Friday, June 6, 2025
Homeຂ່າວການເມືອງເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດ ຫວຽດນາມ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດ ຫວຽດນາມ

ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ. ໂອກາດດັ່ງກ່າວ, ໃນຕອນແລງຂອງວັນທີ 2/6/2025, ຄະນະໄດ້ພົບປະເຮັດວຽກສອງຝ່າຍກັບ ສະຫາຍ ບຸຍແທງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ໃນການພົບປະ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງຂອງ ສະຫາຍ ບຸຍແທງເຊີນ; ຕີລາຄາສູງການຢ້ຽມຢາມຄັ້ງນີ້, ເຊິ່່ງເປັນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ ແລະ ເປັນການຢ້ຽມຢາມຄັ້ງທໍາອິດ ໃນຖານະເປັນ ຮັກສາການ ຫົວໜ້າຄະະພົວພັນຕ່າງປະເທດສູນກາງພັກ ແລະ ເປັນການພົບປະທາງການຄັ້ງທຳອິດ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ພາຍຫຼັງທີ່ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຢຸດຕິການເຄື່ອນໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດນາມ, ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກໍ່ຄື ການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ກັບ ກະຊວງການຕ່າງປະເທດຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ແຫນ້ນແຟ້ນຍິ່ງຂຶ້ນ.

ໃນທ່າມກາງບັນຍາກາດແຫ່ງ ສາຍພົວພັນສາມັກຄີພິເສດ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ; ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ທັນການຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ.

ສອງຝ່າຍ ຕ່າງກໍ່ສະແດງຄວາມພາກພູມໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ມີຄວາມໜັກແໜ້ນ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດ, ຂະແໜງການ ຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໄດ້ຮັບການຍູ້ແຮງ, ເຊິ່ງ ສະແດງໃຫ້ເຫັນ ມູນຄ່າການຄ້າສອງສົ້ນໃນປີ 2024 ບັນລຸ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,9% ເມື່ອທຽບກັບປີ 2023 ແລະ ໄລຍະ 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 109,3% ເມື່ອທຽບກັບໄລຍະດຽວກັນຂອງປີ 2024; ພິເສດ ສອງຝ່າຍ ໄດ້ຮ່ວມກັນ ເປີດນໍາໃຊ້ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ ທີ່ຫວຸ້ງອາງ, ແຂວງຮ່າຕິ້ງ, ເຊິ່ງເປັນສັນຍາລັກຂອງ ສາຍພົວພັນສອງປະເທດ, ອັນໄດ້ເປັນການເປີດສັງກາດໃໝ່ຂອງການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສອງປະເທດ ແລະ ສ້າງເງື່ອນໄຂໃຫ້ລາວມີທາງອອກສູ່ທະເລ; ການຮ່ວມມືດ້ານ ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ; ການພົວພັນຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.

ສອງຝ່າຍ ຕີລາຄາສູງຕໍ່ ການພົວພັນຮ່ວມມື ແລະ ປະສານສົມທົບຢ່າງສະໜິດແໜ້ນ ລະຫວ່າງ ສອງ ຄະນະພົວພັນຕ່າງປະເທດ ຂອງສອງສູນກາງພັກ ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ. ພ້ອມນັ້ນ, ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ການພົວພັນຮ່ວມມືອັນດີງາມຂອງ ສອງອົງການ, ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເຫັນດີເປັນເອກະພາບ ໃນການສືບຕໍ່ປະສານສົມທົບຢ່າງສະໜິດແໜ້ນ ໃນການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງການຮ່ວມມືຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນສູງ, ເຫັນດີເປັນເອກະພາບ ໃນການກະກຽມສ້າງແຜນການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ໄລຍະ 2026-2030, ເອກະພາບກັນກ່ຽວກັບທິດທາງ ການຮ່ວມມືໃນທ້າຍປີ 2025, ໂດຍສະເພາະການກະກຽມໃຫ້ແກ່ການເຄື່ອນໄຫວຢ້ຽມຢາມເຊິ່ງກັນແລະກັນ ຂອງການນໍາຂັ້ນສູງຂອງສອງຝ່າຍ, ສ້າງບັນດາກົນໄກການຮ່ວມມື, ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກໍ່ສ້າງພັກ, ການກະກຽມກອງປະຊຸມໃຫຍ່ ຂອງແຕ່ລະພັກ; ປະສານສົມທົບຢ່າງແໜ້ນແຟ້ນ ໃນການຈັດກິດຈະກໍາ ການເຄື່ອນໄຫວສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງສອງປະເທດ ແລະ ຍູ້ແຮງການໂຄສະນາສຶກສາອົບຮົມກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments