Friday, June 6, 2025
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບທູດອິນເດຍ ປະຈຳລາວ ຄົນໃໝ່

ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດອິນເດຍ ປະຈຳລາວ ຄົນໃໝ່

ໃນວັນທີ 3 ມິຖຸນາ 2025 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ໂຢເກສວາ ສັງວານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່. ພ້ອມທັງ, ຊົມ ເຊີຍຕໍ່ການມາປະຕິບັດວຽກງານ ຂອງທ່ານເອກອັກຄະລັດຖະທູດ ແລະ ຍັງໄດ້ຕີລາຄາສູງໃນການຮ່ວມມືໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ ກໍຄື ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ອິນເດຍ ໃຫ້ນັບມື້ນັບມີການຂະຫຍາຍຕົວ. ໂອກາດນີ້, ສອງຝ່າຍໄດ້ປຶກ ສາຫາລືແລກປ່ຽນຄວາມຄິດເຫັນ ໃນດ້ານວຽກງານຕ່າງໆ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ອວຍພອນໄຊໃຫ້ ທ່ານ ໂຢເກສວາ ສັງວານ ຈົ່ງປະຕິບັດໜ້າທີ່ອັນມີກຽດທີ່ພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດອັນຈົບງາມ ແລະ ຂໍອວຍພອນໃຫ້ສາຍພົວພັນຮ່ວມມືລະຫວ່າງ ລາວ-ອິນເດຍ ທີ່ມີມາແຕ່ດົນນານຈົງໝັ້ນຄົງທະນົງແກ່ນຕະຫບອດໄປ.

ໂອກາດດຽວກັນ, ທ່ານ ໂຢເກສວາ ສັງວານ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດວຽກງານດ້ານຕ່າງໆ ໃຫ້ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments