍນີ້, ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ພາຍໃຕ້ຄໍາຂວັນ “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດແລະສົດໃສ” ຈົ່ງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.