Tuesday, June 3, 2025
Homeຂ່າວໜ້າໜຶ່ງກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ຄັ້ງທີ 92 ທີ່ ປະເທດຝຣັ່ງ

ກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ຄັ້ງທີ 92 ທີ່ ປະເທດຝຣັ່ງ

ເພື່ອຕອບສະໜອງຕາມໜັງສືແຈ້ງເຊີນຈາກອົງການສຸຂະພາບສັດສາກົນ (World Organisation for Animal Health-WOAH) ໃນລະຫວ່າງວັນທີ 25-29 ພຶດສະພາ ຜ່ານມາ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ຄັ້ງທີ 92 ແລະ ກອງປະຊຸມ ລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມາຊິກອົງການສຸຂະພາບສັດສາກົນ ທີ່ນະຄອນປາຣີ ປະເທດຝຣັ່ງ. ຄະນະທີ່ຕິດຕາມເຂົ້າຮ່ວມກອງປະຊຸມປະກອບມີ ທ່ານ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ທັງເປັນຜູ້ແທນຂອງ ສປປ ລາວ ປະຈຳອົງການສຸຂະພາບສັດສາກົນ, ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ບັນດາທ່ານຫົວໜ້າພະແນກ ທີ່ກ່ຽວຂ້ອງອີກຈຳນວນນຶ່ງ.

ອົງການສຸຂະພາບສັດສາກົນ ເປັນອົງການຈັດຕັ້ງລະຫວ່າງປະເທດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1924 ໂດຍມີ 28 ປະເທດຮ່ວມກັນກໍ່ຕັ້ງຂຶ້ນມາ. ພາລະບົດບາດ ແລະ ໜ້າທີ່ຕົ້ນຕໍ ຂອງອົງການດັ່ງກ່າວ ແມ່ນກຳນົດກົດລະບຽບ ແລະ ມາດຕະຖານ ກ່ຽວກັບວຽກງານສຸຂະພາບສັດ ແລະ ສະຫວັດດີພາບສັດໃນລະດັບໂລກ ແນໃສ່ປົກປ້ອງສຸຂະພາບຂອງສັດ ແລະ ຄວາມເປັນຢູ່ທີ່ດີຂອງຄົນ ແລະ ຮັບປະກັນການຄ້າຂາຍສັດ ແລະ ຜະລິດຕະພັນສັດ ທີ່ປອດໄພ ແລະ ຍຸຕິທຳ. ປັດຈຸບັນ ອົງການສຸຂະພາບສັດສາກົນ ມີສະມາຊິກທັງໝົດ 183 ປະເທດ ແລະ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ ນັບແຕ່ເດືອນກຸມພາ ປີ 1951 ເປັນຕົ້ນມາ. ກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ໄດ້ຈັດຂຶ້ນໃນທຸກໆປີ ເພື່ອຮັບຮອງເອົາກົດລະບຽບ ແລະ ມາດຕະຖານຕ່າງໆ ກ່ຽວກັບວຽກງານສຸຂະພາບສັດ ແລະ ສະຫວັດດີພາບສັດ ທີ່ໄດ້ຮັບການສ້າງຂຶ້ນ ແລະ ປັບປຸງຄືນໃໝ່ ແລະ ກຳນົດແນວທາງການປະຕິບັດວຽກງານ ໃນຂົງເຂດການຄວບຄຸມພະຍາດສັດ, ການບໍລິການດ້ານສັດຕະວະແພດ ແລະ ການຄ້າລະຫວ່າງປະເທດ.

