Thursday, June 5, 2025
Homeຂ່າວໜ້າໜຶ່ງກົມໃຫຍ່ການເມືອງ ປກສ ປູກຕົ້ນໄມ້ ໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ກົມໃຫຍ່ການເມືອງ ປກສ ປູກຕົ້ນໄມ້ ໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດຕ້ອນຮັບ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1 ມິຖຸນາ 1924 – 1 ມິຖຸນາ 2025) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980 – 1 ມິຖຸນາ 2025) ທີ່ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ກົມໃຫຍ່ການເມືອງ ປກສ ( ສະໜາມມ້າ ) ໃນວັນທີ 30 ພຶດສະພາ 2025.

ຂະບວກການປູກຕົ້ນໄມ້ຂອງ ກົມໃຫຍ່ການເມືອງ ປກສ ນໍາພາໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະປະຈຳພັກ-ຄະນະພັກກົມໃຫຍ່, ຄະນະພັກ-ຄະນະນຳ ກົມ-ກອງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍນາຍຕຳຫຼວດທົ່ວກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ພັອ ປອ ວຽງໄຊ ທຳມະສິດ ຫົວໜ້າຫ້ອງການ ກົມໃຫຍ່ຫານເມືອງ ປກສ ກ່າວວ່າ: ພິທີຂອງພວກເຮົາໃນມື້ນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ເຊິ່ງແມ່ນການເພີ່ມເນື້ອທີ່ປົກຫຸ້ມສີຂຽວ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບ ຈາກໄພພິບັດທຳມະຊາດ; ພ້ອມກັນນັ້ນ, ກໍເປັນການປູກຈິດສໍານຶກໃຫ້ນາຍ ແລະ ພົນຕຳຫຼວດທົ່ວກົມໃຫຍາການເມືອງ ເຫັນໄດ້ຄວາມສໍາຄັນ ແລະ ພ້ອມກັນຖະນຸຖະໜອມສິ່ງແວດລ້ອມ.

ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ປະກອບມີ: ຕົ້ນໄມ້ກິນໝາກ ຈໍານວນ 60 ກວ່າຕົ້ນ.

ພາບ-ຂ່າວ: ແກ້ວ ອຸເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments