Home ຂ່າວໜ້າໜຶ່ງ ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ

0
5

ວັນທີ 21 ພຶດສະພາ 2025 ຜ່ານມາ, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງແຮນຊິງກີ, ປະ ເທດແຟງລັງ, ທ່ານ ບຸນທະວີ ວິລະວົງ ໄດ້ເດີນທາງໄປຍື່ນສານຕາຕັ້ງຕໍ່ ທ່ານ Alexander Stubb ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ສາທາລະນະລັດ ແຟງລັງ.

ໂອກາດດັ່ງກ່າວ, ທ່ານ Alexander Stubb ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນທະວີ ວິລະວົງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະ ນະລັດ ແຟງລັງ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນ ດ້ວຍຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ແຟງລັງ ໃຫ້ຂະ ຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ທີ່ມີມາດົນນານແລ້ວນັ້ນ ໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.

ທ່ານ ບຸນທະວີ ວິລະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ Alexander Stubb. ພ້ອມກັນນັ້ນ, ທ່ານປະທານາທິບໍດີ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງ ຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານປະທານປະເທດ ແຫ່ງ ສປປ ລາວ ເຮົາເຊັ່ນ ດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ແຟງລັງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຕໍ່ ສປປ ລາວ ໃນຫລາຍຂົງເຂດໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການສ້າງສາ ແລະ ພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ສປປ ລາວ ແລະ ສາທາລະນະລັດ ແຟງລັງ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 1 ມັງກອນ 1975 ຊຶ່ງໃນປີນີ້ ສອງປະເທດໄດ້ຮ່ວມກັນສະເຫລີມສະຫລອງຄົບຮອບ 50 ໃນການສ້າງຕັ້ງສາຍພົວພັນທາງການ ທູດນຳກັນ, ສອງປະເທດໄດ້ມີການພົວພັນກັນໃນລະດັບປົກກະຕິໂດຍມີການຮ່ວມມື ແລະ ຊ່ວຍເຫລືອ ລວມທັງ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍລະດັບໃນໄລຍະຜ່ານມາ, ທັງສອງປະເທດໄດ້ມີ ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວຮ່ວມກັນ, ທາງດ້ານການຊ່ວຍເຫລືອ ແຟງລັງໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຫລາຍຂົງເຂດ ເປັນຕົ້ນ ໃນຂະແໜງກະສິກໍາ, ສຶກສາ, ສາທາ, ກົດໝາຍ, ອົງການແມ່ນ້ຳຂອງ, ປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ພະລັງງານແບບຍືນຍົງ ແລະ ອື່ນໆ ໂດຍຜ່ານຂອບຮ່ວມມືສອງຝ່າຍ, ຫລາຍຝ່າຍ, ຂອບການຊ່ວຍເຫລືອຜ່ານສະຫະພາບເອີຣົບ. ມາເຖິງປັດຈຸບັນ, ການພົວພັນ ແລະ ຮ່ວມມືຂອງສອງ ປະເທດຍັງສືບຕໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນເປັນປົກກະຕິ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here