ຕໍ່ກອງປະຊຸມດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ໄດ້ຮັບກຽດຂຶ້ນກ່າວຄໍາປາໄສ ໃນພິທີເປີດກອງປະຊຸມໃຫຍ່ຄະນະຜູ້ແທນ ຄັ້ງທີ 92 ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການສຸຂະພາບສັດສາກົນ ທີ່ໄດ້ປະຕິບັດພາລະບົດບາດ ເປັນຜູ້ນຳໃນຄວາມພະຍາຍາມຂອງໂລກ ໃນການປັບປຸງວຽກງານສຸຂະພາບສັດ ແລະ ສະຫວັດດີພາບສັດໃນຂົງເຂດທົ່ວໂລກ ໃນໄລຍະທີ່ຜ່ານມາ ແລະ ໄດ້ສະທ້ອນໃຫ້ເຫັນ ຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນ ຂອງ ສປປ ລາວ ໃນຖານະປະເທດສະມາຊິກປະເທດໜຶ່ງ ໃນການສ້າງຄວາມເຂັ້ມແຂງ ໃຫ້ລະບົບການບໍລິການດ້ານສັດຕະວະແພດ, ຍົກລະດັບມາດຕະຖານ ແລະ ປັບປຸງວິທີປະຕິບັດ ຢູ່ໃນປະເທດຂອງຕົນ ຊຶ່ງທ່ານກໍໄດ້ສະແດງຄວາມຂອບໃຈ ຕໍ່ອົງການສຸຂະພາບສັດສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການດ້ານສັດຕະວະແພດ ແລະ ສັດຕະວະແພດບ້ານ, ການຝຶກອົບຮົມ ແລະ ປັບປຸງຫ້ອງວິໄຈພະຍາດສັດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ຂອງການລະບາດຂອງພະຍາດສັດ ຢູ່ພາກພື້ນ ແລະ ທົ່ວໂລກ ໃນແຕ່ລະໄລຍະ. ກະຊວງກະສິກຳ ແລະ ປ່າໄມ້ ກໍຄືຕາງໜ້າລັດຖະບານ ສປປ ລາວ ຍັງໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານ ເພື່ອປະກອບສ່ວນເຂົ້າໃນການປັບປຸງວຽກງານສຸຂະພາບສັດ, ສະຫວັດດີພາບສັດ ແລະ ການຄ້າຂາຍສັດທີ່ມີຄວາມປອດໄພ ຢູ່ໃນລະດັບພາກພື້ນ ແລະ ລະດັບໂລກ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງມາຍັງບັນດາປະເທດສະມາຊິກ ໃຫ້ການສະໜັບສະໜູນ ແລະ ເພີ່ມທະວີການຮ່ວມມືກັນ ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍ ທີ່ວາງໄວ້ຮ່ວມກັນ.

ນອກຈາກເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມະຊິກ ຊຶ່ງຈັດຂຶ້ນເປັນຄັ້ງທຳອິດ ນັບແຕ່ມີການສ້າງຕັ້ງອົງການສຸຂະພາບສັດສາກົນ ເປັນຕົ້ນມາ. ກອງປະຊຸມດັ່ງກ່າວ ໄດ້ມີລັດຖະມົນຕີ ແລະ ຮອງລັດຖະມົນຕີກະສິກຳ ຂອງປະເທດສະມາຊິກ ຈໍານວນ 23 ປະເທດ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ອົງການສຸຂະພາບສັດສາກົນ ມີຈຸດປະສົງຢາກແລກປ່ຽນຄວາມຄິດເຫັນ ກັບການນຳລະດັບສູງ ຂອງບັນດາປະເທດສະມາຊິກ ໂດຍໄດ້ເນັ້ນໃສ່ 2 ບັນຫາຕົ້ນຕໍ ຄື: 1) ຄວາມຄາດຫວັງຂອງປະເທດສະມາຊິກ ຕໍ່ອົງການສຸຂະພາບສັດສາກົນ ແລະ 2) ແນວທາງທີ່ຈະເຮັດໃຫ້ວຽກງານສຸຂະພາບສັດ ກາຍເປັນອົງປະ ກອບສຳຄັນ ຂອງວຽກງານສຸຂະພາບໂດຍລວມຂອງໂລກ.

