ໃນວັນທີ 4 ມິຖຸນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນາ 2025.
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ໃນດ້ານຕ່າງໆ ໂດຍສະເພາະ ການຮ່ວມມືດ້ານຕຸລາການ ຂອງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມທັງ ຕີລາຄາສູງ ແລະ ສະໜັບສະໜູນການຮ່ວມມື ລະຫວ່າງ ສອງອົງການຕຸລາການ ລາວ-ມາເລເຊຍ.

ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ການພົວພັນກັບ ມາເລເຊຍ ທີ່ເປັນປະເທດໜຶ່ງໃນ ຄອບຄົວອາຊຽນ ທີ່ມີປະຫວັດການພົວພັນ ແລະ ຮ່ວມມື ກັບ ສປປ ລາວ ຕະຫລອດໄລຍະ ຜ່ານມາ ແລະ ປີ 2026 ທີ່ຈະມາເຖິງນີ້ ແມ່ນເປັນຂີດໝາຍທີ່ສໍາຄັນ ເພາະພວກເຮົາຈະໄດ້ ພ້ອມກັນສະເຫລີມສະຫລອງ ວັນຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ມາເລເຊຍ.
ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ ເຊິ່ງການເດີນທາງມາຢ້ຽມຍາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເພື່ອເພີ່ມທະວີການຮ່ວມມືລະຫວ່າງ ອົງການຕຸລາການອາຊຽນ, ປຶກສາຫາລືການປະຕິບັດວຽກງານດ້ານການກະກຽມສ້າງຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນສະມາຊິກສະມາຄົມນັກກົດໝາຍອາຊຽນ.