ໃນຕອນແລງວັນທີ 30 ພຶດສະພາ 2025,ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ2025ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ແລະ ອັດລົງ ໃນຕອນບ່າຍວັນທີ 30 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈໍາເດືອນມິຖຸນາ 2025 ຂອງລັດຖະບານ; ຫົວຂໍ້ ແລະ ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ລາຍງານ ກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ລາຍງານກ່ຽວກັບນະໂຍບາຍການການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່ ເຊິ່ງເປັນການຜັນຂະຫຍາຍຜົນຂອງກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ 2 ປີ 2024; ແລະ ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ, ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພຶດສະພາ 2025 ກອງປະຊຸມ ເຫັນວ່າ: ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ,ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2025 ສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 31,773 ຕື້ກີບ ເທົ່າກັບ 93% ຂອງແຜນ 6 ເດືອນຕົ້ນປີ; ແຜນລາຍຈ່າຍ ປະ¬ຕິ¬ບັດໄດ້21,682ຕື້ກີບ ເທົ່າກັບ 56.26% ຂອງແຜນ 6 ເດືອນຕົ້ນປີ; ສາມາດຄວບຄຸມອັດຕາເງິນເຟີ້ຫຼຸດລົງ ຈາກ 11.1% ໃນເດືອນຜ່ານມາ ຢູ່ໃນລະດັບ 8.3%; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ ບໍ່ຫຼຸດ 5 ເດືອນ; ສາມາດຊໍາລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ທີ່ຄົບກຳນົດຊຳລະຕາມແຜນ; ສາມາດເກັບຄືນໜີ້ສິນ ຈາກບັນດາບໍລິສັດ ໄດ້ຈໍານວນໜຶ່ງ; ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ (ບໍໍ່ລວມນໍາເຂົ້າ-ສົ່ງອອກໄຟຟ້າ) ບັນລຸ 1,310 ລ້ານໂດລາ, ໃນນັ້ນ ມູນຄ່າການສົ່ງອອກສິນຄ້າ ບັນລຸ 662 ລ້ານກວ່າໂດລາ, ທຽບເດືອນຜ່ານມາ ເພີ່ມຂຶ້ນ 16.2%, ເກີນດຸນການຄ້າ 14 ລ້ານກວ່າໂດລາ;ໄດ້ສຸມໃສ່ການຜະລິດເພື່ອຄ້ໍາປະກັນສະບຽງອາຫານ ໂດຍສະເພາະ ຜະລິດເຂົ້ານາແຊງ ສາມາດເກັບກ່ຽວໃນເນື້ອທີ່ທັງໝົດ 49,468 ເຮັກຕາ, ນອກນັ້ນ ໄດ້ສຸມໃສ່ການຜະລິດພືດສະບຽງອາຫານລະດູແລ້ງ, ການຜະລິດຊີ້ນ, ໄຂ່ ແລະ ປາ ຊຶ່ງສາມາດສະໜອງໄດ້ຕາມຄວາມຕ້ອງການຂອງການບໍລິໂພກພາຍໃນໂດຍພື້ນຖານ; ໄດ້ເອົາໃຈໃສ່ຄຸ້ມຄອງ, ສົ່ງເສີມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເເທດ ຊຶ່ງໃນເດືອນພຶດສະພານີ້ ໄດ້ອະນຸມັດການລົງທຶນ ໃນກິດຈະການສໍາປະທານ ຈຳນວນ 7 ໂຄງການ ມູນຄ່າ 9,244 ຕື້ກີບ ກັບ 3 ລ້ານໂດລາສະຫະລັດ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວຂື້ນ, ໃນນີ້ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລາວໄທ ແຫ່ງທີ 5 (ປາກຊັນ-ບຶງການ) ປະຕິບັດໄດ້ 97.3%, ໂຄງການກໍ່ສ້າງຂົວຂ້າມນ້ໍາຂອງ ກ້ອນຕື້ນ-ຫ້ວຍແກ້ວ ປະຕິບັດໄດ້ 98.85%, ດໍາເນີນການກໍ່ສ້າງຟື້ນຟູທາງເລກທີ 13 ເໜືອ, ພ້ອມທັງ ສຸມໃສ່ບູລະນະ ແລະ ສ້ອມແປງບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ; ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານທາງລົດໄຟ ໂດຍສະເພາະ ການຂົນສົ່ງລາງສູ່ລາງ ລະຫວ່າງ ລົດໄຟລາວ-ໄທ ແລະ ລົດໄຟລາວ-ຈີນ ຕິດພັນກັບການບໍລິການທ່າບົກທ່ານາແລ້ງ, ບໍລິສັດລົດໄຟລາວ-ຈີນ ແລະ ລົດໄຟແຫ່ງຊາດ; ໄດ້ສືບຕໍ່ເອົາໃຈໃສ່ປະຕິບັດບັນດາມາດຕະການ ໃນການແກ້ໄຂບັນຫາການຂາດແຄນຄູ ໂດຍໄດ້ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູ ແລະ ເສີມຂະຫຍາຍການຫັນເອົາຄູສັນຍາຈ້າງ ເຂົ້າເປັນທະຫານຕາມໂກຕ້າທະຫານພັນທະ; ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03ຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິ 05 ຂອງສະພາແຫ່ງຊາດ; ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີພິບໄຫວ ເປັນຕົ້ນ ການນໍາພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມກອງປະຊຸມສາກົນຕ່າງໆ, ໃນນີ້ ທ່ານ ນາຍົກລັດຖະມົນຕີ ກໍໄດ້ສຳເລັດການເດີນທາງຢ້ຽມຢາມມາເລເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ) ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ, ໄດ້ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການຂອງຜູ້ນໍາປະເທດເພືີ່ອນມິດ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນວຽກກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງ; ສຸມໃສ່ຮັກສາຄວາມສະຫງົບຕາມຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ, ທັງເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ.
2) ສືບຕໍ່ກະກຽມເນື້ອໃນ ທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ສໍາລັບບົດລາຍງານລວມ ຂອງລັດຖະບານ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງເນື້ອໃນໃຫ້ຄົບຖ້ວນສົມບູນ ແລະ ໃຫ້ກະຊວງກ່ຽວຂ້ອງ ກະກຽມບົດລາຍງານ ຂອງຂະແໜງການຕົນ ໃຫ້ສຳເລັດ.
3) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ເປັນຕົ້ນ: ສືບຕໍ່ສ້າງຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ເຂັ້ມແຂງ; ພັດທະນາເຄື່ອງມືປະເມີນອັດຕາແລກປ່ຽນ ແລະ ລວມສູນການແລກປ່ຽນເງິນຕາຕ່າງປະເທດ; ຄົ້ນຄວ້າການດັດສົມເງິນຕາຕ່າງປະເທດໃຫ້ແກ່ຫົວໜ່ວຍນຳເຂົ້າສິນຄ້າບູລິມະສິດຢູ່ ສປປ ລາວ; ກວດກາທຸລະກໍາການຂໍອະນຸຍາດໂອນເງິນອອກ ສປປ ລາວ ຂອງທະນາຄານທຸລະກິດ;ປັບປຸງກົນໄກ ແລະ ເຄື່ອງມືຄຸ້ມຄອງເງິນຕາຕ່າງປະເທດ; ຊຸກຍູ້ການຜະລິດສິນຄ້າກະສິກໍາ ໃນລະດູຝົນ; ຕິດຕາມ ເເລະ ລາຍງານສະພາບລາຄາສິນຄ້າໃນທ້ອງຕະຫຼາດ ຢູ່ບັນດາເເຂວງ ແລະ ນະຄອນຫຼວງ; ຄົ້ນຄວ້າຮ່າງນິຕິກໍາຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ; ຮີບຮ້ອນປັບປຸງ ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ໃຫ້ສຳເລັດໄວ ແລະ ສາມາດປະກາດໃຊ້ໄດ້; ສືບຕໍ່ເລັ່ງພັດທະນາລະບົບຄຸ້ມຄອງເກັບລາຍຮັບສໍາຄັນຕ່າງໆ, ລະບົບຄຸ້ມຄອງການເຄື່ອນຍ້າຍ ແລະ ຢັ້ງຢືນຄຸນນະພາບແຮ່ທາດ ແລະ ອື່ນໆ.
4) ສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ເກີນແຜນ, ທັງປະຕິບັດລາຍຈ່າຍຢ່າງຮັດກຸມ ປະຢັດມັດທະຍັດ, ໃນນັ້ນ ສຸມໃສ່ປະຕິບັດລາຍຈ່າຍທີ່ຈໍາເປັນ, ນໍາໃຊ້ເງິນເກີນແຜນປີ 2024 ຖືກຕ້ອງຕາມທີ່ລັດຖະບານ ໄດ້ຕົກລົງ.
5) ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ການສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມຄາດໝາຍທີ່ສູນກາງກຳນົດ.
6) ສຸມໃສ່ປັບປຸງແກ້ໄຂເສັ້ນທາງທີ່ເປ່ເພ ໃຫ້ສາມາດນຳໃຊ້ໄດ້ຢ່າງເປັນປົກກະຕິ ໃນໄລຍະລະດູຝົນ.
7) ໃນໄລຍະລະດູຝົນນີ້ ໃຫ້ເອົາໃຈໃສ່ຕິດຕາມ ການບໍລິຫານນ້ຳຢູ່ອ່າງເກັບນ້ຳຂອງບັນດາເຂື່ອນ, ການປ່ອຍນ້ໍາອອກຈາກເຂື່ອນ ເພື່ອເຝົ້າລະວັງ, ກະກຽມປ້ອງກັນ ຮັບມືແກ້ໄຂສະພາບນ້ໍາຖ້ວມທີ່ອາດເກີດຂຶ້ນ.
8) ເອົາໃຈໃສ່ຕິດຕາມແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ ທີ່ເກີດຈາກໂຄງການລົງທຶນຕ່າງໆ.
9) ສ້າງຂະບວນການປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແນໃສ່ເພີ່ມຄວາມເປັນສີຂຽວ ແລະ ອັດຕາການປົກຫຸ້ມຂອງປ່າ ໃຫ້ຫຼາຍຂຶ້ນ ໄປພ້ອມໆກັບການສະຫຼອງວັນເດັກ ນ້ອຍສາກົນ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມສາກົນ ໃຫ້ເໝາະສົມ ຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດເຮົາ.
10) ສືບຕໍ່ສຸມໃສ່ແກ້ໄຂບັນຫາຂາດແຄນຄູສອນ ແລະ ການປະລະການຮຽນ ໃຫ້ແຂງແຮງຂຶ້ນກວ່າເກົ່າ. ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ດຳເນີນການສອບເສັງໃນຊັ້ນຮຽນຕ່າງໆ ໃຫ້ດີ, ບໍ່ໃຫ້ມີຫາງສຽງ.
11) ສືບຕໍ່ພັດທະນາສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ເກັບກໍາ ແລະ ຄຸ້ມຄອງຈໍານວນແຮງງານ ທີ່ປະເທດໃກ້ຄຽງສົ່ງກັບຄືນມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບ.
12) ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດຍອດປິ່ນອ້ອມ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃນເດືອນມິຖຸນາ 2025.
ສ່ວນບັນດາບົດລາຍງານ ເປັນຕົ້ນ ລາຍງານໂດຍຫຍໍ້ ກ່ຽວກັບຫົວຂໍ້ ແລະ ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ລາຍງານ ກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ລາຍງານກ່ຽວກັບນະໂຍບາຍການການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່ ແລະ ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາບົດລາຍງານດັ່ງກ່າວ, ພ້ອມທັງ ຊີ້ນຳພາກສ່ວນກ່ຽວຂ້ອງ ນຳໄປປັບປຸງ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນສົມບູນ, ເປັນເອກະພາບທາງດ້ານໂຄງຮ່າງບົດລາຍງານ, ຕົວເລກຕ່າງໆ ແລະ ໃຫ້ສຳເລັດທັນຕາມກຳນົດເວລາ.

ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື: (1) ຮ່າງຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2035 ແລະ ວິໄສທັດຮອດປີ 2040;(2) ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ການກູ້ຢືມໂດຍກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າປະກັນການໃຫ້ກູ້ຢືມ;(3) ຮ່າງດໍາລັດ ວ່າດ້ວຍໜຶ່ງເມືອງ ໜຶ່ງຜະລິດຕະພັນ;(4) ຮ່າງດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ;(5) ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ; (6) ຮ່າງດໍາລັດ ວ່າດ້ວຍສະຖານທີ່ທ່ອງທ່ຽວ; (7) ການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍປະກັນສັງຄົມ.
ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ ໃຫ້ຄົບຖ້ວນ, ລະອຽດຈະແຈ້ງ; ຊື່ຂອງບາງນິຕິກໍາໃຫ້ສັ້ນກະທັດຮັດ; ການກໍານົດໄລຍະເວລາແຜນຍຸດທະສາດ ໃຫ້ສອດຄ່ອງກັບແຜນພັດທະນາ ໃນແຕ່ລະໄລຍະ; ການແບ່ງຂັ້ນຄຸ້ມຄອງຂອງຄະນະກໍາມະການຮັບຜິດຊອບວຽກງານແຕ່ລະຂັ້ນໃຫ້ຊັດເຈນ, ທັງສອດຄ່ອງກັບການປັບປຸງກົງຈັກການຈັດຕັ້ງ ໄລຍະໃໝ່; ການກໍານົດນະໂຍບາຍສົ່ງເສີມ ໃຫ້ຊັດເຈນ, ເໝາະສົມ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ; ເພີ່ມບາງເນື້ອໃນ, ບາງມາດຕາ ໃຫ້ຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ກໍ່ຄື ກົດໝາຍ ແລະ ນິຕິິກາໍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ເພື່ອຮັບປະກັນເມື່ອປະກາດນໍາໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນັ້ນ, ຕໍ່ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ ໂດຍສະເພາະ ການກໍານົດນະໂຍບາຍ ຕໍ່ນັກກິລາຄົນພິການ ແມ່ນມອບໃຫ້ຄະນະຮັບຜິດຊອບ ນໍາໄປຈັດສໍາມະນາ ລະດົມຄວາມຄິດເຫັນຈາກພາກສ່ວນຕ່າງໆ ເພີ່ມຕື່ມ. ສະເພາະ ຮ່າງດຳລັດ ວ່າດ້ວຍໜຶ່ງເມືອງ ໜຶ່ງຜະລິດຕະພັນ ແມ່ນໃຫ້ສົ່ງເສີມການນຳໃຊ້ທ່າແຮງອັນບົ່ມຊ້ອນຂອງທ້ອງຖິ່ນຕ່າງໆ ເພື່ອສ້າງຍີ່ຫໍ້ ແລະ ຊື່ສຽງຂອງສິນຄ້າ, ພ້ອມທັງ ສົ່ງເສີມວຽກງານການໂຄສະນາເຜີຍແຜ່ສິນຄ້າດັ່ງກ່າວ ຢ່າງກວ້າງຂວາງ ເພື່ອເຮັດໃຫ້ການຜະລິດ ແລະ ຈຳໜ່າຍສິນຄ້າ ມີຄວາມຍືນຍົງ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດ ຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ ເດືອນມິຖຸນາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.