ປະຕິບັດຕາມແຜນການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ, ໃນລະຫວ່າງວັນທີ 29-30 ພຶດສະພາ 2025 ຜ່ານມາ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະ ຕິວັດລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຈັດພິທີປະດັບຫລຽນໄຊ, ຫລຽນກາ ແລະ ມອບໃບຍ້ອງຍໍ ໃຫ້ແກ່ ກົມກອງລວມໝູ່ ແລະ ບຸກຄົນ ຂອງຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ຜູ້ທີ່ມີຜົນງານດີເດັ່ນໃນການ ປະກອບສ່ວນຕໍ່ສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ກໍຄື ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດ ນາມ ແລະ ໄດ້ຈັດພິທີປະກາດໃຊ້-ຈຳໜ່າຍປຶ້ມມູນເຊື້ອສາຍພົວພັນການຮ່ວມມືລະຫວ່າງ ສອງຫ້ອງວ່າການສູນກາງ ພັກ ລາວ-ຫວຽດນາມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ພົບປະຈໍາປີ ເພື່ຶອສະຫລຸບຕີລາຄາ ແລະ ທົບທວນຄືນຂໍ້ຕົກ ລົງການຮ່ວມມື ໃນໄລຍະປີ 2021-2025 ແລະ ວາງທິດທາງແຜນການຮ່ວມມື ໄລຍະປີ 2026-2030.

ໃນໂອກາດດັ່ງກ່າວ ຄະນະຜູ້ແທນຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງສະພາບໂດຍຫຍໍ້, ພ້ອມນັ້ນ ລາຍງານກ່ຽວກັບຜົນສຳເລັດ ຂອງການເຮັດວຽກຮ່ວມກັບຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ໂດຍສະເພາະ ການປະຕິບັດບົດບາດ ເປັນເສນາທິການໃຫ້ຂັ້ນເທິງ ຢ່າງມີປະສິດທິພາບ, ຜົນສໍາເລັດດັ່າງກ່າວ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທັງສະແດງຄວາມຂອບໃຈຢ່າງລົ້ນເຫລືອຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ສປປ ລາວ ຕະຫລອດມາ.

ພ້ອມນີ້, ສະຫາຍ ໂຕ ເລິມ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງຫ້ອງວ່າການສູນການພັກ ລາວ-ຫວຽດນາມ ກໍຄື ຜົນສຳເລັດໃນການເຮັດວຽກຮ່ວມກັນຄັ້ງນີ້, ເຫັນວ່າທັງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ທີ່ເປັນເສນາທິການໃຫ້ແກ່ສູນກາງພັກ ຍາມໃດກໍຈົງຮັກພັກດີ, ສັດຊື່ບໍລິສຸດ, ເສຍສະລະເຫື່ອແຮງ, ສະຕິປັນຍາ ຢ່າງບໍ່ຮູ້ອິດຮູ້ເມື່ອຍຕໍ່ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ; ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໄດ້ໃຫ້ທິດຊີ້ນຳຕໍ່ວຽກງານຂອງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ໃນການພົວພັນຮ່ວມມືຕໍ່ໜ້າ ໃຫ້ສອງຝ່າຍປຶກສາຫາລື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ, ການຮ່ວມມືຂອງສອງຫ້ອງວ່າການສູນກາງພັກ ແມ່ນບໍ່ມີຂໍ້ຈຳກັດໃດໆ ສາມາດແລກປ່ຽນ ແລະ ຖອດຖອນບົດເຊິ່ງກັນກັນໃຫ້ນັບມື້ມີຜົນສຳເລັດໃໝ່ ດ້ວຍຄຸນນະ ພາບທີ່ສູງຂຶ້ນເປັນກ້າວໆ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະ ນົງແກ່ນ ຕະຫລອດໄປ.
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