ເນື່ອງໃນໂອກາດ ວັນເດັກນ້ອຍສາກົນຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມປູກຕົ້ນໄມ້ໃນວັນດັ່ງກ່າວ ໃນຕອນເຊົ້າຂອງວັນທີ 1 ມີຖຸນານີ້ ທີ່ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ຊຶ່ງແມ່ນກະຊວງປ້ອງກັນປະເທດ ຈັດພິທີປູກຕົ້ນໄມ້ ປະຈຳປີ 2025 ຂຶ້ນທີ່ວິທະຍາຄານ ດັ່ງກ່າວ ໂດຍມີການນຳພັກ-ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານນັກຮົບ, ນັກສຶກສາ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ກ່າວເປີດພິທີປູກຕົ້ນໄມ້ ຄັ້ງນີ້ວ່າ: ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພັກ ແລະ ລັດຖະບານລາວ ຈຶ່ງໄດ້ກຳ ນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ຊຶ່ງກົງກັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດເປັນວັນປູກຕົ້ນໄມ້, ໂດຍທຸກໆປີ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນ ເພື່ອປູກໄມ້ໃຫ້ເປັນປ່າແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ໃນປີ 2025 ຕາມ ທິດທາງ ແລະ ຄາດໝາຍຂອງລັດຖະບານ, ຕະຫຼອດໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານ ສປປ ລາວ ເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນການປົກປັກຮັກສາປ່າໄມ້ ຊຶ່ງໄດ້ກໍານົດເອົາຫຼາຍເຂດໃນທົ່ວປະເທດເປັນປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ, ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງ ເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນເປັນເຈົ້າການ ໃນການໂຄສະນາປູກຈຶດສຳນຶກໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໃຫ້ເຂົ້າມາມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນເປັນຕົ້ນແມ່ນພູຜາປ່າໄມ້ໃຫ້ຄົງຢູ່ ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ.

ທ່ານກ່າວຕື່ມວ່າ: ພາຍໃນຖັນແຖວກອງທັບພວກເຮົາຫຼາຍກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນກໍໄດ້ພ້ອມກັນຈັດຕັ້ງສ້າງຂະບວນການປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ ຊຶ່ງກະຊວງປ້ອງກັນປະເທດພວກເຮົາກໍໄດ້ຈັດຕັ້ງພິທີປູກຕົ້ນໄມ້ເປັນປະຈຳທຸກໆປີ ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດຸນໃຫ້ແກ່ທຳມະຊາດກໍຄືການປະກອບສ່ວນໃຫ້ແກ່ສັງຄົມ ເວົ້າລວມ ເວົ້າສະເພາະ ກໍແມ່ນການສ້າງໃຫ້ກົມກອງມີສີຂຽວ, ສະອາດງາມຕາ, ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນປະໂຫຍດສູງສຸດດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ໃຫ້ທຸກພາກສ່ວນຈົ່ງເປັນເຈົ້າການໃນການຄຸ້ມຄອງຮັກສາສິ່ງແວດລ້ອມ, ຄຽງຄູ່ກັບການປູກຕົ້ນໄມ້ໃນຄັ້ງນີ້ ກໍຄືໃນຊຸມປີໃນຕໍ່ໜ້າ ພວກເຮົາທຸກພາກສ່ວນການຈັດຕັ້ງໃນສັງຄົມຕ້ອງມີຄວາມຮັບຜິດຊອບສູງໃນການປົກປັກຮັກສາ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະນຳທຸກພາກສ່ວນໄດ້ເຂົ້າຮ່ວມປູກຕົ້ນໄມ້, ຊຶ່ງເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ມີໄມ້ດູ່ໃຫຍ່ 20 ຕົ້ນ, ຕົ້ນພ້າວ 200 ຕົ້ນ, ໄມ້ແຕ້ 500 ເບ້ຍ.