ໃນກອງປະຊຸມ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈງໃຫ້ຮູ້ກ່ຽວກັບ ຄວາມຄາດຫວັງຂອງ ສປປ ລາວ ໂດຍຢາກໃຫ້ອົງການສຸຂະພາບສັດສາກົນ ຊ່ວຍສະໜັບສະໜູນ ໃນ 4 ວຽກງານຕົ້ນຕໍ ຄື: 1) ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການດ້ານສັດຕະວະແພດ ໂດຍສະເພາະແມ່ນການຄວບຄຸມພະຍາດສັດຂ້າມແດນ ເປັນຕົ້ນແມ່ນພະຍາດໄຂ້ຫວັດສັດປີກ, ພະຍາດປາກເປື່ອຍລົງເລັບ, ພະຍາດອະຫິວາໝູອາຟຣິກາ ແລະ ອື່ນໆ ທີ່ສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ຜູ້ລ້ຽງສັດ; 2) ໃຫ້ຄວາມສໍາຄັນ ຕໍ່ຄວາມເທົ່າທຽມກັນ ໃນການເຂົ້າເຖິງຊັບພະຍາກອນ ແລະ ເຕັກໂນໂລຊີ ເພື່ອເຮັດໃຫ້ປະເທດກໍາລັງພັດທະນາ ສາມາດກ້າວໄປທຽບທັນກັບມາດຕະຖານສາກົນ ໂດຍບໍ່ແບກຮັບພາລະໜັກເກີນໄປ; 3) ບັນຈຸເອົາວຽກງານສຸຂະພາບໜຶ່ງດຽວ ເຂົ້າໃນແຜນຍຸດທະສາດ ຄັ້ງທີ 8 ຂອງອົງການສຸຂະພາບສັດສາກົນ ໂດຍເຊື່ອມໂຍງວຽກງານສຸຂະພາບສັດ ເຂົ້າກັບວຽກງານສຸຂະພາບຄົນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ຊຶ່ງຈະເປັນຜົນດີຕໍ່ເສດຖະກິດ ທີ່ເພິ່ງພາການກະສິກຳ ຂອງ ສປປ ລາວ ແລະ 4) ໃຫ້ການສະໜັບສະໜູນ ທາງການເງິນ ແລະ ເຕັກນິກວິຊາການ ແກ່ ສປປ ລາວ ໃນການປັບປຸງລະບົບການເຝົ້າລະວັງພະຍາດສັດ ແລະ ຄວາມສາມາດໃນການບົ່ງມະຕິຂອງຫ້ອງວິໄຈ ໃນການກວດພົບພະຍາດແຕ່ຫົວທີ ແລະ ຕອບໂຕ້ຢ່າງມີປະສິດທິພາບ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງວິໄສທັດ ກ່ຽວກັບແນວທາງທີ່ຈະເຮັດໃຫ້ວຽກງານສຸຂະພາບສັດ ກາຍເປັນອົງປະກອບສຳຄັນ ຂອງວຽກງານສຸຂະພາບໂດຍລວມຂອງໂລກ ໂດຍຍົກໃຫ້ເຫັນ 3 ປະເດັນສໍາຄັນ ຄື: 1) ຕ້ອງໄດ້ສະໜັບສະໜູນ ໃຫ້ເພີ່ມການລົງທຶນໃສ່ໂຄງຮ່າງພື້ນຖານ ແລະ ບຸກຄະລາກອນ ດ້ານສັດຕະວະແພດ ຕາມທີ່ໄດ້ກຳນົດໄວ້ ໃນກອບວຽກງານດ້ານສຸຂະພາບສັດ ຂອງພາກພື້ນອາຊຽນ; 2) ຕ້ອງໄດ້ສົ່ງເສີມການຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ ເພື່ອແກ້ໄຂບັນຫາການເຂົ້າເຖິງຢາວັກຊິນປ້ອງກັນພະຍາດສັດ ແລະ ລະບົບສາງເຢັນໃນການເກັບຮັກສາຢາ ແລະ 3) ຊຸກຍູ້ ໃຫ້ເວທີປະຊຸມຕ່າງໆ ເປັນຕົ້ນແມ່ນ ເວທີປະຊຸມຂອງສະຫະປະຊາຊາດ ວ່າດ້ວຍມາດຕະຖານຄວາມຍືນຍົງ ແລະ ເວທີປະຊຸມລະຫວ່າງພາຄີ (COP) ເພື່ອເນັ້ນໜັກເຖິງບົດບາດ ຂອງວຽກງານສຸຂະພາບສັດ ໃນການຫຼຸດຜ່ອນຄວາມສ່ຽງ ຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ການສູນເສຍຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ.

ນອກຈາກເຄື່ອນໄຫວວຽກງານເຂົ້າຮ່ວມກອງປະຊຸມທີ່ຕິດພັນກັບຂະແໜງການແລ້ວ ທ່ານ ລິນຄໍາ ດວງສະຫວັນ ຍັງໄດ້ສືບຕໍ່ ຢ້ຽມຢາມ ແລະ ພົບປະສອງຝ່າຍ ຮ່ວມກັບ ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ສູນການຮ່ວມມື ເພື່ອພັດທະນາການຄົ້ນຄວ້າ (CIRAD) ປະເທດຝຣັ່ງ ທີ່ໃຫ້ການສະໜັບສະໜູນ ລັດຖະບານ ສປປ ລາວ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດ ບັນດາແຜນງານຂອງຂະແໜງການກະສິກໍາ ແລະ ປ່າໄມ້ ໃນແຕ່ລະໄລຍະ ຊຶ່ງການພົບປະດັ່ງກ່າວ ແມ່ນເພື່ອແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆ ທີ່ໄດ້ຮັບການສະໜັບສະໜູນ ຈາກອົງ ການດັ່ງກ່າວ ນັບແຕ່ປີ 1998 ເປັນຕົ້ນມາ ແລະ ການກໍານົດທິດທາງແຜນການໃນຕໍ່ໜ້າ. ຕໍ່ການພົບປະດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ອົງການການດັ່ງກ່າວ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ເວົ້າລວມ. ເວົ້າສະເພາະ ຂະແໜງການກະສິກໍາ ແລະ ປ່າໄມ້ ຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າ ອົງການຝຣັ່ງເພື່ອການພັດທະນາ ພ້ອມດ້ວຍຄະນະທີມງານ ເອີຣົບ ຈະສືບຕໍ່ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ກໍຄືການຈັດຕັ້ງປະຕິບັດໂຄງການ ເສັ້ນທາງເສດຖະກິດສີຂຽວ ສໍາລັບ ກາເຟ ແລະ ຊາລາວ ທີ່ພວກເຮົາໄດ້ຈັດຕັ້ງປະຕິບັດ ຮ່ວມກັນ ມາຫຼາຍກວ່າ 20 ປີ ແລະ ຍັງຈະສືບຕໍ່ ຈັດຕັ້ງປະຕິບັດໂຄງການ Green CUP ຊຶ່ງໂຄງການດັ່ງກ່າວໄດ້ຖືກຮັບຮອງຈາກລັດຖະບານ ແລະ ເປັນໂຄງການຕົວແບບທີ່ແທດເໝາະ ກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ເຮັດໃຫ້ຂະແໜງການກາເຟ ແລະ ຊາລາວ ປະກອບສ່ວນສໍາຄັນສາມາດສ້າງລາຍຮັບໃຫ້ກັບປະເທດ ແລະ ເຫັນວ່າສອດຄ່ອງກັບແຜນພັດທະນາເສດຖະກິດ ຂອງ ສປປ ລາວ ແລະ ຍຸດທະສາດຂອງຂະແໜງການ.

(ຂ່າວ: ຂ່າວສານກະສິກຳ ປ່າໄມ້)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments