Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງເຈົ້າຄອງນະຄອນຊຽງໄຮ້

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງເຈົ້າຄອງນະຄອນຊຽງໄຮ້

0
6

ໃນລະຫວ່າງວັນທີ 28-29 ພຶດສະພາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຊຽງໄຮ ແລະ ເຊີນເຈີນ ສປ ຈີນ ເຊີ່ງໄລຍະເຄື່ອນໄຫວຢູ່ນະຄອນຊຽງໄຮ້ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເຊ້ຍ ຕົ່ງ ຮອງເຈົ້າຄອງນະຄອນຊຽງໄຮ້, ໄດ້ຢ້ຽມຢາມທັດສະນະສຶກສາ ແລະ ພົບປະກັບຮອງຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດຜະລິດເຮືອບິນ ການຄ້າ ຂອງ ສປ ຈີນ.

ໃນໂອກາດນີ້, ທ່ານ ນາງ ເຊ້ຍຕົ່ງ ກໍໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາທາງດ້ານເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງນະຄອນຊຽງໄຮ້, ສອງຝ່າຍໄດ້ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືລະຫວ່າງນະຄອນຊຽງໄຮ້ ກັບ ສປປ ລາວ ໂດຍສະເພາະ ລະຫວ່າງ ນະຄອນຊຽງໄຮ້ ກັບນະຄອນຫລວງວຽງຈັນ ໃນໄລຍະທີ່ຜ່ານມາ, ພ້ອມທັງໄດ້ສະແດງຄວາມຍິນດີສືບຕໍ່ຮ່ວມມືກັບ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ລົງເລິກຈັດຕັ້ງປະຕິບັດບັນດາເອກະສານການຮ່ວມມື ທີ່ການນຳຂັ້ນສູງຂອງ ສອງປະເທດ ໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງ, ສອງຝ່າຍຍິນດີທີ່ຈະສືບຕໍ່ເພີ່ມທະວີການຮ່ວມມື ໃນຂົງ ເຂດວຽກງານເສດຖະກິດ, ການເຊື່ອມໂຍງເຊື່ອມຈອດ, ວັດທະນະທຳ-ສັງຄົມ, ການສຶກສາ ແລະ ການຮ່ວມມືໃນ ຖານະ ນະຄອນມິດຕະພາບ. ພິເສດ ໄດ້ກ່າວເຊື້ອເຊີນການນຳຂັ້ນສູງ ແລະ ບັນດາວິສາຫະກິດ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ (China International Import Expo ຫລື CIIE) ທີ່ນະຄອນ ຊຽງໄຮ້ ໃນເດືອນພະຈິກ 2025 ທີ່ຈະມາເຖິງນີ້.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການ ອໍານວຍຄວາມສະດວກ ແລະ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເດີນ ທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນ ເດັ່ນທີ່ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນນະຄອນຊຽງໄຮ້ ສາມາດຍາດມາໄດ້ ໃນພາລະກິດສ້າງສາພັດ ທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກຄອມມູນິດຈີນ ເຊິ່ງໄດ້ເຮັດໃຫ້ເສດຖະກິດຂອງນະ ຄອນຊຽງໄຮ້ ຂະຫຍາຍຕົວຢ່າງວ່ອງໄວ, ສິ່ງສຳຄັນໄດ້ເຮັດໃຫ້ນະຄອນຊຽງໄຮ້ ກາຍເປັນສູນກາງທາງດ້ານເສດຖະ ກິດຂອງ ສປ ຈີນ, ສັງຄົມມີຄວາມທັນສະໄໝ ແລະ ກ້າວຂຶ້ນສູ່ການເປັນສູນກາງທາງດ້ານເສດຖະກິດ ແລະ ການ ເງິນຂອງພາກພື້ນ ແລະ ສາກົນ.

ໃນໄລຍະເຄື່ອນໄຫວຢູ່ນະຄອນເຊີນເຈີນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະ ໄດ້ຖືກຕ້ອນຮັບຈາກ ທ່ານ ນາງ ຈ່າງ ຮົວ ຮອງເຈົ້າຄອງນະຄອນເຊີນເຈິນ ເຊີ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດ ຄໍາເຫັນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ. ໃນໂອກາດນີ້, ຍັງໄດ້ໄປຢ້ຽມຢາມກຸ່ມບໍລິສັດພັດທະນາ ຕົວເມືອງອັດສະລິຍະ ນອນຄອນເຊີນເຈີນ, ພົບປະ ແລະ ຢ້ຽມຢາມບັນດາຫົວໜ່ວຍທຸລະກິດ ຈຳນວນໜຶ່ງ ເພື່ອ ຮັບຟັງສະພາບການດຳເນີນທຸລະກິດ ແລະ ໄດ້ໂຄສະນາເຜີຍແຜ່ນະໂຍບາຍສົ່ງເສີມການຄ້າ-ການລົງທຶນຂອງ ສປປ ລາວ, ພ້ອມທັງ ເຊື້ອເຊີນ ບັນດາຫົວໜ່ວຍທຸລະກິດດັ່ງກ່າວ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here