ໃນວັນທີ 30 ພຶດສະພາ 2025 ທີ່ເຂດປົກຄອງພິເສດ ຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ,ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ວ່າດ້ວຍການສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ່ງສາກົນ (Convention on the Establishment of the International Organization for Mediation ຫລື IOMed)ຕາມການເຊື້ອເຊີນຂອງ ທ່ານຫວັງ ອີ້ (WangYi), ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ລົງນາມໃນສົນທິສັນຍາດັ່ງກ່າວ ຮ່ວມກັບ 32 ປະເທດ ທີ່ໃຫ້ການສະໜັບສະໜຸນ ແລະ ເຂົ້າຮ່ວມໃນຂະບວນການເຈລະຈາຮ່າງສົນທິສັນຍາດັ່ງກ່າວ. ນອກນີ້, ຍັງມີ ຫຼາຍກວ່າ 80 ປະເທດ ແລະ 20 ອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ ໄດ້ເຂົ້າມາຮ່ວມສັງເກດການພິທີລົງນາມສົນທິສັນຍາດັ່ງກ່າວ. ພາຍຫລັງພິທີລົງນາມ ປະເທດເຈົ້າພາບຈະສືບຕໍ່ເປີດຮັບການລົງນາມຂອງປະເທດ ແລະ ອົງການຈັດຕັ້ງສາກົນທີ່ມີຄວາມສົນໃຈເຂົ້າຮ່ວມ ແລະ ຊຸກຍູ້ໃຫ້ບັນດາປະເທດທີ່ຮ່ວມລົງນາມແລ້ວ ພິຈາລະນາໃຫ້ສັດຕະຍາບັນໂດຍໄວ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຕາມຈຸດປະສົງຂອງສົນທິສັນຍາດັ່ງກ່າວ.

ການສ້າງຕັ້ງອົງການ IOMed ເປັນຂໍ້ລິເລີ່ມຂອງ ສປ ຈີນ ທີ່ເປັນປະເທດເພື່ອນມິດ-ຍຸດທະສາດ ແລະ ຄູ່ຮ່ວມຊາຕາກຳຂອງ ສປປ ລາວ. ການລົງນາມໃນສົນທິສັນຍາດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍຂອງພັກ-ລັດ ແລະ ຫຼັກການພື້ນຖານຂອງກົດໝາຍຂອງ ສປປ ລາວ ໂດຍສະເພາະການແກ້ໄຂຂໍ້ຂັດແຍ່ງສາກົນ ຫລື ຂໍ້ຂັດແຍ່ງພາກທຸລະກິດ-ການຄ້າ ແມ່ນຈະຕ້ອງໃຫ້ຄວາມສຳຄັນແກ່ການໄກ່ເກ່ຍ ກ່ອນນຳຂຶ້ນອານຸຍາໂຕຕຸລາການ (ການຕັດສິນດ້ວຍກຳມະການ “arbitration”) ຫຼື ສານສາກົນ. ຈຸດປະສົງຂອງ IOMedແມ່ນເພື່ອສົ່ງເສີມ ແລະ ອໍານວຍຄວາມສະດວກໃນການແກ້ໄຂຂໍ້ຂັດແຍ່ງສາກົນ ໂດຍສັນຕິວິທີ ໂດຍຜ່ານການໄກ່ເກ່ຍ ເພື່ອສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລັດ,ເຊິ່ງຈະເປັນທາງເລືອກທີ່ສຳຄັນສຳລັບການແກ້ໄຂຂໍ້ຂັດແຍ່ງສາກົນ ໂດຍສະເພາະຂໍ້ຂັດແຍ່ງທາງດ້ານທຸລະກິດ-ການຄ້າ ລະຫວ່າງລັດດ້ວຍກັນ ຫຼື ລະຫວ່າງບຸກຄົນ, ນິຕິບຸກຄົນຂອງປະເທດໜຶ່ງ ກັບ ລັດຖະບານຕ່າງປະເທດ ຫລື ລະຫວ່າງບຸກຄົນ, ນິຕິບຸກຄົນຂອງສອງປະເທດ. ພາຍຫຼັລົງນາມແລ້ວ, ພາກສ່ວນກ່ຽວຂ້ອງ ຈະໄດ້ສືບຕໍ່ສົມທົບກັນປຶກສາຫາລືແລະ ດຳເນີນການຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ປີ 2017 ເພື່ອສະເໜີການໃຫ້ສັດຕະຍາບັນ ໂດຍສະພາແຫ່ງຊາດ ແລະ ການກະກຽມຄວາມພ້ອມທາງດ້ານນິຕິກຳ, ບຸກຄະລາກອນ ແລະ ອື່ນໆ ໃນການຈັດຕັ້ງປະຕິບັດ ພາຍຫລັງການໃຫ້ສັດຕະຍາບັນ ໃນອະນາຄົດ.

ໃນໂອກາດເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ດັ່ງກ່າວ,ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານຫວັງອີ້,ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ; ເຊີ່ງຝ່າຍຈີນໄດ້ຕີລາຄາສູງ ແລະຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເປັນ 1 ໃນ 32 ປະເທດ ທີ່ໄດ້ຮ່ວມພິທີລົງນາມ ສົນທິສັນຍາວ່າດ້ວຍ ການສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ່ງສາກົນ, ເຊິ່ງໄດ້ສະແດງຈຸດຢືນອັນສຳຄັນຂອງ ສປປ ລາວ ໃນການຊູກຍູ້ສະໜັບສະໜຸນການໄກ່ເກ່ຍໃຫ້ກາຍເປັນການແກ້ໄຂຂໍ້ຂັດແຍ່ງດ້ານທຸລະກິດ-ການຄ້າ ລວມໄປເຖິງການແກ້ໄຂຂໍ້ຂັດແຍ່ງລະຫວ່າງລັດ ຢ່າງສັນຕິ.
ສອງຝ່າຍໄດ້ຕີລາຄາຄືນ ຕໍ່ສາຍພົວພັນຮ່ວມມືລະຫວ່າງ ສອງພັກ-ສອງລັດໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາຄວາມເຫັນທີ່ເປັນເອກະພາບກັນຂອງການນໍາຂັ້ນສູງ ກໍ່ຄືແຜນປະຕິບັດງານວ່າດ້ວຍການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ເຊິ່ງໄດ້ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງສອງຊາດ. ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ. ພ້ອມທັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງໃນທ້າຍປີ 2025 ນີ້ ແລະ ຈະສືບຕໍ່ເພິ່ມທະວີການຮ່ວມມືທາງດ້ານເສດຖະກິດ-ການຄ້າ ໂດຍຍຶດຖືເອົາທ່າແຮງການພັດທະນາ ແລະ ການເຊື່ອມໂຍງເຊື່ອມຈອດຂອງເສັ້ນທາງລົດໄຟ ລາວ-ຈີນ, ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃນການໄປມາຫາສູ່, ການແລກປ່ຽນສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ, ຮັດແໜ້ນຮ່ວມມືໃນວຽກງານປ້ອງກັນຄວາມສະຫງົບ ແລະ ຕ້ານສະກັດກັ້ນອາຊະຍະກຳຂ້າມຊາດ ແລະ ສອງຝ່າຍຍິນດີຈະສືບຕໍ່ເພິ່ມທະວີການປຶກສາຫາລື ທັງໃນເວທີພາກພື້ນ ແລະ ສາກົນ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ຈອນ ລີ, ຫົວໜ້າຄະນະບໍລິຫານງານເຂດປົກຄອງພິເສດ ຮົງກົງ, ເຊີ່ງສອງຝ່າຍໄດ້ພ້ອມກັນຕິລາຄາຄືນການພົວພັນຮ່ວມມື ຂອງສອງຝ່າຍ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາທິດທາງ ແລະ ເອກະສານ ທີ່ລົງນາມຮ່ວມກັນ ໃນເດືອນ ກໍລະກົດ 2024 ທີ່ຜ່ານມາ, ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ໃນການສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ໂດຍສະເພາະແມ່ນການນໍາໃຊ້ບັນດາເງື່ອນໄຂ ແລະ ທ່າແຮງຂອງສອງຝ່າຍທີ່ມີ ເຊັ່ນ: ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດແບບໃກ້ຊິດ ລະຫວ່າງ ສປ ຈີນ ກັບ ຮົງກົງ(Close Economic Partnership Aggrement ຫຼື CEPA)ເພື່ອ ສົ່ງອອກສິນຄ້າຕ່າງໆຈາກ ສປປ ລາວ ໄປຍັງ ຮົງກົງ ແລະ ສາມາດສົ່ງຕໍ່ໄປຍັງ ສປ ຈີນ ແນໃສ່ເພີ່ມມູນຄ່າທາງດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ຮົງກົງ ໃຫ້ຫຼາຍຂື້ນໃນຕໍ່ໜ້າ. ນອກຈາກນັ້ນ, ສອງຝ່າຍເຫັນດີທີ່ຈະຊຸກຍູ້ໃຫ້ມີການພົບປະ ລະຫວ່າງຫົວໜ່ວຍທຸລະກິດຂອງສອງຝ່າຍ ໃນອະນາຄົດ.
ກ່ອນການເດີນທາງກັບຄືນປະເທດ, ທ່ານຮອງນາຍົກລັດຖະມົນຕີແຫ່ງສປປລາວໄດ້ໄປຢ້ຽມຢາມສະຖານີລົດໄຟເກົາຫຼົງຕາເວັນຕົກລະຫວ່າງຮົງກົງແລະສປຈີນພ້ອມທັງໄດ້ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວປ່ອງດຽວ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.