ສັນຍານເຕືອນຄອນໂຊໜ້າລົດ ກໍ່ຄືກັນກັບເປັນຈຸດເຊື່ອມຕໍ່ລະຫວ່າງເຮົາກັບລົດ ເພາະເປັາສ່ວນທີ່ລົດຈະສື່ສານກັບເຮົາຜ່ານສັນຍາລັກເຕືອນຕ່າງໆ ດັ່ງນັ້ນຜູ້ຂັບຂີ່ຈີ່ງຄວນສຶກສາ ແລະ ເຮັດຄວາມເຂົ້າໃຈສັນຍາລັກ ຫຼື ສີຕ່າງໆ ນັ້ນໝາຍເຖີງຫັຍງ
ປົກກະຕິແລ້ວສັນຍານເຕືອນ ເທີງຄອນໂຊຈະແບ່ງອອກເປັນ 3 ສີຄື:
ສີຂຽວ ໝາຍເຖີງເຮົາກຳລັງໃຊ້ຟັງຊັນໃດໜື່ງຂອງລົດຢູ່ ເຊັ່ນ: ເປີດໄຟຕັດໝອກ.
ສີເຫຼືອງ ໝາຍເຖີງມີບາງຢ່າງໃນລົດທີ່ກຳລັງພ່ອງ ຫຼື ໃກ້ຈະມົດແຕ່ຍັງເຮັດວຽກໄດ້ຢູ່ຄວນຮີບຕວດສອບ.
ສີແດງ ໝາຍເຖີງສ່ວນໃດສ່ວນໜື່ງກຳລັງມີປັນຫາຢ່າງຮຸນແຮງ ຄວນຮີບຈອດລົດ ແລະ ດັບເຄື່ອງໃນທັນທີ ພ້ອມຕິດຕໍ່ຊ່າງໂດຍດ່ວນ.
ສັນຍານເຕືອນເທີງຄອນໂຊນມີຫຼາຍສັນຍາລັກ ແຕ່ກໍ່ມີສັນຍານເຕືອນທີ່ຄົນໃຊ້ລົດຕ້ອງໄດ້ໃສ່ໃຈ ແລະ ຈົດຈໍາມີຢູ່ດ້ວຍກັນ 5 ສັນຍາລັກຄື:
ສັນຍານເຕືອນຈັກລົດມີບັນຫາ
ເມື່ອສັນຍານຮູບລົດສີເຫຼືອງສີແດງສະແດງຂື້ນມາຢູ່ຄອນໂຊນໜ້າລົດ ຊື່ງປົກກະຕິແລ້ວຈະເຕືອນຂື້ນມາເພື່ອຄູ່ໜື່ງຫຼັງສະຕາດລົດແລ້ວຈະດັບໄປເອງ ແຕ່ຖ້າໄຟສັນຍານນີ້ຍັງຄ້າງຢູ່ ຫຼື ສະແດງຂື້ນມາລະຫວ່າງຂັບລົດສະແດງວ່າເຄື່ອງຈັກ ມີບັນຫາບາງຢ່າງ ເຊັ່ນ: ເລື່ອງຂອງສາຍພານ ຫຼື ECU ແຕ່ທີ່ແນ່ນອນຄືເຮົາບໍ່ສາມາດແກ້ໄຂບັນຫານີ້ໄດ້ ວິທີດຽວກໍ່ຄືຄ່ອຍໆ ຂັບລົດໄປໃຫ້ຊ່າງກວດເຊັກຢ່າງດຽວ.
ສັນຍານເຕືອນລະບົບເບກມີບັນຫາ
ຖ້າສັນຍາລັກຮູບວົງກົມແລ້ວມີເຄື່ອງໝາຍຕົກໃຈສີແດງຂື້ນມາເມື່ອໃດ ໃຫ້ຮີບໄປເຊັກເບກມືກ່ອນໃນຂັ້ນທຳອິດ ເພາະເບື້ອງຕົ້ນລົດອາດຈະເຕືອນວ່າເຮົາດືງເບກມືຄ້າງໄວ້ (ໃນລົດລຸ້ນໃໝ່ໆ ຈະແຍກສັນຍາລັກດຶງເບກມືອອກ ເປັນຮູບວົງກົມແລ້ວບ່ອນກາງຈະເປັນອັກສອນໂຕ P) ແຕ່ຖ້າເອົາລົງແລ້ວຍັງມີໄຟ ແປວ່າລະບົບເບກມີບັນຫາ ອາດຈະເກີດຈາກນໍ້າມັນເບກພ່ອງ ແຕ່ຢ່າງໃດກໍ່ຕາມໃຫ້ຊ່າງເຊັກດີກ່ວາ.
ສັນຍານເຕືອນ ແບັດເຕີລີ້ມີບັນຫາ
ຫຼາຍຄົນອາດຄິດວ່າເມື່ອສັນຍານເຕືອນສີແດງຮູບແບັດເຕີລີ້ສະແດງຂື້ນມາ ນັ້ນໝາຍເຖີງແບັັດເຕີລີ້ເຊື່ອມ ແຕ່ບໍ່ແມ່ນເລີຍຢ່າຟ້າວໃຈຮ້ອນເຂົ້າໄປປ່ຽນແບັດ ເພາະສັນຍານເຕືອນນີ້ໝາຍເຖີງລົດກຳລັງມີບັນຫາເລື່ອງລະບົບຈ່າຍໄປເຂົ້າແບັດ ໝາຍຄວາມວ່າຖ້າສັນຍານນີ້ສະແດງຂື້ນມາໃຫ້ຟ້າວຈອດລົດ ແລ້ວໂທຫາຊ່າງໃຫ້ມາເຊັກລະບົບໄດຊາດໂດຍດ່ວຍເລີຍ
ສັນຍານເຕືອນນໍ້າມັນເຄື່ອງມີບັນຫາ
ຖ້າສັນຍານຮູບການໍ້າມັນເຄື່ອງສີແດງສະແດງຂື້ນມາເມື່ອໃດໃຫ້ຟ້າວຈອດລົດໃນທັນທີ ຫ້າມຂັບໂດຍເດັດຂາດຕ້ອງເອີ້ນລົດມາລາກໄປເທົ່ານັ້ນ ຖ້າຝືນຂັບໄປໄດ້ປ່ຽນຍົກເຄື່ອງແນ່ນອນ ເພາະລົດກໍາລັງຈະບອກວ່າຕອນນີ້ລະດັບນໍ້າມັນເຄື່ອງກຳລັງມີບັນຫາ ກໍລະນີນີ້ອາດຈະແກ້ເບື້ອງຕົ້ນໄດ້ໂດຍເຊັກລະດັບນໍ້າມັນເຄື່ອງແລ້ວເຕີມໃຫ້ກັບໄປຢູ່ໃນລະດັບປົກກະຕິ ແຕ່ຖ້າເຕີມແລ້ວໄຟຍັງບໍ່ເຊົາ ອາດຈະມີບັນຫາທີ່ລະບົບປໍ້າ ເຮັດໃຫ້ບໍ່ມີແຮງດັນນໍ້າມັນເຄື່ອງໄປຫຼໍ່ລ້ຽງຕາມຈຸດຕ່າງໆ ແຕ່ຢ່າງໃດກໍ່ຕາມຄວນເອົາລົດເຂົ້າເຊັກຢ່າງລະອຽດ.
ສັນຍານເຕືອນລະບົບຄວາມຮ້ອນມີບັນຫາ
ສັນຍານລັກຮູບເທີໂມມິດເຕີສີແດງ ເຕືອນໃຫ້ຮູ້ວ່າເວລານີ້ເຄື່ອງຈັກຮ້ອນຜິດປົກກະຕິ ລະບົບໝໍ້ນໍ້າກໍາລັງມີບັນຫາ ບໍ່ໝໍ້ານໍ້າຮ້ອນຮົວ, ປໍ້າບໍ່ເຮັດວຽກ ຫຼື ພັດລົມບໍ່ໝູນ ແຕ່ຢ່າງໃດກໍ່ຕາມໃຫ້ຟ້າວຈອດລົດດັບເຄື່ອງຈັກ ເປີດຝາກະໂປ່ງໜ້າເພື່ອລະບາຍຄວາມຮ້ອນ ແລະ ຫ້າມເປີດຝາໝໍ້ນໍ້າໃນທັນທີ ທີ່ສໍາຄັນບໍ່ຄວນຝືນຂັບຕໍ່ໄປເພາະຈະເຮັດໃຫ້ຝາສູບກົ່ງ ຕ້ອງເອີ້ນມາລາກໄປເທົ່ານັ້ນ.
ສະຫຼຸບງ່າຍໆ ຖ້າຫາກສັນຍານເຕືອນບໍ່ວ່າຈະມີສີເຫຼືອງ ຫຼື ສີແດງປະກົດຂື້ນມາເມື່ອໃດ ທາງທີ່ດີທີ່ສຸດຄວນຟ້າວຫາບ່ອນຈອດລົດທີ່ປອດໄພ ຈອດລົດແລ້ວດັບເຄື່ອງຈັກ ຫຼື ຈະມາສູນບໍລິການ ເພາະມີຊ່າງຜູ້ຊ່ຽວຊານທຸກອາການເລື່ອງລົດ