ການທີ່່ເຮົາເຮັດໃຫ້ແຄລຊຽມມີປະສິດທິພາບໃນການສົ່ງຄືນແຮ່ທາດແຄລຊຽມ ກັບເຂົ້າສູ່ກະດູກ ແລະ ແຂ້ວນັ້ນ ຕ້ອງກິນແຄລຊຽມຄູ່ກັບອາຫານທີ່ມີຟອດເຟສ (ຟົດສະຟໍຮັສ) ເຮັດວຽກຮ່ວມກັບແຄລຊຽມໃນການເຮັດໜ້າທີ່ເປັນໂຄງສ້າງ ຂອງກະດູກ ແລະ ແຂ້ວ ແລະ ຍັງຊ່ວຍກະຕຸ້ນການເຮັດວຽກຂອງລະບົບປະສາດ ແລະ ກະຕຸ້ນການຫົດ ຂອງກ້າມເນື້ອນຳອີກ.
ອາຫານທີ່ແຄລຊຽມ ແລະ ຟອດເຟສສູງ
ນົມ ແລະ ຜະລິດຕະພັນຈາກນົມ ໄດ້ທັງນົມສົດຈືດ, ນົມມັນເນີຍ,ນົມຂຸ້ນ, ນົມຜົງ, ນົມສົ້ມ, ໂຍເກີດ, ກະແລັມທີ່ໃສ່ນົມ,ຊີດ, ຊັອກໂກແລັດ, ເນີຍແຂງ, ນົມຖົ່ວເຫຼືອງ ແລະ ນໍ້າເຕົ້າຮູ້.
ຖົ່ວຕ່າງໆ ລວມມີ: ເຕົ້າຮູ້, ເນີຍຖົ່ວ, ເຕົ້າຮວຍ ແລະ ອາຫານຈາກຖົ່ວທັງໝົດ.
ພືດ ເຊັ່ນ: ເມັດໝາກໂມ, ແກ່ນຕະເວັນ, ເມັດໝາກອຶ, ມະມ່ວງຫິມະພານ, ຂ້າວກໍ່າ, ໝາກເດືອຍ ແລະ ງາດຳ.
ຊີ້ນສັດທີ່ກິນໄດ້ທັງກະດູກ ເຊັ່ນ: ກຸ້ງແຫ້ງ, ປາກອບ, ປານ້ອຍ.
ອາຫານຟົດສະຟໍຮັສ ຄື:
ອາຫານທີ່ມີໂປຣຕີນສູງບາງຊະນິດ ເຊັ່ນ: ເຄື່ອງໃນສັດ, ແມງໄມ້, ໄຂ່ແດງ ແລະ ອາຫານທີ່ມີໄຂ່ແດງເປັນສ່ວນປະກອບ: ເຂົ້າສັງຂະຫຍາ, ມາຢອງເນສ, ນໍ້າສະລັດ ແລະ ຂະນົມຫວານຕ່າງໆ.
ເຄື່ອງດື່ມ ເຊັ່ນ: ກາເຟ, ຊາ ແລະ ໂກໂກ້.
ອາຫານທີ່ມີລັກສະນະເປັນຜົງ ເຊັ່ນ: ນົມຜົງ, ນໍ້າຕານ, ເກືອ, ຄີມຜົງ ແລະ ເຄື່ອງດື່ມສຳເລັດຮູບຕ່າງໆ (ເພາະມີການໃສ່ຟົດສະຟໍຮັສ ເພື່ອບໍ່ໃຫ້ຈັບໂຕເປັນກ້ອນ).
ອີກຢ່າງໜື່ງ ຜູ້ທີ່ມີໂລກປະຈຳໂຕ ເຊັ່ນ: ພະຍາດໄຕ ພົບວ່າຟົດສະຟໍຮັສໃນເລືອດສູງກ່ວາປົກກະຕິ, ບໍ່ຄວນກິນອາຫານທີ່ມີຟົດສະຟໍຮັສສູງຫຼາຍ. ທ່ານສາມາດໄປກິນໄຂ່ຂາວ, ປາ, ຊີ້ນສັດທີ່ບໍ່ມີໄຂມັນ, ນໍ້າຊາທີ່ບໍ່ໃສ່ນົມ, ນໍ້າສະໝູນໄພ ເຊັ່ນ: ນໍ້າຂີງ, ນໍ້າໃບເຕີຍ, ນໍ້າໝາກນາວ, ນໍ້າດອກອັນຊັນ, ເຂົ້າ, ເສັ້ນເຝີ ແລະ ຂະນົມທີ່ບໍ່ມີສ່ວນປະສົມຂອງໄຂ່ແດງ ຫຼື ແປ້ງທີ່ປອດໂປຣຕີນ ເຊັ່ນ: ວຸ້ນ, ຊາ, ເຂົ້າລອດຊ່ອງ, ສາຄູ ແລະ ຂະນົມຊັ້ນ ແລະ ຢ່າກິນອາຫານທີ່ຫວານໆ, ແປ້ງມັນຫຼາຍ.