ໂດຍຕອບສະໜອງຕາມການເຊີນຂອງສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົລເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ແຕ່ວັນທີ 28 ພຶດສະພາ – 4 ມິຖຸນາ 2025.
ວັນທີ 29 ພຶດສະພາ 2025, ຄະນະຜູ້ແທນ ໄດ້ເຂົ້າເຂົ້າຮ່ວມພິທີເປີດກອງປະຊຸມແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນດ້ານອະລິຍະທໍາ ຄັ້ງທີ IV, ພາຍໃຕ້ຫົວຂໍ້ “ຊຸກຍູ້ຈິດໃຈເສັ້ນທາງສາຍໄໝ ແລະ ເຕົ້າໂຮມກຳລັງແຮງ ເພື່ອປະຕິບັດບັນດາຂໍ້ລິເລີ່ມອະລິຍະທຳທົ່ວໂລກ” ໂດຍມີຜູ້ແທນຈາກ 60 ກວ່າປະເທດ, ປະກອບມີນັກຊ່ຽວຊານ,ນັກວິຊາການ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານຈາກປະເທດຕ່າງໆ, ພ້ອມທັງຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງຈີນ ເຂົ້າຮ່ວມ 400 ທ່ານ. ໃນກອງປະຊຸມ ທ່ານ ຫານ ເຈິງ, ຮອງປະທານປະເທດຈີນ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງອະລິຍະທໍາທີ່ມີຄວາມແຕກຕ່າງ ແລະ ຮຽກຮ້ອງໃຫ້ບັນດາປະເທດ ແລະ ຜູ້ເຂົ້າຮ່ວມ ຈົ່ງແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ; ຍຶດໝັ້ນກັບຍຸກສະໄໝ, ຍຶດໝັ້ນນະວັດຕະກຳ, ຄົ້ນຄ້ວາມູນຄ່າປະຫວັດສາດ ແລະ ວັດທະນະທຳຂອງປະເທດຕ່າງໆ, ຊຸກຍູ້ການຫັນປ່ຽນຢ່າງມີຫົວຄິດປະດິດສ້າງ, ພັດທະນາວັດທະນະທຳພື້ນເມືອງອັນດີເລີດຂອງປະເທດຕ່າງໆ; ມີການສົນທະນາຢ່າງຈິງໃຈ, ຮ່ວມມືຕ່າງຝ່າຍມີຜົນປະໂຫຍດ, ລົບລ້າງສິ່ງກີດຂວາງ ແລະ ຄວາມເຂົ້າໃຈຜິດໂດຍການສົນທະນາ ແລະ ການສື່ສານ, ເພີ່ມທະວີຄວາມເຫັນດີເຫັນພ້ອມທີ່ເປັນມູນເຊື້ອ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນຂອງອະລິຍະທຳທີ່ແຕກຕ່າງກັນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຮັກແພງຂອງປະຊາຊົນ ເພື່ອພ້ອມກັນສ້າງອະນາຄົດທີ່ດີກວ່າຂອງມະນຸດ.
ທ່ານ ສົມມາດ ພົລເສນາ ໄດ້ມີຄໍາເຫັນໃນກອງປະຊຸມເຊິ່ງມີເນື້ອໃນວ່າ ໃນໂລກ ມີຄວາມຫຼາກຫຼາຍທາງດ້ານ ອະລິຍະທຳ ແລະ ມີຄວາມແຕກຕ່າງກັນຢູ່, ເຊິ່ງແຕ່ລະອະລິຍະທໍາລ້ວນແຕ່ມີຄວາມໝາຍ ແລະ ຄຸນຄ່າສະເພາະ. ອະລິຍະທໍາເປັນສີສັນ, ອະລິຍະທໍາແມ່ນຄວາມອຸດົມສົມບູນ, ເຊິ່ງໄດ້ມາຈາກການແລກປ່ຽນ, ການຮຽນຮູ້ ແລະ ພັດທະນາເຊິ່ງກັນ ແລະ ກັນ. ການພັດທະນາ ແລະ ສ້າງຄວາມກົມກຽວດ້ານອະລິຍະທຳ ຂອງມະນຸດແມ່ນວິທີທີ່ເຮັດໃຫ້ໂລກມີຄວາມສວຍງາມ, ມີຄວາມສະເໜີພາບ, ມີຄວາມສະຫງົບສຸກ, ມີການພັດທະນາ ແລະ ເຮັດໃຫ້ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນ. ພ້ອມນັ້ນ, ຍັງໄດ້ຊົມເຊີຍ ສປ ຈີນ ທີ່ໄດ້ສະເໜີ ຂໍ້ລິເລີ່ມ 3 ດ້ານ ໂດຍສະເພາະຂໍ້ລິເລີ່ມອະລິຍະທຳໃນທົ່ວໂລກໃນປີ 2023. ປະຊາຊົນລາວ ເຄີຍມີມູນເຊື້ອໂອບເອື້ອອາລີ, ອ່ອນນ້ອມຖ່ອມຕົນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາແຕ່ບູຮານນະການ ຍິນດີ ແລະ ພ້ອມຈະຮ່ວມມືກັບທຸກປະເທດຕາມເງື່ອນໄຂ ຂອງຕົນ ໂດຍສະເພາະກັບ ສປ ຈີນ ໃນການປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳຫຼາຍຮູບຫຼາຍແບບ, ຊຸກຍູ້ສົ່ງເສີມການສົນທະນາ, ສ້າງກົນໄກປະຕິບັດຂໍ້ລິເລີ່ມອະລິຍະທຳໂລກ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນ ບົນພື້ນຖານຄວາມສະເໝີພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນ.
ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຍັງໄດ້ພົບປະສອງຝ່າຍກັບ ສະມາຄົມເພື່ອການແລກປ່ຽນສາ ກົນແຫ່ງປະເທດຈີນ, ພົບປະກັບການນໍາແຂວງການຊູ, ການນໍາແຂວງຊານຊີ, ການນໍາເມືອງຕຸນຮວາງ ແລະ ການນໍານະ ຄອນເຈຍຢູກວານ. ການພົບປະແຕ່ລະບ່ອນ ສອງຝ່າຍ ລ້ວນແຕ່ໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດລາວ ແລະ ຈີນ ໃນໄລຍະຜ່ານມາ, ແລກປ່ຽນສະພາບອັນພົ້ນເດັ່ນ ແລະ ການພັດທະນາ ໃຫ້ກັນຊາບ ແລະ ປຶກສາຫາລືການພົວພັນຮ່ວມມືໃນດ້ານທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈນໍາກັນ. ພ້ອມນັ້ນ, ຍັງຍັງໄດ້ຢ້ຽມຊົມສະຖານ ທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ ແລະ ທັດສະນະສຶກສາກ່ຽວກັບບົດຮຽນດ້ານກະສິກໍາຈໍານວນໜຶ່ງ.
ການເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມໃນຄັ້ງນີ້ ນອກຈາກເປັນການປະກອບສ່ວນການແລກປ່ຽນອະລິຍະທໍາແລ້ວ ຍັງເປັນ ການປະກອບສ່ວນສໍາຄັນໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.