Friday, June 6, 2025
Homeທຸລະກິດຂະແໜງປູກຝັງ ຊຸກຍູ້ກຸ່ມຜະລິດໜາກເຜັດເພື່ອສົ່ງອອກ ຢູ່ບ້ານຫ້ວຍແຫ່

ຂະແໜງປູກຝັງ ຊຸກຍູ້ກຸ່ມຜະລິດໜາກເຜັດເພື່ອສົ່ງອອກ ຢູ່ບ້ານຫ້ວຍແຫ່

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຂະແໜງປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ລົງຕິດຕາມ ແລະ ຊຸກຍູ້ກຸ່ມປູກໜາກເຜັດ ຢູ່ບ້ານຫ້ວຍແຫ່ ເມືອງສຸຂຸມາ ໃນທ້າຍອາທິດທີ່ຜ່ານມານີ້ ເພື່ອສົ່ງອອກຕ່າງປະເທດ ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພືດເປັນສິນຄ້າ ຕາມທິດກະສິກຳສະອາດ ແລະ ຕິດພັນກັບການສ້າງເສດຖະກິດໃຫ້ກັບປະຊາຊົນ.

ພະແນກກະສິກຳ ແລະ ປ່າໄມ້ ໄດ້ປະສານຮ່ວມມືກັບກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ລົງເຜີຍແຜ່ ແລະ ແນະນຳ ກ່ຽວກັບການຜະລິດໝາກເຜັດເປັນສິນຄ້າ ຕາມທິດກະສິກຳສະອາດນັບແຕ່ປີ 2021 ເປັນຕົ້ນມາ ຈົນມາເຖິງປີ 2023 ກໍໄດ້ໃຫ້ການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກດ້ານການຄ້າ ໃຫ້ກັບຜູ້ປະກອບການ ທີ່ມີຄວາມຕ້ອງການສົ່ງອອກພືດຜັກໄປຈໍາໜ່າຍໃນກຸ່ມປະເທດ ເອີຣົບ ເຊັ່ນ: ການຂຶ້ນທະບຽນພື້ນທີ່ການຜະລິດ ແລະ ສະຖານທີ່ຫຸ້ມຫໍ່ ແລະ ໃຫ້ການຢັ້ງຢືນເປັນຜູ້ສົ່ງອອກພືດຜັກຈາກ ສປປ ລາວ, ຊຸກຍູ້ໃຫ້ຜູ້ປະກອບການເຮັດສັນຍາ ສົ່ງເສີມປູກ ແລະ ເກັບຊື້ ລະຫວ່າງ ຜູ້ປະກອບການ ແລະ ກະສິກອນ ຢູ່ 2 ເມືອງ ຄື: ເມືອງ ປາກຊ່ອງ ມີ 3 ຈຸດ ຄື: ກຸ່ມຜະລິດຜັກບ້ານຫ້ວຍເສດ 12 ເຮັກຕາ, ບ້ານນ້ຳປົດ 3 ເຮັກຕາ, ບ້ານຫ້ວຍກອງ 6 ເຮັກຕາ ແລະ ເມືອງ ສຸຂຸມາ ມີ 1 ຈຸດ ຄື: ບ້ານ ຫ້ວຍແຫ່ 10 ເຮັກຕາ ເຊິ່ງໃນປີໜຶ່ງ ສາມາດສົ່ງອອກໝາກເຜັດສົດທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມເງື່ອນໄຂ ການສົ່ງອອກໄປ ເອີຣົບ ປະມານ 20 ກວ່າໂຕນ ຫລື ປະມານ ອາທິດລະ 400-500 ກິໂລກຣາມ (ປີໜຶ່ງສາມາດມີຜົນຜະລິດໄດ້ 38-40 ອາທິດ).

ພ້ອມດຽວກັນນັ້ນ, ໃນທຸກໆການສົ່ງອອກແຕ່ລະຄັ້ງ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງກວດກາຊຸດສິນຄ້າທຸກຄັ້ງ ເພື່ອຮັບປະກັນດ້ານຄຸນນະພາບຂອງສິນຄ້າ ແລະ ໄດ້ລົງຕິດຕາມ ພື້ນທີ່ປູກເປັນແຕ່ລະໄລຍະເຊັ່ນ: ການສຸ່ມກວດກາຫາສານພິດຕົກຄ້າງ, ການວາງກັບດັກແມງໄມ້ສັດຕູພືດ ແລະ ການຕິດຕາມພະຍາດສັດຕູພືດ.

ປັດຈຸບັນ ເຫັນວ່າສະພາບຊີວິດການເປັນຢູ່ຂອງກະສິກອນ ຜູ້ປູກໝາກເຜັດ ດີຂຶ້ນກວ່າເກົ່າ ມີຄວາມໝັ້ນຄົງດ້ານຕະຫລາດ ແລະ ລາຄາ, ແຕ່ຢ່າງໃດກໍຕາມ ໃນໄລຍະຜ່ານມາເຫັນວ່າ ກະສິກອນຍັງພົບບັນຫາການລະບາດຂອງພະຍາດສັດຕູພືດ ເປັນແຕ່ລະໄລຍະ ແລະ ບັນຫາປັດໄຈການຜະລິດທີ່ມີລາຄາສູງ ເນື່ອງຈາກບັນຫາຄ່າເງິນກີບອ່ອນຄ່າ.

ຂ່າວ-ພາບ: ມຸກດາວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments