Tuesday, June 3, 2025
Homeຂ່າວຕ່າງປະເທດທ່ານປະ​ທານ ​ສີ​ຈິ້ນ​ຜິງ ໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ທ່ານປະ​ທານ ​ສີ​ຈິ້ນ​ຜິງ ໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເອົາ​ໃຈ​ໃສ່​ຕໍ່ສຸ​ຂະ​ພາບ​ ແລະ​ ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ມາ​ໂດຍ​ຕະ​ຫຼອດ ເພິ່ນ​ໄດ້​ປູກ​ຈິດ​ສຳ​ນຶກ​ຕ່າງໆ​ ທີ່​ປຽບ​ເໝືອນ​ເມັດ​ພັນ​ນ້ອຍໆ​ແຕກ​ໜໍ່​ຈໍ່​ແໜງ​ຢູ່​ໃນ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ​ທັງ​ຫຼາຍ.

ຈິດ​ສຳ​ນຶກ​ “ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ” ກ່ອນ​ວັນ​ເດັກ​ນ້ອຍ​ສາ​ກົນ ທີ 1 ມິ​ຖຸ​ນາ 2014 ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ ​ສີ​ຈິ້ນ​ຜິງ​ ໃນ​ຖາ​ນະ​ເປັນ “ເພື່ອນ​ມິດ​ໃຫຍ່”​ ໄດ້​ເຂົ້າ​ຮ່ວມ​ເປັນ​ສັກ​ຂີພິ​ຍານ​ຂອງ​ພິ​ທີ​ເຂົ້າ​ເປັນ​ສະ​ມາ​ຊິກກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນ ​ຂອງ​ນັກ​ຮຽນ​ຊັ້ນ​ໜຶ່ງ​ໂຮງ​ຮຽນ​ປະ​ຖົມ​ຊົນ​ເຜົ່າ​ ເມືອງ​ໄຫ​ຕ້ຽນ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ເພິ່ນ​ໄດ້ຜູກແພແດງເຍົາວະຊົນ​ໃຫ້​ທ້າວ ຫວາງ​ຢ້ຽນ​ຈຸ່ນ ນັກ​ຮຽນ​ຊັ້ນ​ໜຶ່ງ​ຫ້ອງ8.

ພາຍ​ຫຼັງ​ພິ​ທີ​ເຂົ້າ​ເປັນ​ສະ​ມາ​ຊິກ​ເຍົາ​ວະ​ຊົນ​ບຸກ​ເບີກ​ສຳ​ເລັດ​ລົງ​ແລ້ວ, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້​ເລົ່າ​ສະ​ພາບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ເຍົາ​ວະ​ຊົນ​ຂອງ​ຕົນ​ ຕອນ​ເຍົາ​ໄວ​ສູ່​ຫຼານ​ນ້ອຍ​ນັກ​ຮຽນ​ທັງ​ຫຼາຍ​ຟັງ​ວ່າ: “ຈື່​ໄດ້​ວ່າ​ຕອນ​ເຂົ້າ​ເປັນ​ສະ​ມາ​ຊິກ​ເຍົາ​ວະ​ຊົນຫົວ​ໃຈ​ເຕັ້ນ​ໄວໆ ຮູ້​ສຶກ​ຕື່ນ​ເຕັ້ນ​ຫຼາຍ. ບໍ່​ຮູ້​ວ່າ ພວກ​ຫຼານ​ມີ​ຄວາມ​ຮູ້​ສຶກ​ແບບ​ນີ້ຫຼື​ບໍ່?”, “ເພາະ​ຫຍັງ​ຈຶ່ງ​ເປັນ​ແບບ​ນີ້? ເພາະ​ວ່າ ມັນ​ເປັນ​ກຽດ​ຕິ​ຍົດ​ຢ່າງ​ໜຶ່ງ.​”

ໃນ​ການ​ສົນ​ທະ​ນາ​ກັບ​ນັກ​ຮຽນ ​ແລະ ​ຄູ​ອາ​ຈານ​ທັງ​ຫຼາຍ​ໃນ​ມື້​ນັ້ນ, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ສະ​ເໜີ​ຄຳ​ຊີ້​ນຳວ່າ: ​ທຸກ​ຝ່າຍ​ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ເຮັດ​ໃຫ້​ “ເມັດ​ພັນ” ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ ​ແຕກ​ໜໍ່​ຈໍ່​ແໜງ​ຢູ່​ໃນ​ຈິດ​ໃຈ​ຂອງເດັກ​ນ້ອຍ​ເຍົາ​ວະ​ຊົນ ​ແລະ​ອົບ​ຮົມ​ບົ່ມ​ສ້າງ​​ຂຶ້ນຢ່າງ​ແທ້​ຈິງ.

ຄ່ານິຍົມແກນກາງສັງຄົມນິຍົມມີຄື: ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຄວາມສີວິໄລ, ຄວາມກົມ​ກຽວ, ຄວາມເສລີ, ຄວາມສະເໝີພາບ, ຄວາມຍຸຕິທຳ, ການປົກຄອງດ້ວຍກົດໝາຍ, ຄວາມຮັກຊາດ, ຄວາມທຸ້ມເທຕໍ່ໜ້າທີ່ການງານ, ຄວາມຊື່ສັດ ແລະ ມິດຕະພາບ.

ເດັກ​ນ້ອຍ​ເຍົາ​ວະ​ຊົນ​ຄື​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ, ມີ​ພຽງ​ແຕ່​ປູກ​ຈິດ​ສຳ​ນຶກ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ​ໃຫ້​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາ​ມາດ​ແຕກດອກ​ອອກ​ຜົນ​ທີ່​ດີ​ໄດ້ໃນ​ອະ​ນາ​ຄົດ​.

ຈິດ​ສຳ​ນຶກ “ຮັກ​ຊາດ​ຈີນ​ເຮົາ” ກ່ອນ​ວັນ​ເດັກ​ນ້ອຍ​ສາ​ກົນ ວັນທີ 1 ມິ​ຖຸ​ນາ 2019​ ຈະໝູນ​ວຽນ​ມາ​ເຖິງ, ນັກ​ຮຽນ​ປະ​ຖົມ​ຂອງ​ໂຮງ​ຮຽນ​ຢີ່ງ​ສາຍ​ທີ່​ສັງ​ກັດ​ໂຮງ​ຮຽນ​ມັດ​ທະ​ຍົມ​ຫາວ​ຈ່ຽງ​ມາ​ກາວ ໄດ້​ຂຽນ​ຈົດ​ໝາຍ ເຖິງທ່ານ ​ສີ​ຈິ້ນ​ຜິງ ເຊິ່ງ​ເນື້ອ​ໃນ​ຈົດ​ໝາຍ​ໄດ້​ເລົ່າ​ເຖິງ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ຄວາມ​ໝາຍ​ຂອງ “​ປະ​ເທດ​ຊາດມາ​ຕຸ​ພູມ” ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ໝາຍ​ໝັ້ນ​ວ່າ ພາຍຫຼັງ​ໃຫຍ່​ຂຶ້ນ​ແລ້ວ​ຈະ​ສ້າງ​ສາ​ປະ​ເທດ​ຊາດ​ກໍ​ຄື​ມາ​ກາວ​ໃຫ້​ດີ​ງາມກວ່າ​ເກົ່າ.

ວັນ​ທີ 31 ​ພຶດ​ສະ​ພາ 2019, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ຕອບ​ຄືນ​ຈົດ​ໝາຍ​ຂອງ​ຫຼານ​ນ້ອຍ​ນັກ​ຮຽນ​ທັງ​ຫຼາຍ ເຊິ່ງ​ເນື້ອ​ໃນ​ບາງ​ຕອນ​ຂຽນ​ວ່າ: “ປະ​ເທດ​ຊາດ​ເປັນ​ທີ່​ເພິ່ງ​ອີ​ງ​ອັນ​ເຂັ້ມ​ແຂງ​ຂອງ​ມາ​ກາວ, ພວກ​ຫຼານ​ຮູ້​ເຫດ​ຜົນ​ນີ້​ຕັ້ງແຕ່ຍັງນ້ອຍ​, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ຫຼາຍ.”

ຫຼັງ​ຈາກ​ນັ້ນບໍ່​ເທົ່າ​ໃດ​ເດືອນ, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫຼານ​ນ້ອຍ​ນັກ​ຮຽນ​ທັງ​ຫຼາຍ​ຂອງ​ໂຮງ​ຮຽນ​ຢິ່ງ​ສາຍ ​ທີ່​ສັງ​ກັດ​ໂຮງ​ຮຽນ​ມັດ​ທະ​ຍົມ​ຫາວ​ຈ່ຽງ​ມາ​ກາວ,​ເພິ່ນ​ໄດ້​ເວົ້າ​ກັບ​ບັນ​ດາ​ຫຼານ​ນ້ອຍ​ນັກ​ຮຽນ​​ຢ່າງ​ສະ​ໜິດ​ສະ​ໜົມ​ວ່າ: “ພຶດ​ຕິ​ກຳ​ສາມ​ຂວບ​ບອກ​ນິ​ໄສ​ໄດ້​​ຮອດ​ເຖົ້າ, ພວກ​ເຮົາ​ອົບ​ຮົມ​ບົ່ມ​ສອນ​ລັດ​ທິ​ຮັກ​ຊາດ​ກໍ​ແມ່ນ​ເລີ່ມ​ຈາກ​ເຍົາ​ໄວ​ເຊັ່ນ​ດຽວ​ກັນ” ເພິ່ນ​ຫວັງ​ໃຫ້​ຫຼານ​ນ້ອຍ ​ນັກ​ຮຽ​ນ​ມາ​ກາວ​ທັງ​ຫຼາຍ​ໄດ້ໄປ​ຢາມ​ເຂດ​ໃນ​ປະ​ເທດ​ຊາດ​ເລື້ອຍໆ ເພື່ອ​ທ່ຽວ​ຊົມ​ດິນ​ແດນ​ມາ​ຕຸ​ພູມ​ອັນ​ສວຍ​ສົດ​ງົດ​ງາມ. ຮຽນ​ປະ​ຫວັດ​ສາດ​ໃຫ້​ດີ, ຮຽນ​ປະ​ຫວັດ​ສາດ​ຈີນ​ໃຫ້​ດີ. ດຸ​ໝັ່ນ​ຮ່ຳ​ຮຽນ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ທຸກ​ມື້!

ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ປູກ​ຈິດ​ສຳ​ນຶກ​ “ຮັກ​ຊາດ​ຈີນ​ເຮົາ” ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​ຢ່າງ​ເລິກ​ເຊິ່ງ.

ຈິດ​ສຳ​ນຶກ “ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ” ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເປັນ​ເວ​ລາ 13 ​ປີ​ລຽນ​ຕິດ. ເພິ່ນ​ໄດ້​ຮ່ວມ​ກັບ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ປູກ​ຕົ້ນ​ໄມ້ ພ້ອມ​ທັງ​ໂອ້​ລົມ​ສົນ​ທະ​ນາ​ກັບ​ເຂົ້າ​ເຈົ້າຢ່າງສະໜິດສະໜົມ.

ປີ 2023, ​ຕອນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້ຢູ່​ສວນສາ​ທາ​ລະ​ນະ​ໃຈ​ກາງ​ຕົ່ງ​ປ້າ ​ເມືອງ​ສາວ​ຢາງ​ ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ ສີ​ຈິ້ນ​ຜິງ​ ​ໄດ້ປູກ​ຕົ້ນ​ໄມ້​ທັງ​ສອນ​ວິ​ທີ​ການ​ປູກ​ຕົ້ນ​ໄມ້​ໃຫ້​ຫຼານ​ນ້ອຍ​ນັກ​ຮຽນ​ທັງ​ຫຼາຍ, ພ້ອມ​ທັງ​ລົມ​ເລື່ອງ​ການ​ຮຽນ​ ແລະ​​ການໃຊ້ຊີ​ວິດ​ກັບ​ເຂົາ​ເຈົ້າ, ​ສອບຖາມ​ເຂົາ​ເຈົ້າ​ວ່າ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພຶກ​ສາຊາດ​ຫຼາຍ​ໜ້ອຍ​ສ່ຳ​ໃດ? ດຽວ​ນີ້​ວຽກ​ບ້ານ​ຫຼາຍ​ບໍ່? ແລະ​ອື່ນໆ.

ພາຍ​ຫຼັງ​ປູກ​ຕົ້ນ​ໄມ້​ແລ້ວໆ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ເວົ້າ​ກັບ​ຫຼານ​ນ້ອຍ​ນັກ​ຮຽນ​ທັງ​ຫຼາຍວ່າ: “ຖ້າ​ພວກ​ຫຼານ​ກາຍ​ເປັນ​ພໍ່​ແມ່​ແລ້ວ​ ກໍ​ຄວນຊຸກ​ຍູ້​ໃຫ້​ລູກ​ຫຼານ​ປູກ​ຕົ້ນ​ໄມ້ຕໍ່​ໄປ, ເຮັດ​​ສືບກັນ​ໄປ​ຈາກ​ຮຸ່ນ​ສູ່​ຮຸ່ນ, ປະ​ເທດ​ຈີນ​ທີ່​ສວຍ​ງາມ​ກໍ​ແມ່ນ​ສ້າງ​ສາ​ຂຶ້ນ​ມາ​ແບບ​ນີ້​ແຫຼະ.”

​ທ່ານ ​ສີ​ຈິ້ນ​ຜິງ​ ກັບ​ເດັກ​ນ້ອຍ​ທັງ​ຫຼາຍ​ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ໂດຍ​ໄດ້​ປູກ​ແນວ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ເຂົ້າ​ໃນ​ຈິດ​ໃຈ​ເດັກ​ນ້ອຍ​ທຸກ​ຄົນ.

ຕາມ​ທ່ານ​ ສີ​ຈິ້ນ​ຜິງ​ ເຫັນ​ວ່າ: ຄວາມ​ໝາຍ​ສຳ​ຄັນ​ອັນ​ໜຶ່ງ​ຂອງກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ ​​ແມ່ນ​ຕ້ອງ​ຊຸກ​ຍູ້​​ການ​ປູກ​ຈິດ​ສຳ​ນຶກ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ໃຫ້​ແກ່​ທົ່ວ​ສັງ​ຄົມ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ.

ການ​ປູກຈິດ​ສຳ​ນຶກ​ຕ່າງໆ​​ໃຫ້​ເດັກ​ນ້ອຍ​ເຍົາ​ວະ​ຊົນ ກໍປຽບ​ເໝືອນ​ການ​ຫວ່ານເມັດ​ພັນ​ນ້ອຍໆ​​​ເພື່ອ​ປູກຄວາມ​ຫວັງ​ແລະ​​ສ້າງອະ​ນາ​ຄົດ​ທີ່​ດີ​ງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments