ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 28 ພຶດສະພາ ຜ່ານມາ, ສະຫະພາບເອີຣົບໄດ້ຍົກເລີກການລົງໂທດດ້ານເສດຖະກິດທັງໝົດທີ່ມີຕໍ່ຊີຣີ, ມີພຽງແຕ່ຮັກສາໄວ້ການລົງໂທດດ້ານຄວາມໝັ້ນຄົງ. ຄະນະກໍາມາທິການສະຫະພາບເອີຣົບ ຍັງໄດ້ຖອນວິສາຫະກິດ 24 ແຫ່ງອອກຈາກບັນຊີລາຍຊື່ລົງໂທດທີ່ຖືກສະຫະພາບເອີຣົບອາຍັດເງິນທຶນ ແລະ ຊັບພະຍາກອນທາງດ້ານເສດຖະກິດ. ວິສາຫະກິດເຫຼົ່ານີ້ມີທະນາຄານຫຼາຍແຫ່ງ ລວມເຖິງທະນາຄານກາງຊີຣີ, ພ້ອມດ້ວຍບໍລິສັດທີ່ມີຖານະບົດບາດສໍາຄັນໃນການຟື້ນຟູເສດຖະກິດຂອງຊີຣີຄືນໃໝ່ ເຊັ່ນ: ບໍລິສັດກ່ຽວກັບການຜະລິດ ແລະ ກັ່ນຕອງນໍ້າມັນເຊື້ອໄຟ, ອຸດສາຫະກຳຝ້າຍ, ອຸດສາຫະກຳໂທລະຄົມ ແລະ ອື່ນໆ.
ສະຫະພາບເອີຣົບ ຍົກເລີກການລົງໂທດດ້ານເສດຖະກິດຕໍ່ຊີຣີ
RELATED ARTICLES