Saturday, May 31, 2025
Homeຂ່າວໜ້າໜຶ່ງຮອງປະທານປະເທດ ຮ່ວມພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ ຢູ່ແຂວງຈໍາປາສັກ

ຮອງປະທານປະເທດ ຮ່ວມພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ ຢູ່ແຂວງຈໍາປາສັກ

ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ ຮ່ວມກັບ ຄະນະພັກ-ອົງການປົກຄອງນະຄອນປາກເຊ ແລະ ກຸ່ມບໍລິສັດ ເອເດັນອຸດົມຜົນ ຈໍາກັດ ຜູ້ດຽວ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາ ທັງແມ່ນວັນເດັກນ້ອຍສາກົນ ຂຶ້ນເມື່ອບໍ່ດົນມານີ້, ຢູ່ບໍລິເວນເດີ່ນຕະຫຼາດເນລະມິດ ສູນຄ່ຽນຖ່າຍສິນຄ້າ ຂອງກຸ່ມບໍລິສັດ ເອເດັນອຸດົມຜົນ ຈໍາກັດ ຜູ້ດຽວ ຫຼັກ 7 ນະຄອນປາກເຊ ແຂວງຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາ ນິລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ກ່າວວ່າ: ປີນີ້ ທົ່ວແຂວງຈໍາປາສັກ ມີແຜນປູກໄມ້ທັງໝົດ 950 ເຮັກຕາ. ໃນນັ້ນ, ປູກໃນເຂດອຸທິຍານແຫ່ງຊາດ ແລະ ປ່າສະຫງວນແຫ່ງຊາດ 180 ເຮັກຕາ, ປູກໃນປ່າຜະລິດແຫ່ງຊາດ ແລະ ປ່າສະຫງວນ – ປ່າປ້ອງກັນຂອງແຂວງ 750 ເຮັກຕາ ແລະ ນອກຈາກ 3 ປະເພດປ່າ ຍັງປູກໄມ້ປະດັບອື່ນໆ ຊຶ່ງຈະປູກລຽບຕາມເສັ້ນທາງ, ສວນສາທາລະນະ, ສໍານັກງານອົງການ 20 ເຮັກຕາ. ແຜນຟື້ນຟູປ່າ 8,050 ເຮັກຕາ, ໃນເຂດອຸທິຍານແຫ່ງຊາດດົງຫົວສາວ 1,500 ເຮັກຕາ, ປ່າປ້ອງກັນ – ປ່າສະຫງວນ 3,800 ເຮັກຕາ, ປ່າຜະລິດ 350 ເຮັກຕາ, ປ່າສະຫງວນແຫ່ງຊາດພູຊຽງທອງຈໍານວນ 890 ເຮັດຕາ, ປ່າຜະລິດແຫ່ງຊາດ ຈໍານວນ 350 ເຮັກຕາ ແລະ ນອກ 3 ປະເພດປ່າ 10 ເຮັກຕາ. ມາຮອດປັດຈຸບັນ, ການເກັບແກ່ນປະຕິບັດໄດ້ 1,770 ກິໂລກຼາມ, ລື່ນແຜນ 13%, ຜະລິດເບັ້ຍໄມ້ ໄດ້ 2,459,786 ເບັ້ຍ, ລື່ນແຜນ 23%, ປະກອບມີ ເບ້ຍໄມ້ອຸດສາຫະກໍາ ຄື: ໄມ້ຍາງ, ໄມ້ແຄນ, ໄມ້ຂະຍູງ, ໄມ້ປະດົງ, ໄມ້ວິກ, ໄມ້ດູ່ ແລະ ໄມ້ອື່ນໆ ທີ່ເໝາະສົມຕໍ່ເນື້ອທີ່.

ໃນພິທີ, ຍັງໄດ້ສະແດງສິລະປະ ແລະ ມອບຂອງຂວັນໃຫ້ນ້ອງນັກຮຽນ ເພື່ອປະກອບສ່ວນສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໂດຍການໃຫ້ກຽດມອບຂອງທ່ານ ນາງ ປານີ ຢາທໍ່ຕູ້, ທ່ານ ອາລຸນໄຊ ສູນນະລາດ ພ້ອມດ້ວຍການນໍາແຂວງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຮ່ວມມອບ. ຈາກນັ້ນ, ກໍໄດ້ຮ່ວມປູກຕົ້ນໄມ້ ຕື່ມອີກ.

(ຂ່າວ-ພາບ: ທູນທອງໃຈ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments